Top Ad

header ads

7 ສະໝຸນ​ໄພພື້ນ​ບ້ານ​ ແກ້​ເບົາ​ຫວານ​ ຄວາມ​ດັນ​ເລືອດ​ ແລະ ​ຕາ​ມົວ​​ ຫາ​ມາ​ຕິດ​ບ້ານ​ໄວ້​


7 ສະໝຸນ​ໄພພື້ນ​ບ້ານ​ ແກ້​ເບົາ​ຫວານ​ ຄວາມ​ດັນ​ເລືອດ​ ແລະ ​ຕາ​ມົວ​​ ຫາ​ມາ​ຕິດ​ບ້ານ​ໄວ້​

ຊຶ່ງ​ຕົວ​ອິນ​ຊູ​ລິນ​ມີ​ຫນ້າທີ່​ນຳ​ນ້ຳ​ຕານ​ໃນ​ເລືອດ​ໄປ​ສູ່​ເນື້ອເຍື່ອ​ຕ່າງ​ໆ​ ເພື່ອ​ສ້າງ​ພະລັງ​ງານ​ ເມື່ອ​ຮ່າງກາຍ​ມີ​ອິນ​ຊູ​ລິນ​ບໍ່​ພຽງ​ພໍ​ກໍ​ຈະ​ເຮັດໃຫ້​ມີ​ນ້ຳ​ຕານ​ໃນ​ເລືອດ​ສູງ​ຂຶ້ນ​ນັ້ນ​ເອງ​

ພະຍາດ​ແຊກ​ຊ້ອນ​ຜູ້​ປ່ວຍ​ເບົາ​ຫວານ​

ຊຶ່ງ​ຜູ້​ປ່ວຍ​ພະຍາດ​ເບົາ​ຫວານ​ມັກ​ຈະ​ມີ​ການ​ເກີດ​ພະຍາດ​ແຊກ​ຊ້ອນ​ຕ່າງ​ໆ​ ຕາມ​ມາ​ ເຊັ່ນ​ ພະຍາດ​ຄວາມ​ດັນ​ ພະຍາດ​ຫຼອດ​ເລືອດ​ຫົວ​ໃຈ​ ຫຼອດ​ເລືອດ​ສະຫມອງ​ ໄຕ​ວາຍ​ ອາການ​ຊາ​ ປາຍ​ປະສາດ​ເສື່ອມ​ ຕາ​ມົວ​ ຕໍ້ກ​ະ​ຈົກ​ ຊຶ່ງ​ພະຍາດ​ທີ່​ມັກ​ເປັນ​ຄູ່​ກັນ​ກັບ​ພະຍາດ​ເບົາ​ຫວານ​ຄື​ຄວາມ​ດັນ​ເລືອດ​ ໃນ​ປະຈຸບັນ​ການ​ຮັກສາ​ເບົາ​ຫວານ​ ແລະ ​ຄວາມ​ດັນ​ເລືອດ​ ແພດ​ຈະໃຫ້​ຢາ​ມາກິນ​ເພື່ອ​ຊ່ວຍ​ປະ​ຄອງ​ແລະຮັກສາ​ອາການ​

ຜູ້​ປ່ວຍ​ເບົາ​ຫວານ​ແລະ​ຄວາມ​ດັນ​ເລືອດ​ ລ້ວນ​ແສວ​ງ​ຫາ​ວິທີ​ທີ່​ຈະ​ປິ່ນປົວພະຍາດ​ນີ້​ ການ​ໃຊ້​ສະຫ​ມຸນ​ໄພ​ຖື​ເປັນ​ແນວ​ທາງ​ການ​ຮັກສາ​ອີກ​ທາງໜຶ່ງ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ ຊຶ່ງ​ມີສະຫ​ມຸນ​ໄພ​ຫຼາຍ​ຊະນິດ​ທີ່​ມີລາຍ​ງານ​ການສຶກສາ​ວ່າ​ມີ​ລິດ​ຫຼຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ຫຼຸດ​ໄຂ​ມັນ​ໃນ​ເລືອດ​ ເຮັດໃຫ້​ການ​ໄຫຼ​ວຽນ​ຂອງ​ຫຼອດ​ເລືອດ​ດີ​ຂຶ້ນ​ ຊຶ່ງ​ສະ​ຫມຸນ​ໄພ​ທີ່​ນິຍົມ​ໃນ​ການ​ນຳ​ມາ​ປິ່ນປົວພະ ຍາດ​ເບົາ​ຫວານ​ ແລະ ​ຄວາມ​ດັນ​ເລືອດ​ ຄື​ຫຍັງ​ນັ້ນ​ ມື້​ນີ້​ເຮົາ​ຈະ​ມາ​ເຮັດ​ຄວາມ​ຮູ້​ຈັກ​ກັບ​ສະຫ​ມຸນ​ໄພແກ້​ເບົາ​ຫວານ​ແລະ​ຄວາມ​ດັນ​

ສະ​ຫມຸນ​ໄພ​ພື້ນ​ບ້ານ​ແກ້​ເບົາ​ຫວານຫຼຸດ​ຄວາມ​ດັນ​

1 ໝາກໄຊ​ຂີ້ນົ​ກ​ ເປັນ​ໄມ້​ເລື້ອຍ​ແລະ​ເປັນ​ຜັກ​ພື້ນ​ບ້ານ​​ ອາດຈະ​ນຳ​ມາລ​ວກຈ່ຳ​ກິນ​ເປັນ​ຜັກ​ຈ່ຳ​ນ້ຳ​ພິກ​ກໍແຊບ​ດີ​ ມີ​ວິ​ຕາ​ມິນ​ ເອ​ ແລະ​ ຊີ​ ສູງ​ ມີສັບພະຄຸນ​ໃນ​ການ​ຫຼຸດ​ນ້ຳ​ຕານ​ໃນ​ເລືອດ​ ແລະ ​ຊະ​ລໍ​ການ​ເກີດ​ຕໍ້ກະ​ຈົກ​ໄດ້​

2 ໃບ​ຢ່າ​ນາງ​ ມີສັບພະຄຸນ​ເປັນ​ຢາ​ເຢັນ​ ເມື່ອ​ກິນ​ເຂົ້າໄປ​ຈະ​ເຮັດໃຫ້​ຮ່າງກາຍ​ເຢັນ​ລົງ​ ເຮັດໃຫ້​ລະບົບ​ໃນ​ຮ່າງກາຍ​ສາມາດ​ຜະລິດ​ອິນ​ຊູ​ລິນ​ມາ​ເຜົາ​ຜານ​ນ້ຳ​ຕານ​ໄດ້​ເປັນ​ປົກກະຕິ​ ຈຶ່ງ​ເປັນ​ສະຫ​ມຸນ​ໄພແກ້​ເບົາ​ຫວານ​ໄດ້​ນັ້ນ​ເອງ​

3 ກະ​ທຽມ​ ມີ​ຄຸນສົມບັດ​ຊ່ວຍ​ຫຼຸດ​ຄວາມ​ດັນ​ເລືອດ​ລົງ​ໄດ້​ ຄວນ​ຮັບປະທານ​ກະ​ທຽມ​ຫົວ​ແກ່​ ຫາກ​ຮັບປະທານ​ສົດ​ຈະ​ໄດ້ຮັບ​ຄຸນ​ປະໂຫຍດ​ຫຼາຍກວ່າ​ກະ​ທຽມ​ທີ່ປຸງ​ສຸກ​ແລ້ວ​
4 ຫົວສີໄຄ ເປັນ​ສະຫ​ມຸນ​ໄພ​ແກ້​ເບົາ​ຫວານ​ແລະ​ຄວາມ​ດັນ​ທີ່​ເຮົາ​ຮູ້​ຈັກ​ດີ​ ເພາະ​ນິຍົມ​ນຳ​ມາ​ປະກອບ​ອາຫານ​ ຊຶ່ງ​ຫົວສີໄຄ​ຈະ​ມີສັບພະຄຸນ​ໃນ​ການ​ຂັບ​ຍ່ຽວ​ ຂັບ​ລົມ​ ແລະ ​ຍັງ​ຊ່ວຍ​ຫຼຸດ​ຄວາມ​ດັນ​ເລືອດ​ໄດ້​ອີກ​ດ້ວຍ​

5 ຜັກ​ຕຳນິນ​ ໃນ​ຜັກ​ຕຳ​ນິນມີ​ປະໂຫຍດ​ຫລວງ​ຫລາຍ​ ເປັນ​ຢາ​ພື້ນ​ບ້ານ​ໃຊ້​ຮັກ ສາ​ເບົາ​ຫວານ​ ສາມາດ​ໃຊ້​ໄດ້​ທັງ​ ຮາກ​ ເຄືອ​ ໃບ​ ຊຶ່ງ​ມີ​ສູດ​ຫຼາກ​ຫຼາຍ​ ແມ້ກ​ະ​ທັ້ງ​ຊາວ​ເບງ​ກອລ​ໃນ​ອິນ​ເດຍ​ກໍ​ໃຊ້​ຕຳນິນ​ເປັນ​ຢາ​ປະຈຳ​ແກ້​ພະຍາດ​ເບົາ​ຫວານ​

6 ຜັກ​ຊຽງ​ດາ​ ມີ​ລັກສະນະ​ເປັນ​ໄມ້​ເລື້ອຍ​ ເຄືອ​ສີ​ຂຽວ​ ມີລົດຂົມ​ອ່ອນ​ໆ​ ແລະ​ ມີ​ສານ​ຕ້ານ​ອ​ະນຸ​ມູນ​ອິດສະຫລະ​ສູງ​​ ເປັນ​ຜັກ​ທີ່​ໝໍ​ຢາ​ພື້ນ​ບ້ານ​ໃຊ້​ເປັນ​ຜັກ​ເພື່ອ​ເພີ່ມ​​ກຳ​ລັງ​ ທັງ​ຍັງ​ສາມາດ​ໃຊ້​ເປັນ​ຢາລົດ​ນ້ຳ​ໜັກ​ໄດ້​ ເນື່ອງ​ຈາກ​ວ່າ​ຜັກ​ຊຽງ​ດາ​ຊ່ວຍ​ໃຫ້​ມີ​ການ​ນຳ​ນ້ຳ​ຕານ​ໄປ​ເຜົາ​ຜານຫລາຍກວ່າ​ການ​ໄປ​ສ້າງ​ເປັນ​ໄຂ​ມັນ​ສະ​ສົມ​ ຊຶ່ງ​ມີ​ການສຶກສາ​ຜູ້​ປ່ວຍ​ຈາກ​ພະຍາດ​ເບົາ​ຫວານ​ທີ່​ໃຊ້​ຜັກ​ຊຽງ​ດາ​ໃນ​ການ​ຮັກສາ​ ສາມາດ​ຫຼຸດ​ປະລິມານ​ການ​ໃຊ້​ຢາ​ແຜນ​ປະຈຸບັນ​ໄດ້​ ແລະ​ ບາງຄົນ​ສາມາດ​ໃຊ້​ຜັກ​ຊຽງ​ດາ​ຢ່າງ​ດຽວ​ໃນ​ການ​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ໄດ້​

ໃບ​ພູ​ ເປັນ​ຜັກ​ພື້ນ​ບ້ານ​​ແລະ​ເປັນ​ສະຫ​ມຸນ​ໄພ​ແກ້​ເບົາ​ຫວານ​ແລະ​ຄວາມ​ດັນ​ນິຍົມ​ນຳ​ມາ​ຮັບປະທານ​ສົດ​ ໃນ​ສູດ​ຢາສະຫ​ມຸນ​ໄພ​ພື້ນ​ບ້ານ​ສາມາດ​ນຳ​ໃບ​ພູມາ​ຕົ້ມ​ເພື່ອລົດ​ເບົາ​ຫວານ​ໄດ້​ ເນື່ອງ​ຈາກ​ໃບພູມີສັບພະຄຸນ​ໃນ​ການ​ຫຼຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ໄດ້​ເປັນ​ຢ່າງ​ດີ​ ອີກ​ທັງ​ຍັງມີ​ສານ​ຕໍ່​ຕ້ານ​ອ​ະນຸ​ມູນ​ອິດສະຫຼະ​ສູງ​ ມີ​ແຄລ​ຊຽມ​ ວິ​ຕາ​ມິນ​ເອ​ແລະ​ຊີ​ສູງ​​


ທີ່ມາ ຄິດອອກ
Ad