Top Ad

header ads

ຕັກກະແຕນລະບາດໜັກຢູ່ແຂວງຫົວພັນທຳລາຍຜົນຜະລິດເສຍຫາຍແລ້ວ 700 ກວ່າເຮັກຕາ


 ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາ ຮອດປັດຈຸບັນ ໄດ້ມີສັດຕູພືດຕັກກະແຕນຝູ ລະບາດໜັກຢູ່ 6 ເມືອງຄື: ເມືອງຊຳເໜືອວຽງໄຊເມືອງແອດຫົວເມືອງເມືອງຊ່ອນ ແລະ ເມືອງຮ້ຽມມີ 61 ບ້ານ ໄດ້ຮັບຜົນກະທົບໜັກຄື: ເນື້ອທີ່ປ່າໄມ້ປ່ອງເນື້ອທີ່ເຂົ້າ-ໄຮ່ເຂົ້ານາ ແລະ ສາລີຂອງປະຊາຊົນ ເສຍຫາຍຫລາຍກວ່າ 700 ເຮັກຕາໃນນີ້ໜັກກວ່າໝູ່ແມ່ນຢູ່ ເມືອງແອດເມືອງຊ່ອນ ແລະ ເມືອງຊຳເໜືອ.
          ໃນໄລຍະຜ່ານມາ ເຖິງວ່າ: ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງສົມທົບກັບອຳນາດການປົກຄອງບ້ານສຸມສະກັດກັ້ນ ແລະ ຕ້ານການລະບາດຂອງຕັກກະແຕນດັ່ງກ່າວ ນັບແຕ່ກາງເດືອນເມສາ
ເປັນຕົ້ນມາ ແຕ່ກໍສາມາດກຳຈັດໄດ້ພຽງສ່ວນໃດໜຶ່ງເທົ່ານັ້ນຊຶ່ງໃນນີ້ລັດຖະບານລາວ ໄດ້ສະໜອງງົບປະມານ 200 ກວ່າລ້ານກີບ ແລະ ທຶນສົມທົບຂອງອຳນາດການປົກຄອງແຂວງ 50 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ພ້ອມນີ້ ສປ ຈີນ ກໍໄດ້ສະໜອງຢາ ແລະ ອຸປະກອນຕ່າງໆເປັນຈຳນວນຫລາຍ. ສ່ວນອົງການອາຫານໂລກ ກໍໄດ້ຊ່ວຍເປັນເງິນສົດຈຳນວນໜຶ່ງ.
          ຫົວໜ້າຂະແໜງປູກຝັງ ໃຫ້ຮູ້ວ່າ: ການລະບາດຂອງຝູງຕັກກະແຕນ ຢູ່ແຂວງຫົວພັນ ໄດ້ເລີ່ມມາແຕ່ປີ 2014 ຢູ່ເຂດພູປອນ ລະຫວ່າງຊາຍແດນເມືອງຮ້ຽມ ແລະ ເມືອງຊ່ອນ ແຕ່ຍັງບໍ່ທັນຮ້າຍແຮງມາຮອດປີ 2015 ໄດ້ຄ່ອຍໆຂະຫຍາຍ ແລະ ລະບາດໜັກຢູ່ບາງຈຸດຂອງ 4 ເມືອງຄື: ເມືອງ ຮ້ຽມເມືອງຊ່ອນຫົວເມືອງ,ເມືອງຊຳເໜືອ ແລະ ເພີ່ມຂຶ້ນເລື່ອຍໆຊຶ່ງມາຮອດປັດຈຸບັນໄດ້ຂະ ຫຍາຍອອກເປັນ 233 ຈຸດໃນ 6 ເມືອງຂອງແຂວງຫົວພັນ. ປັດຈຸບັນທາງອຳນາດການປົກຄອງແຂວງຫົວພັນ ແລະ ພາກສ່ວນຮັບຜິດຊອບຂັ້ນຕ່າງໆໄດ້ເປັນເຈົ້າການລົງຕິດຕາມ ແລະ ແນະນຳຢ່າງລະອຽດກ່ຽວກັບການສີດຢາປາບຕັກກະແຕນ ເພື່ອຮັບປະກັນຄວາມປອດໄພແຕ່ຕົວຈິງການປະຕິບັດວຽກງານດັ່ງກ່າວ ຍັງພົບຄວາມຫຍຸ້ງຍາກຫລາຍຢ່າງເປັນຕົ້ນແມ່ນ ພູມສັນຖານຂອງແຂວງເປັນເຂດຫ້ວຍເລິກພູສູງມີບາງບ່ອນບໍ່ສາມາດເຂົ້າໄປເຖິງໄດ້ດ້ານງົບປະມານ,ພາຫະນະຮັບໃຊ້ອຸປະ ກອນບໍ່ພຽງພໍ ກັບຄວາມຕ້ອງການ. ດັ່ງນັ້ນ ຂະແໜງມະຫາພາກຕ້ອງຮີບຮ້ອນ ຊອກວິທີການຊ່ວຍ ເຫລືອປາບການລະບາດຂອງຝູງຕັກກະແຕນ ໃຫ້ມີຜົນເພື່ອບໍ່ສົ່ງຜົນກະທົບໜັກຕໍ່ຜົນລະປູກຂອງປະຊາຊົນ ແລະ ແຜ່ລາມໄປສູ່ວົງກວ້າງ.



ທີ່ມາ ລາວພັດທະນາ
Ad