Top Ad

header ads

ສະຖາບັນການທະນາຄານກັບການພັດທະນາບຸກຄະລາກອນໃນຍຸກ AEC


ສະຖາບັນການທະນາຄານ ( ສທຄ ) ເປັນໜຶ່ງໃນສະຖາບັນການສຶກສາຂັ້ນສູງສະເພາະດ້ານຂອງຊາດເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ( ທຫລ ) ຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະນຳ ສທຄ ໄດ້ມີຄວາມພະຍາຍາມບຸກໜ້າບືນຕົວພັດທະນາສະຖາບັນຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງຮັບປະກັນການຮຽນ-ການສອນມີຄຸນນະພາບດີ ເຮັດໃຫ້ເກີດມີບັນດິດໃໝ່ ທີ່ມີຄວາມພ້ອມປະຕິບັດໜ້າທີ່ຂອງຕົນ ປະກອບສ່ວນຢ່າງສົມກຽດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະໄດ້ເປັນຢ່າງດີ.


ທ່ານຫົວໜ້າ ສທຄ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວໃນ 5 ປີມານີ້ສທຄ ສ້າງນັກສຶກສາໄດ້ຄື: ສົກປີ 2009-2010 ມີ 2.786 ຄົນສົກ 2010-2011 ມີ 2.543 ຄົນສົກ2011-2012 ມີ 3.855 ຄົນສົກ2012-2013 ມີ 3.775 ຄົນສົກ2013-2014 ມີ4.734ຄົນ ແລະ ສົກສຶກສາ 2014-2015 ມີ 4.561ຄົນ ແລະສາມາດກໍ່ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ເປັນຈຳນວນຫລາຍສາມາດຕອບສະໜອງຄວາມຕ້ອງການຂອງຂະແໜງທະນາຄານໄດ້ເປັນຢ່າງດີຄື: ປັດຈຸບັນມີນັກສຶກສາກໍາລັງຮຽນຢູ່ 3.507 ຄົນຍິງ 2.246 ຄົນໃນນັ້ນຫຼັກສູດປະລິນຍາຕີສາຂາການທະນາຄານ727ຄົນສາຂາການເງິນ 465 ຄົນສາຂາການບັນຊີ 228 ຄົນຫຼັກສູດຊັ້ນສູງສາຂາການທະນາຄານ 1.078 ຄົນສາຂາການເງິນ-ການບັນຊີ 823 ຄົນ ແລະສາຂາການເງິນຈຸລະພາກ 186 ຄົນເຊິ່ງຈະໄດ້ຮັບໃບປະກາສະນິຍະບັດສົກສຶກສາ 2015-2016 ມີ 2.306 ຄົນ.


ທີ່ມາ ລາວພັດທະນາ
Ad