Top Ad

header ads

ທ່ານນາຍົກແນະນຳ 7 ກະຊວງເປັນເຈົ້າເຝົ້າຕິດຕາມຊ່ວຍບັນຫາໄພພິບັດ


ລັດຖະບານເປັນຫ່ວງຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ໂດຍສະເພາະພາກເໜືອຈິ່ງໃຫ້ທິດຊີ້ນຳ 7 ກະຊວງຫຼັກໃຫ້ເອົາໃຈໃສ່ການປະສານງານຮີບຟື້ນຟູຄືນຄວາມເສຍຫາຍຜ່ານມາ ພ້ອມເຝົ້າລະວັງສະເພາະໜ້າທີ່ອາດເກີດຂຶ້ນ ເພື່ອຮັບປະກັນການສູນເສຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນ.



       ໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2016 ນີ້ທີ່ດຳເນີນເປັນເວລາສອງວັນ 25-26 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທີ່ປະຊຸມ ໄດ້ສຸມໃສພິຈາລະນາ ແລະຜ່ານບັນດາເນື້ອໃນສຳຄັນຈຳນວນໜຶ່ງ ໃນນັ້ນປະກອບມີຮ່າງກົດໝາຍປັບປຸງ 3 ສະບັບເຊັ່ນ: ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ວ່າດ້ວຍສື່ມວນຊົນ ແລະຮ່າງກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງ ນອກນີ້ຍັງມີຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ
   ຊຶ່ງທັງໝົດນັ້ນຄະນະສະມາຊິກລັດຖະ ບານເຫັນດີໃຫ້ຄະນະຮັບຜິດຊອບແຕ່ລະ ຮ່າງກົດ ໝາຍນຳໄປປັບປຸງຄືນດ້ານເນື້ອ ໃນໃຫ້ມີຄວາມຄົບຖ້ວນ, ຊັດເຈນໂດຍໄວເພື່ອທັນນຳສະເໜີຕໍ່ຄະນະປະຈຳສະ ພາແຫ່ງຊາດພິຈາລະນາສະເໜີຕໍ່ກອງ ປະຊຸມສະໄໝສາມັນຂອງສະພາແຫ່ງ ຊາດທີ່ຈະຈັດຂຶ້ນໃນເດືອນຕຸລາ 2016 ນີ້.
   ກອງປະຊຸມລັດຖະບານຍັງໄດ້ຮັບ ຮອງເອົາບົດລາຍງານຜົນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ ແລະແຜນເງິນຕາໃນສົກ 2015-2016 ແລະປີ 2017 ໃນນັ້ນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມສົກ 2015-2016 ກອງປະຊຸມຕີລາຄາວ່າ: ເຖິງແມ່ນສະ ພາບການທາງພາຍໃນ ແລະຕ່າງປະ ເທດຈະມີການຜັນແປດ້ວຍຫຼາຍຮູບການ ແຕ່ຍ້ອນພັກ ແລະລັດເຮົາໄດ້ເອົາໃຈໃສ່ ຊີ້ນຳ, ຄຸ້ມຄອງ, ປະຊາຊົນຕະຫຼອດຮອດ ຜູ້ປະກອບການໃຫ້ຄວາມຮ່ວມມືຢ່າງເປັນເຈົ້າການຈິ່ງເຮັດໃຫ້ເສດຖະກິດໂດຍລວມຍັງຂະຫຍາຍຕົວປະມານ 6,9% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວ ຄົນໄດ້ 2.026 ໂດລາ ແຕ່ແຜນງົບປະມານ ແລະເງິນຕາແມ່ນຍັງບໍສາມາດບັນ ລຸຕາມຄາດໝາຍສູ້ຊົນທີ່ວາງໄວ້ສຳລັບປີ 2017 ນີ້ກອງປະຊຸມເຫັນດີໂດຍຫຼັກ ການ, ທິດທາງ ແລະຄາດໝາຍສູ້ຊົນ ຕາມທີ່ກະຊວງກ່ຽວຂ້ອງສະເໜີມາ ໂດຍລວມຍອດຜະລິດຕະພັນພາຍໃນບໍໃຫ້ຫຼຸດ 7-7,3%.
   ຄະນະລັດຖະບານໄດ້ພິຈາລະນາ ແລະໃຫ້ທິດຊີ້ນຳຕໍ່ຮ່າງນະໂຍບາຍທີ່ດິນ ແຫ່ງຊາດ ໂດຍສ້າງເປັນຮ່າງມະຕິກົມ ການເມືອງສູນກາງພັກ ກອງປະຊຸມໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບ ປຸງຕື່ມແລ້ວນຳສະເໜີກົມການເມືອງ ສູນກາງພັກພິຈາລະນາ.
   ໂອກາດດັ່ງກ່າວ ຄະນະລັດຖະບານ ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ປະຊາ ຊົນບັນດາເຜົ່າເປັນຕົ້ນບັນດາແຂວງພາກເໜືອທີ່ຖືກຜົນກະທົບຈາກໄພທຳມະຊາດ ນ້ຳຖ້ວມ ແລະການແພ່ລະບາດຂອງສັດ ຕູພືດ ຕັກແຕນ ດັ່ງນັ້ນໃນຕອນທ້າຍຂອງ ກອງປະຊຸມທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈິ່ງໄດ້ໃຫ້ທິດຊີ້ນຳທຸກ ກະຊວງ, ອົງການທຽບເທົ່າ ແລະອຳ ນາດການປົກຄອງທ້ອງຖິ່ນທຸກຂັ້ນໃນ ທົ່ວປະເທດຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນໃນການປະຕິບັດສອງໜ້າ ທີ່ຍຸດທະສາດຂອງຊາດ ເພື່ອຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມ ສະຫງົບ ແລະຄວາມເປັນລະບຽບຮຽບ ຮ້ອຍຂອງຊາດ.
   ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກ ເປັນພິເສດໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ, ກະຊວງໂຍທາ ທິການ ແລະຂົນສົ່ງ, ກະຊວງກະສິກຳ-ປ່າໄມ້, ສາທາລະນະສຸກ ແລະພາກສ່ວນ ກ່ຽວຂ້ອງໃຫ້ສືບຕໍ່ສົມທົບກັບອຳນາດການປົກຄອງແຂວງພາກເໜືອ ເພື່ອສຳຫຼວດກວດກາພື້ນທີ່ທີ່ໄດ້ຮັບຜົນກະທົບ, ສັງລວມຜົນເສຍຫາຍ ແລະໃຫ້ການຊ່ວຍ ເຫຼືອສຸກເສີນເບື້ອງຕົ້ນແກ່ຜູ້ປະສົບໄພ, ກວດກາ ແລະສ້ອມແປງເບື້ອງຕົ້ນຖະ ໜົນຫົນທາງ, ຂົວ, ລະບົບຊົນລະປະ ທານ, ໂຮງຮຽນ, ໂຮງໝໍ ແລະສຸກສາ ລາອື່ນໆໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວທັງສາມາດນຳໃຊ້ໄດ້.
   ພ້ອມກັນນີ້ໃຫ້ກະກຽມສະໜອງແນວພັນເຂົ້າ, ພືດໃຫ້ປະຊາຊົນຊຸກຍູ້ໃຫ້ເຂົາເຈົ້າປູກພືດທົດແທນ, ເຮັດນາຕ່າວໃນບ່ອນທີ່ມີເງື່ອນໄຂ, ສະໜອງຢາປົວພະ ຍາດ, ປິ່ນປົວຜູ້ທີ່ເຈັບເປັນພ້ອມທັງເຝົ້າລະວັງໂລກລະບາດທີ່ຈະຕາມມາ ຖ້າຫາກພົບບັນຫາຫຍຸ້ງຍາກເກີນກວ່າຂະແໜງ ການ ແລະທ້ອງຖິ່ນຈະຮັບໄດ້ໃຫ້ຮີບແຈ້ງລັດຖະບານ ເພື່ອມີມາດຕະການແກ້ໄຂ ໃຫ້ທັນການ.
   ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ກະຂວງຖະແຫຼງ ຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ຄະນະກຳມະການປ້ອງກັນ ແລະຄຸ້ມຄອງ ໄພພິບັດແຫ່ງຊາດໃຫ້ເອົາໃຈໃສ່ຕິດ ຕາມສະພາບອາກາດຢ່າງເປັນປະຈຳ ແລະ ແຈ້ງເຕືອນໄ ພລ່ວງໜ້າທາງວິທະຍຸ, ໂທລະພາບໃຫ້ປະຊາຊົນທົ່ວປະເທດໄດ້ຮັບຊາບຢ່າງທັນການ ເພື່ອຈະໄດ້ກະກຽມຮັບມືເປັນການຫຼຸດຜ່ອນບໍໃຫ້ເກີດຜົນເສຍຫາຍຕໍ່ຊີວິດ ແລະຊັບສິນຂອງພໍ່ແມ່ ປະຊາຊົນ.
  ນອກນີ້ທ່ານ ນາຍົກຍັງຮຽກຮ້ອງມາ ຍັງບັດດາກະຊວງ, ຂະແໜງການ ແລະປະຊາຊົນບັນດາເຜົ່າຈົ່ງໃຫ້ຄວາມຮ່ວມມືໃນໂອກາດທ່ີ ສປປ ລາວໄດ້ເປັນປະທານ ອາຊຽນ ເພື່ອຮັບປະກັນຄວາມປະທັບໃຈໃນການຕ້ອນຮັບ, ການເປັນເຈົ້າພາບທີ່ດີ ແລະຍົກບົດບາດອິດທີພົນຂອງລາວໃຫ້ ນັບມື້ສູງຂຶ້ນໃນເວລາພາກພື້ນ ແລະສາ ກົນ.
Ad