Top Ad

header ads

ນະຄອນຫຼວງວຽງຈັນເອົາໃຈໃສ່ເຝົ້າລະວັງພະຍາດຕັບອັກເສບ A


   ພາຍຫຼັງທີ່ມີການລະບາດຂອງພະຍາດດັບອັບເສບ ຢູ່ແຂວງຊຽງຂວາງເມື່ອປັດຈຸບັນສາທາລະນະສຸກ ນະຄອນລວງວຽງກໍໄດ້ເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ສິດເພື່ອສະກັດກັ້ນ ບໍ່ໃຫ້ບໍ່ໃຫ້ລະບາດຢູ່ນະຄອນຫຼວງວຽງຈັນຢ່າງເດັດຂາດໂດຍໄດ້ອອກຄຳສັ່ງແນະນຳໃຫ້ຫ້ອງການສາທາລະນະສຸກ 9 ເມືອງແລະ ໂຮງໝໍໃນນະຄອນຫຼວງວຽງຈັນໃຫ້ເອົາໃຈ ໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດຕັບອັກເສບ ດັ່ງນີ້:
          1. ມອບໃຫ້ຫົວໜ້າຫ້ອງການສາທາລະນະສຸກເມືອງໂຮງໝໍເມືອງມີການເຝົ້າລະວັງກຸ່ມອາການເຫລືອງໃນຄົນເຈັບຢ່າງເຄັ່ງຄັດ. ຖ້າມີກໍໃຫ້ເອົາໃຈໃສສ່ເກັບຕົວຢ່າງ ແລະ ລາຍງານຕາມລະບົບໃຫ້ທັນການ.

           2. ພະຍາດອັກເສບຕັບ ເປັນເຊື້ອພະຍາດຕິດແປດງ່າຍແຕ່ບໍ່ມີຄວາມຮຸນແຮງອັດຕາການຕາຍມີພຽງ 0,3%. ແຕ່ຕ້ອງມີມາດຕະການຄວບຄຸມໃຫ້ເຂັ້ມງສດໂດຍການສ້າງຄວາມເຂົ້າໃຈໃຫ້ພະນັກງານແພດໝໍອຳນາດການປົກຄອງຊຸມຊົນມີສ່ວນຮ່ວມໃນດ້ານສຸຂະອະນາໄມໃຫ້ຫລາຍຂຶ້ນ .
          3. ຖ້າແມ່ນກໍລະນີເຫລືອງທີ່ສົງໄສຕິດເຊື້ອໄວຣັດຕັບ ຕ້ອງປະຕິບັດການແຍກປ່ຽວໃນໂຮງໝໍ ຫລື ຄອບຄົວໃຫ້ເຄັ່ງຄັດ ເພາະພະຍາດດັ່ງກ່າວແມ່ນມີການຕິດແປດກັນຜ່ານທາງອາຫານການກິນ ແລະ ການສຳຜັດກັບອາຈົມນ້ຳຍ່ຽວນ້ຳມູກນ້ຳລາຍຂອງຄົນເຈັບ ແລະ ຕ້ອງແຍກເຄື່ອງໃຊ້ສະ ເພາະໃຫ້ກັບຄົນເຈັບ.
           4. ໃຫ້ມີການຈັດຕັ້ງໂຄສະນາສຸຂະສຶກສາທັງທາງກວ້າງ ແລະ ທາງເລິກໃຫ້ປະຊາຊົນຜູ້ມາໃຊ້ບໍລິການຢູ່ໂຮງໝໍກໍຄືຢູ່ໃນຊຸມຊົນໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ນຳໄປປະຕິບັດ ເພື່ອປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
          5. ໃຫ້ແຕ່ລະເມືອງສົມທົບກັບອຳນາດການປົກຄອງບ້ານທີ່ມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດການ ລະບາດພະຍາດດັ່ງກ່າວໄດ້ເຊັ່ນ: ບ້ານທີ່ມີອັດຕາການຊົມໃຊ້ວິດຕໍ່ານ້ຳດື່ມ ແລະ ວິຖີຊີວິດການກິນຢູ່ຍັງບໍ່ຮັບປະກັນຄວາມປອດໄພ ແລະ ສຸຂະອະນາໄມສິ່ງແວດລ້ອມຍັງເປິະເປື້ອນດັ່ງນີ້ເປັນຕົ້ນ.
           6. ໃຫ້ມີການເຕົ້າໂຮມປະຊຸມຜູ້ປະກອບການນ້ຳດື່ມນ້ຳກ້ອນຮ້ານອາຫານທີ່ຂຶ້ນກັບເມືອງຂອງທ່ານ ເພື່ອແຈ້ງຂ່າວນີ້ໃຫ້ເຂົາເຈົ້າຊາບຕໍ່ສະຖານະການ. ພ້ອມດຽວກັນນັ້ນ ກໍໃຫ້ທຸກພາກສ່ວນຕ້ອງໄດ້ມີການກວດກາສຸຂະພາບຂອງກຳມະກອນຕົນເອງ ຖ້າບໍ່ປະຕິບັດຫາກມີເຫດການເກີດຂຶ້ນກ່ຽວຂ້ອງກັບກິດຈະການຂອງຜູ້ປະກອບການນັ້ນຕ້ອງຮັບຜິດຊອບຕໍ່ສັງຄົມ ແລະ ປິດກິດຈະການ.
          7. ມອບໃຫ້ຫ້ອງການສາທາລະນະສຸກເມືອງຈົ່ງໄດ້ນຳເອົາເນື້ອໃນຂອງກອງປະຊຸມກ່ຽວກັບພະຍາດອັກເສບຕັບ ໃນມື້ວັນທີ 21/7/2016 ນີ້ໄປເຜີຍແຜ່ຕໍ່ໃຫ້ກັບພະນັກງານແພດໝໍ ແລະ ອຳ ນາດການປົກຄອງຢູ່ໃນຂັ້ນເມືອງບ້ານໄດ້ມີຄວາມເຂົ້າໃຈ ແລະ ຮ່ວມກັນປະຕິບັດຢ່າງເປັນເອກະພາບ.
            8. ມອບໃຫ້ຂະແໜງຈັດຫານ້ຳສະອາດອະນາໄມສິ່ງແວດລ້ອມ ກຽມຄວາມພ້ອມກ່ຽວກັບກຼໍລິນ ເພື່ອຕອບສະໜອງເມື່ອເມືອງໃດມີຄວາມຕ້ອງການໃນການປັບປຸງນ້ຳດື່ມ ນ້ຳໃຊ້.

            9. ເມື່ອທ່ານໄດ້ຮັບຄຳສັ່ງສະບັບນີ້ແລ້ວ ຈົ່ງຮີບຮ້ອນພາກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຖ້າມີບັນຫາຫຍຸ້ງຍາກ ຫລື ເຫດການອັນດ່ວນໃຫ້ແຈ້ງມາຍັງໜ່ວຍງານລະບາດວິທະຍາພະແນກສາທາລະນະສຸກນະຄອນຫລວງໃຫ້ທັນເວລາ.

Ad