Top Ad

header ads

8 ປະໂຫຍດສຸດຍອດຂອງ “ເຫັດອໍຣິນຈິ” ຕ້ານມະເຮັງ-ຫຼຸດນ້ຳໜັກ

 ຮູ້ຫຼືບໍ່ວ່າ “ເຫັດອໍຣິນຈິ” ມີຊື່ເອີ້ນຫຼາຍຢ່າງ ບາງຄົນຮູ້ຈັກກັນໃນນາມ “ເຫັດນາງລົມຫຼວງ” ແຕ່ບໍ່ວ່າຈະເອີ້ນຊື່ຫຍັງ ມັນກໍ່ໝາຍເຖິງເຫັດຍາວເນື້ອແໜ້ນສີີຂາວ-ນໍ້າຕານອັນນີ້ ນອກຈາກລົດຊາດດີຈົນນຳໄປຕົ້ມ, ຕຳ, ຍໍາແນວໃດກໍ່ແຊບຍັງມີປະໂຫຍດຫຼາຍຢ່າງຈົນຢາກຈະຮັບປະທານທຸກມື້.

8 ປະໂຫຍດສຸດຍອດຂອງ “ເຫັດອໍຣິນຈິ”
- ຊ່ວຍຕ້ານມະເຮັງ ຄຸນສົມບັດຂອງສານຕ້ານອະນຸມູນອິດສະຫຼະໃນເຫັດອໍຣີນຈິ.
- ຊ່ວຍຫຼຸດອາການປວດຕາມສ່ວນຕ່າງໆຂອງຮ່າງກາຍ.
- ຊ່ວຍຫຼຸດນໍ້າຕານໃນເລືອດ ເໝາະກັບຜູ້ທີ່ເປັນໂລກເບົາຫວານ ແລະຜູ້ທີ່ຕ້ອງການຫຼຸດນໍ້າໜັກ.
- ຊ່ວຍປັບສົມດຸນຂອງຮ່າງ ກາຍໃຫ້ທຸກສ່ວນຕ່າງໆເຮັດວຽກໄດ້ດີຂຶ້ນ.
- ຊ່ວຍຫຼຸດຄວາມດັນເລືອດສູງ ປັບຄວາມດັນໃຫ້ຢູ່ໃນລະດັບປົກ ກະຕິ.
- ມີຄຸນຄ່າທາງໂພຊະນາການ ສາມາດຮັບປະທານຄວບຄູ່ໄປກັບ ຜັກສະລັດ ຫຼື ເຮັດເປັນອາຫານ ໂດຍໃສ່ເຫັດ       ແທນຊີ້ນສັດໄດ້.
- ຊ່ວຍຫຼຸດຄໍເຣດສເຕີຣອນໃນ ຮ່າງກາຍເໝາະກັບຜູ້ທີ່ຮັກສາສຸຂະພາບ ແລະຢາກຫຼຸດນໍ້າໜັກອີກ.
- ບຳລຸງເລືອດໃຜທີ່ປະສົບບັນຫາໂລກເລືອດຈາງຮັບປະທານເຫັດອໍຣິນຈິເປັນປະຈຳຊ່ວຍໄດ້ແນ່ນອນ.


Ad