Top Ad

header ads

ເມືອງຫົງສາ ແຂວງໄຊຍະບູລີ ທໍາພິທີທໍາລາຍສິນຄ້າໝົດອາຍຸ 82 ລາຍການ

ໃນຕອນບ່າຍວັນທີ 18 ສິງຫາ 2016 ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸການນຳໃຊ້ ໂດຍມີທ່ານ ສອນສະນິດ ເພັດໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ມີຜູ້ຕາງໜ້າສະມາຄົມຕະຫຼາດ ບັນດາຄະນະກຳມະການກວດກາຄຸນະພາບສິນຄ້າພາຍໃນເມືອງທີ່ຖືກແຕ່ງຕັ້ງສະເພາະກິດ ແລະ ພະນັກງານວິຊາການຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສອນສະນິດ ເພັດໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຫົງສາ ໄດ້ໃຫ້ຮູ້ວ່າ ໂດຍປະຕິບັດຕາມແຜນເຄື່ອນໄຫວວຽກງານປະຈຳເດືອນ ແລະ ເພື່ອເປັນການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ດັ່ງນັ້ນ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສົບທົບກັບຄະນະກຳມະການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ພ້ອມກັນລົງກວດກາຄຸນະພາບສິນຄ້າ ແລະ ສິນຄ້າທີ່ຜິດລະບຽບຢູ່ຮ້ານຄ້າໃຫຽ່-ນ້ອຍພາຍໃນເມືອງຫົງສາ ຈຳນວນ 14 ບ້ານເທສະບານ ແລະ ຢູ່ໃນບໍລິເວນຕະຫຼາດຂອງເມືອງ ມີຈຳນວນ 130 ຮ້ານ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດແຕ່ກາງເດືອນກໍລະກົດ 2016 ຫາຕົ້ນເດືອນ ສິງຫາ 2016 ເຊິ່ງຜ່ານການລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ ຫຼື ສິນຄ້າໝົດຄຸນະພາບໃນຄັ້ງນີ້ ບັນດາຄະນະກຳມະການກວດກາຄຸນະພາບທີ່ຖືກແຕ່ງຕັ້ງສະເພາະກິດຂອງເມືອງ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ຂອບເຂດ ສິດ ແລະ ໜ້າທີ່ຂອງຂະແໜງການສາຍຕັ້ງໄດ້ມອບໝາຍໃຫ້ ເຊິ່ງສາມາດກວດກາພົບເຫັນ ແລະ ຍຶດສິນຄ້າປະເພດອຸປະໂພກ-ບໍລິໂພກທີ່ໝົດອາຍຸການນຳໃຊ້ ເປັນຕົ້ນແມ່ນເຄື່ອງດື່ມ ເຄື່ອງປຸງແຕ່ງອາຫານ ໝີ່ ເຂົ້າໜົມ ສີຍ້ອມຜົມ ໂລຊັ່ນທາຜິວ ແລະ ອື່ນໆອີກຫຼາຍຢ່າງ ຮວມທັງໝົດ 82 ລາຍການ ມູນຄ່າ 21 ລ້ານກວ່າກີບ.
ສໍາລັບການທໍາລາຍສິນຄ້າຄັ້ງນີ້ແມ່ນໄດ້ທໍາລາຍດ້ວຍການຈູດ-ເຜົາ ຢູ່ສະຖານທີ່ຖິ້ມຂີ້ເຫຽື້ອຂອງເມືອງຫົງສາ ເພື່ອເປັນການປຸກຈິດສໍານຶກໃຫ້ແກ່ຜູ້ບໍລິໂພກ ແລະ ຜູ້ປະກອບການທຸລະກິດ ຕໍ່ການເຄົາລົບລະບຽບກົດໝາຍ ແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າທີ່ເຄື່ອນໄຫວຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃຫ້ເປັນໄປຕາມກົນໄກເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ ສົ່ງເສີມການຜະລິດສິນຄ້າ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດ ຜົນປະໂຫຽດຂອງຜູ້ຊົມໃຊ້ຢູ່ໃນທົ່ວເມືອງ.

ທີ່ມາແຫຼ່ງຂ່າວ: Vientiane Today
Ad