Top Ad

header ads

ປກສ ເມືອງນໍ້າບາກຈັບຂະບວນການຄ້າຢາເສບຕິດລາຍໃຫຍ່


  ທ້າວ ເຢຍທໍ ອາຍຸ 28 ປີຢູ່ບ້ານຈອມຈຸກ ແລະ ທ້າວ ກົວຮາ ອາຍຸ 29 ປີຢູ່ບ້ານນໍ້າແລເມືອງຫ້ວຍຊາຍແຂວງບໍ່ແກ້ວໄດ້ຖືກເຈົ້າໜ້າທີ່ ປກສ ເມືອງນໍ້າບາກແຂວງຫລວງພະບາງ ຈັບຕົວມາດໍາເນີນຄະດີເມື່ອບໍ່ດົນມານີ້ຫລັງຈາກພາກັນລັກລອບເອົາຢາເສບຕິດປະເພດເຮໂຣອີນຈໍານວນ 12 ແທ່ງຂຶ້ນລົດໂດຍສານເພື່ອມາສົ່ງໃຫ້ລູກຄ້າຢູ່ແຂວງຫລວງພະບາງ.
            ເຈົ້າໜ້າທີ່ ປກສ ເມືອງນໍ້າບາກ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີໃນວັນທີ 26 ກໍລະກົດ 2016 ວ່າຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ເຂົ້າມາແຂວງຫລວງພະບາງຈຶ່ງໄດ້ຈັດກໍາລັງລົງກວດກາຕາມສາຍທາງ ແລະ ຄິວລົດໂດຍສານຕ່າງໆ,ຈຶ່ງສາມາດຈັບຂະວນການຄ້າ ຂາຍຢາເສບຕິດດັ່ງກ່າວພ້ອມຂອງກາງເຮໂຣອີນຈໍານວນ 12 ແທ່ງຊຸກເຊື່ອງໄວ້ໃນຖົງຜ້າຫົ່ມຂອງພວກກ່ຽວໄວ້ເປັນຫລັກຖານໃນການດໍາເນີນຄະດີ.


             ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ເຮໂຣອີນ ທັງໝົດເປັນຂອງພວກຕົນແທ້ ໂດຍເອົາມາຈາກເຄື່ອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ໃນເຂດເມືອງຫ້ວຍຊາຍແຂວງບໍ່ແກ້ວ ເພື່ອເອົາມາສົ່ງໃຫ້ລູກຄ້າຢູ່ແຂວງຫລວງພະບາງແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ເສຍກ່ອນ ແລະ ປັດຈຸບັນຄະດີຢາເສບຕິດລາຍນີ້ພວມຢູ່ໃນຂັ້ນຕອນສະຫລຸບສໍານວນເພື່ອສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສີນລົງໂທດຕາມລະບຽບກົດໝາຍ ແລະ ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຈັບຕົວມາດໍາເນີນຄະດີໂດຍໄວ.


Ad