Top Ad

header ads

ນະຄອນຫລວງ ກຽມຄວາມພ້ອມທຸກດ້ານ ສູ່ການໄຂສົກຮຽນໃໝ່

ເພື່ອເປັນການກະກຽມກ້າວສູ່ການໄຂສົກຮຽນ ໃໝ່ 2016-2017 ຢ່າງມີຜົນສຳເລັດ ໃນເດືອນກັນຍາທີ່ຈະມາເຖິງນີ້, ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ປັດຈຸບັນ ນະຄອນຫລວງວຽງຈັນ ມີຄວາມພ້ອມຮອບດ້ານໃຫ້ແກ່ການໄຂສົກຮຽນ ໃໝ່ໃນເດືອນ 9 ປີ 2016 ທີ່ ຈະມາເຖິງ ນີ້ ຊຶ່ງໃນສົກຮຽນນີ້ ພວກເຮົາຖືເປັນສຳຄັນ ເນື່ອງ ຈາກວ່າພວກເຮົາໄດ້ເຂົ້າປະຊາຄົມເສດຖະກິດອາຊຽນ ໃນ ທ້າຍປີ 2015, ສະນັ້ນ ໃນສົກ 2016-2017 ພວກເຮົາຈຳ ເປັນຈະຕ້ອງໄດ້ນຳເອົາແນວທາງນະໂຍບາຍທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ມາຜັນຂະຫຍາຍໃຫ້ປະກົດ ຜົນເປັນຈິງ
ບໍ່ວ່າຈະເປັນດ້ານພື້ນຖານ ໂຄງລ່າງ, ປັບປຸງ ແລະ ບູລະນະອາຄານສະຖານທີ່ຕ່າງໆ ຂອງແຕ່ລະໂຮງຮຽນ ບໍ່ວ່າຈະເປັນພາກລັດ-ເອກະຊົນ, ເອົາໃຈໃສ່ຮັກສາຄວາມສະອາດ ຈົບງາມຂອງໂຮງຮຽນ, ກວດກາຄືນຈຳນວນບຸກຄະລາກອນ ຄູ, ຈຳນວນປື້ມແບບຮຽນ, ຖືສຳຄັນແຕ່ລະເມືອງຕ້ອງໃຫ້ ມີໂຮງຮຽນອະນຸບານພຽງພໍ ເພື່ອສ້າງຄວາມຮູ້ພື້ນຖານ ດ້ານໄວຮຽນໃຫ້ແກ່ເດັກໃນ ການກະກຽມສູ່ການຮຽນປະຖົມ ຫຼຸຸດຜ່ອນການປະລະການຮຽນໃນຊັ້ນປະຖົມ, ເວົ້າລວມ ດ້ານຄູ-ອາຈານສອນ, ດ້ານອຸ ປະກອນປື້ມແບບຮຽນ, ສໍຂາວ, ຕຳລາສິດສອນຂອງຄູແມ່ນ ພຽງພໍ, ປັດຈຸບັນນະຄອນຫຼວງ ວຽງຈັນ ມີຄູສອນຕົວຈິງປະ ມານ 5.000 ກວ່າຄົນ, ນັກ ຮຽນເກືອບ 200.000 ຄົນ, ໂຮງຮຽນທັງໝົດມີ 961 ແຫ່ງ, ຄາດວ່າຈະໄຂສົກຮຽນໃໝ່ໃນ ວັນທີ 30 ສິງຫາທີ່ຈະມາ ເຖິງ ນີ້ທີ່ໂຮງຮຽນມັດທະຍົມຕອນປາຍສີໂຄດ.ທ່ານ ຊົມພູ ແກ້ວປັນຍາ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ພິເສດປີນີ້ ນະຄອນຫລວງ ໄດ້ເອົາໃຈໃສ່ຜັນຂະຫຍາຍເນື້ອໃນ ຈິດໃຈທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໂດຍການ ນຳເອົາຫຼັກສູດພາສາອັງກິດ ເຂົ້າສິດສອນໃນໂຮງຮຽນຂັ້ນ ປະຖົມ ປ3 ໃນສົກນີ້ໃຫ້ໄດ້ ຕາມຄາດໝາຍ 100%. ສຳລັບ ໂຮງຮຽນມັດທະຍົມ ໂດຍສະເພາະຊັ້ນ ມປ ແມ່ນໄດ້ນຳເອົາ ຫຼັກສູດຄອມພິວເຕີເຂົ້າສິດສອນ ຊຶ່ງເປັນເຕັກໂນໂລຊີໃໝ່ ເພື່ອເປັນພື້ນຖານກ້າວສູ່ຄວາມ ເປັນຜູ້ໃຫຍ່ໃນອະນາຄົດ. ນອກ ຈາກນັ້ນພວກເຮົາໄດ້ເຂົ້າເຖິງ ອຳນາດການປົກຄອງທ້ອງຖິ່ນ ຊ່ວຍລະດົມເດັກໃນເກນອາຍຸ (6 ປີ) ໃຫ້ໄດ້ເຂົ້າຮຽນ ແລະ ຂັ້ນເມືອງ ໄດ້ລະດົມໄວໜຸ່ມ ຫຼີກເວັ້ນການປະລະການຮຽນ, ພ້ອມດ້ວຍຜູ້ປົກຄອງຊ່ວຍກັນ ສຶກສາອົບຮົມລູກຫຼານຕື່ມ, ຊຶ່ງປີນີ້ ນະຄອນຫລວງວຽງຈັນ ພວກເຮົາໄດ້ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ໄປຄຽງຄູ່ ກັບຂະບວນການຮຽນ-ການ ສອນຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ, ສະນັ້ນ ໃນໂອກາດໄຂສົກຮຽນໃໝ່ນີ້ ຂໍຮຽກຮ້ອງເຖິງຄູ-ອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຫ້າວຫັນໃນການສິດສອນນັກຮຽນຊື່ສັດຕໍ່ຈັນຍາບັນຂອງຕົນ, ຜູ້ປົກຄອງກໍຕ້ອງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນ, ລູກຫຼານກໍຂໍໃຫ້ຕັ້ງໃຈຮ່ຳຮຽນ ເພື່ອກາຍເປັນຊັບພະຍາກອນ ມະນຸດທີ່ດີຂອງຊາດ.




ທີ່ມາ ສຳນັກຂ່າວສານປະເທດລາວ
Ad