Top Ad

header ads

ສີ່ພັນຂຸມ ແຫຼ່ງທ່ອງທ່ຽວມະຫັດສະຈັນທາງທຳມະຊາດໜ້າຢ້ຽມຊົມ



ສາລະວັນຖືເປັນອີກແຂວງໜຶ່ງທີ່ມີບັນດາແຫຼ່ງທ່ອງທ່ຽວສວຍງາມຫຼາກຫຼາຍແຫ່ງສາມາດສ້າງແຮງຈູງໃຈດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ເປັນຢ່າງດີບໍ່ວ່າຈະເປັນທາງວັດທະນະທໍາ, ທໍາມະຊາດ ແລະປະຫວັດສາດ, ໃນນີ້ແຫຼ່ງທ່ອງທ່ຽວສີ່ພັນຂຸມບ້ານທ່ານັບວ່າ ເປັນອີກຜະລິດຕະພັນທ່ອງທ່ຽວ ຂອງແຂວງທີ່ໜ້າມະຫັດສະຈັນ ຊຶ່ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວຢ່າງແຜ່ຫຼາຍເຊັ່ນກັນ.
ສໍາລັບແຫຼ່ງທ່ອງທ່ຽວສີ່ພັນຂຸມແຫ່ງນີ້ມີລັກສະນະທີ່ແປກຕາ ແລະໜ້າມະຫັດສະຈັນໃຈ, ເນື່ອງຈາກຫີນ ແຜນໃຫຍ່ຖືກນໍ້າເຈາະເຊາະເປັນເວລາຫຼາຍຮ້ອຍປີໄດ້ເກີດເປັນຂຸມນ້ອຍໃຫຍ່ນັບຫຼາຍພັນຂຸມ ແລະແຕ່ລະຂຸມ ຈະມີນໍ້າຂັງເໜືອນກັບວ່ານໍ້າສ້າງ ແລະນໍ້າຈະໃສເບິ່ງແລ້ວສວຍງາມສະອາດຕາ ເຊິ່ງໄດ້ມີຄໍາຊ່າລືອັນຫຼາກຫຼາຍແຕກຕ່າງກັນໄປກ່ຽວກັບ ປະຫວັດຄວາມເປັນມາຂອງສີ່ພັນຂຸມນີ້ ເຊິ່ງບໍ່ທັນມີຄວາມຈະແຈ້ງເທື່ອ, ປະຈຸບັນແມ່ນຢູ່ພາຍໃຕ້ການຄຸ້ມຄອງດູແລ ໂດຍກົງຈາກຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ເມືອງລະຄອນເພັງ ໂດຍສົມທົບກັບອົງການ ປົກຄອງບ້ານທ່າ.
ຢ່າງໃດກໍ່ຕາມ ຖ້າຫາກວ່ານັກ ທ່ອງທ່ຽວທ່ານໃດທີ່ສົນໃຈກໍສາມາດໄປທ່ຽວໄປຊົມກັນໄດ້ ເຊິ່ງນອກຈາກຈະມີຂຸມຈໍານວນຫຼາຍໃຫ້ໄດ້ຊົມກັນແລ້ວບໍລິເວນອ້ອມຮອບເຂດ ດັ່ງກ່າວຍັງເຕັມໄປດ້ວຍພູຜາປ່າໄມ້ຂຽວສົດງົດງາມອັນລ້ວນແລ້ວແຕ່ ຜະລິດສາຍລົມໃຫ້ມີອາກາດເຢັນສົດຊື່ນຢູ່ຕະຫຼອດເວລາ, ຍິ່ງຖ້າໄດ້ ຖ່າຍພາບໄວ້ເປັນທີ່ລະນຶກກັບສິ່ງແວດລ້ອມຄຽງຄູ່ກັບຂຸມຫີນທີ່ໜ້າອັດສະຈັນແລ້ວຍິ່ງຈະສ້າງຄວາມຊົງຈໍາທີ່ຍາກຈະລືມໄດ້, ເອົາເປັນວ່າຖ້າມີໂອກາດໄດ້ເດີນທາງໄປທາງພາກໃຕ້ກໍຢ່າງລືມໄປແວ່ຊົມກໍແລ້ວກັນເຊື່ອແນ່ວ່າທ່ານຈະປະທັບໃຈຢ່າງແນ່ນອນ.
 
ຂໍຂອບໃຈຂໍ້ມູນຈາກ: ເສດຖະກິດ-ສັງຄົມ
Ad