Top Ad

header ads

ທຸລະຄົມກັກຜູ້ຕ້ອງຫາມີຢາມ້າ 756 ເມັດ



 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໜ່ວຍ​ງານ​ສະ­ກັດ​ກັ້ນແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ທຸ­ລະ­ຄົມ ແຂວງ​ວຽງ​ຈັນ ໄດ້​ລົງ​ເຄື່ອນ​ໄຫວ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ຢູ່ ເຂດ​ບ້ານ​ໂພນ​ງາມ​ຜ່ານ​ການ
​ລົງ​ເຄື່ອນ​ໄຫວ​ຕົວ​ຈິງ​ສາ­ມາດ​ກັກ​ຕົວ​ພວກ​ຕ້ອງ​ຫາ​ໄດ້ 3 ຄົນ​ຄື: ທ້າວ ກ່ຳ ອາ­ຍຸ 32 ປີ, ທ້າວ ກອງ​ໄຊ (ຫຳ) ອາ­ຍຸ 22 ປີ ທັງ​ສອງ​ວ່າງ​ງານ ຢູ່​ບ້ານ​ຂຸດ​ສາມ​ບາດ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ​ກັກ​ຕົວ​ໃນ​ຄັ້ງ​ວັນ​ທີ 18 ກໍ­ລະ­ກົດ 2016 ແລະ​ທ້າວ ນ້ອຍ ອາ­ຍຸ 42 ປີ ອາ­ຊີບ​ກຳ­ມະ­ກອນ ຢູ່​ບ້ານ​ໂພນ​ງາມ ເມືອງ​ທຸ­ລະ­ຄົມ ແຂວງ​ວຽງ​ຈັນ ຖືກ​ກັກ​ຕົວ​ໃນ ຄັ້ງ​ວັນ​ທີ 20 ກໍ­ລະ­ກົດ 2016 .
     ຜ່ານ​ການ​ສຶບ​ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່:  ທ້າວ ກ່ຳ ໄດ້​ຮັບ​ສາ­ລະ­ພາບ​ວ່າ​ຢາ​ບ້າ​ຈຳ­ນວນ 390 ເມັດ ຊຶ່ງ​ເຈົ້າ ໜ້າ­ທີ່​ໄດ້​ພົບ​ແມ່ນ​ຂອງ​ຕົນ​ເອງ​ແທ້​ໄດ້​ຊື້​ນຳ​ຊາຍ​ຄົນ​ໜຶ່ງ​ບໍ່​ຊາບ​ຊື່​ຢູ່​ບ້ານ​ທ່າ​ກົກ ໄຮ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ ຈັນ 2 ຖົງ ຈຳ­ນວນ​ເທົ່າ​ກັບ 400 ເມັດ ໃນ​ລາ­ຄາ 3 ລ້ານ​ກີບ  ພາຍ­ຫຼັງ​ໄດ້​ຢາ​ບ້າ​ແລ້ວ​ຕົນ​ເອງ​ຈິ່ງ​ໄດ້​ເອົາ​ມາ​ເຮັດ​ເປັນ​ແພັກ ແພັກ​ລະ 10 ເມັດ ໃນ​ນີ້ ໄດ້​ເສບ​ໄປ​ແລ້ວ 10 ເມັດ ຍັງ​ເຫຼືອ​ຈຳ­ນວນ 390 ເມັດ. ຜ່ານ​ມາ​ຕົນ​ເອງ​ເຄີຍ​ຈຳ­ໜ່າຍ​ຂາຍ​ມາ​ແລ້ວ 2 ຄັ້ງ ຄັ້ງ​ນີ້​ເປັນ​ຄັ້ງ​ທີ 3 ໃນ​ຂະ­ນະ​ທີ່​ກຳ­ລັງ​ຈະ​ເອົາ​ຢາ​ບ້າ​ໄປ​ຈຳ­ໜ່າຍ​ຂາຍ​ໃຫ້​ກັບ​ກຸ່ມ​ໄວ​ໜຸ່ມ​ແລ້ວ​ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ​ພ້ອມ​ຂອງ​ກາງ ຢາ​ບ້າ​ຈຳ­ນວນ 390 ເມັດ.
     ສ່ວນ ທ້າວ ຫຳ ໄດ້​ຮັບ​ສາ­ລະ­ພາບ ວ່າ​ຢາ​ບ້າ​ຈຳ­ນວນ 342 ເມັດ ຊຶ່ງ​ເຈົ້າ ໜ້າ­ທີ່​ກວດ​ຄົ້ນ​ພົບ​ຢູ່​ກະ­ຕ່າ​ຂີ້​ເຫຍື້ອ ແລະ​ຖ້ວຍ​ໝີ ຢູ່​ໃນ​ຫ້ອງ​ນອນ​ແມ່ນ​ເປັນ​ຂອງ​ຕົນ​ເອງ​ແທ້​ຢາ​ບ້າ​ຈຳ­ນວນ​ດັ່ງ­ກ່າວ​ທີ່​ຊື້​ນຳ​ຄົນ​ບໍ່​ຊາບ​ຊື່​ຢູ່​ບ້ານ​ທ່າ​ກົກ​ໄຮ ເມືອງ​ປາກ​ງື່ມ ນະ ຄອນ​ຫຼວງ​ວຽງ​ຈັນ ຈຳ­ນວນ 2 ຖົງ​ເທົ່າ​ກັບ 400 ເມັດ ໃນ​ລາ­ຄາ 2,8 ລ້ານ​ກີບ ຈາກ​ນັ້ນ​ກໍ​ໄດ້​ເອົາ​ຢາ​ມາ​ຈຳ­ໜ່າຍ​ຂາຍ​ໃຫ້​ກຸ່ມ​ຊາວ​ໜຸ່ມ​ຢູ່​ໂຕະ​ສະ­ນຸກ​ເກີ ຈຳ­ນວນ 20 ເມັດ ສ່ວນ​ທີ່​ຍັງ​ເຫຼືອ​ກ້ຽມ​ໄປ​ຂ່າຍ​ໃຫ້​ກຸ່ມ​ຊາວ​ໜຸ່ມ​ຢູ່ ບ້ານ​ນາ​ນົກ​ຂຸ້ມ ກໍ​ເລີຍ​ຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ​ພ້ອມ​ຂອງ​ກາງ​ຢາ​ບ້າ​ຈຳ­ນວນ 342 ເມັດ, ຜ່ານ​ມາ​ຜູ້­ກ່ຽວ​ແມ່ນ​ໄດ້​ເຄື່ອນ​ໄຫວ​ຄ້າ­ຂາຍ ແລະ​ເສບ​ຢາ​ບ້າ​ມາ​ເປັນ​ເວ­ລາ 8 ເດືອນ ແຕ່​ລະ​ຄັ້ງ​ແມ່ນ​ໄປ​ເອົາ​ມາ​ຂາຍ​ເທື່ອ​ລະ 30-400 ເມັດ.
       ສ່ວນ ທ້າວ ນ້ອຍ ກໍ​ໄດ້​ຮັບ​ສາ­ລະ­ພາບ​ຕໍ່​ເຈົ້າ​ໜ້າ­ທີ່​ວ່າ ຕົນ​ເອງ​ແມ່ນ​ໄດ້​ໄປ​ຊື້​ຢາ​ບ້າ​ຢູ່​ບ້ານ​ເກິນ​ກາງ ເມືອງ​ທຸ­ລະ­ຄົມ ຈຳ ນວນ 30 ເມັດ ໃນ​ລາ­ຄາ 3,9 ແສນ​ກີບ ພາຍ­ຫຼັງ​ໄດ້​ຢາ​ມາ​ແລ້ວ​ກໍ​ຂາຍ​ໃຫ້​ກັບ​ກຸ່ມ​ຊາວ​ໜຸ່ມ​ຕາມ​ບ້ານ​ໃນ​ລາ­ຄາ​ເມັດ​ລະ 20 ພັນ​ກີບ ຍັງ​ເຫຼືອ​ຈຳ­ນວນ 24 ເມັດ ກໍ​ເລີຍ​ຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ​ພ້ອມ​ຂອງ​ກາງ​ຈຳ­ນວນ​ດັ່ງ­ກ່າວ​ຜູ້­ກ່ຽວ​ຍັງ​ໃຫ້­ການ​ຕໍ່​ເຈົ້າ​ໜ້າ­ທີ່​ວ່າ​ຜ່ານ​ມາ​ເຄີຍ​ໄດ້​ຊື້​ຢາ​ບ້າ​ມາ​ຂາຍ​ແລ້ວ 6 ຄັ້ງ ພ້ອມ​ທັງ​ເສບ ແລະ​ກໍ​ເປັນ​ຜູ້​ຖືກ​ຊັດ​ທອດ​ທີ່​ພົວ­ພັນ​ບັນ­ຫາ​ດັ່ງ­ກ່າວ​ແຕ່​ຜູ້­ກ່ຽວ​ກໍ​ເອົາ​ຕົວ​ຫຼົບ­ໜີ​ສຸດ​ທ້າຍ​ກໍ່​ຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ.
      ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ແມ່ນ​ຜິດ​ຕໍ່​ກົດ­ໝາຍ​ອາ­ຍາ​ມາດ­ຕາ 146 ແຫ່ງ ສປປ ລາວ ປະ­ຈຸ​ບັນ​ເຈົ້າ ໜ້າ­ທີ່​ຕຳ­ຫຼວດ​ໜ່ວຍ​ງາ​ານ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ທຸ­ລະ­ຄົມ​ໄດ້​ສັງ​ລວມ​ຂໍ້​ມູນ​ຫຼັກ​ຖານ ເພື່ອ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ​ໃນ​ຂັ້ນ​ຕໍ່​ໄປ.

Ad