Top Ad

header ads

ໄຊຍະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍ 9%

     ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແຂວງໄດ້ສຶບຕໍ່ຈັດຕັ້ງປະຕິບັດບຸກທະລຸ 4 ດ້ານ ເພື່ອສ້າງພື້ນຖານບາດລ້ຽວໃໝ່ໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ
ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ ໄດ້ຢ່າງທົ່ວເຖິງພັດທະນາປະເທດຊາດຫຼຸດພົ້ນອອກຈາກ ສະພາວະດ້ອຍພັດທະນາໃນປີ 2020 ກ້າວເຂົ້າສູ່ປະເທດທີ່ ກຳລັງພັດທະນາ ໂດຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດຢ່າງຕໍ່ເນື່ອງສົມດຸນ ແລະຍືນຍົງທີ່ມີການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ.

   ອີງຕາມຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງ ແຂວງໄຊຍະບູລີ ໃຫ້ຮູ້ວ່າ:ເພື່ອເຮັດໃຫ້ການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 9% ຕໍ່ປີຂຶ້ນໄປໃນໄລະຍະ 5 ປີ ຕໍ່ໜ້າ (2016-2020) ແຂວງຕ້ອງການທຶນເຂົ້າໃນການພັດທະນາທັງໝົດ 36% ຂອງລວມຍອດຜະລິດຕະພັນພາຍໃນ, ສະເລ່ຍປະມານ 3.426 ຕື້ກີບຕໍ່ປີ ໃນນັ້ນ: ການລົງທຶນຈາກງົບປະມານພາຍໃນກວມເອົາ 10%, ການ ລົງທຶນຈາກການຊ່ວຍເຫຼືອລ້າ ແລະການກູ້ຢືມກວມເອົາ 20%, ນອກນີ້ຍັງມີການລົງທຶນພາຍໃນ ແລະຕ່າງປະ ເທດກວມເອົາປະມານ 50% ແລະສິນເຊື່ອຂອງທະນາຄານກວມເອົາປະມານ 20% ຂອງການລົງທຶນທັງໝົດ.
     ທັງໝົດນີ້ ກໍເພື່ອປະກອບສ່ວນໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ແລະຄາດວ່າໃນປີ 2020 ຈະມີແຮງງານທັງໝົດ 238.266 ຄົນ ໃນນັ້ນກຳລັງແຮງງານ ໃນຂະແໜງກະສິກຳຫຼຸດລົງຈາກ 78,3% ໃນປີ 2015 ມາເປັນ 70%, ອຸດສາຫະກຳເພີ່ມຂຶ້ນຈາກ 16,2% ມາເປັນ 18% ແລະຂະແໜງບໍ ລິການເພີ່ມຈາກ 5,5% ມາເປັນ12% ໃນປີ 2020.
     ແນວໃດກໍດີ ຈາກຂໍ້ມູນປີ 2015 ໃຫ້ຮູ້ວ່າ: ເສດຖະກິດໂດຍລວມຂອງແຂວງໄດ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 9% ຕໍ່ປີລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນຈາກ 3.237 ຕື້ກີບ ໃນປີ 2010 ມາເປັນ 7.295 ຕື້ກີບໃນປີ 2015 ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.413 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການເກັບລາຍຮັບພາຍໃນເພີ່ມຂຶ້ນສະເລ່ຍ 18,7% ຕໍ່ປີ, ປະຕິບັດການໃຊ້ຈ່າຍເພີ່ມຂຶ້ນສະເລ່ຍ 20% ຕໍ່ປີນອກນີ້ຍັງມີລວມຍອດມູນຄ່າການສົ່ງອອກບັນລຸໄດ້ 168,84 ລ້ານໂດລາສາຫະລັດເທົ່າກັບ 54,97%, ມູນຄ່າການນຳເຂົ້າສິນຄ້າທັງໝົດ 132,66 ລ້ານໂດລາສະຫະລັດ ເທົ່າກັບ 41,81% ຂອງແຜນ 5 ປີ.



Ad