Top Ad

header ads

ຂະແໜງທ່ອງທ່ຽວ ແຫຼ່ງສ້າງລາຍຮັບສູງອັນດັບສອງເຂົ້າປະເທດ


ຂະ­ແໜງ​ທ່ອງ​ທ່ຽວ​ຖື​ເປັນ​ຂະ­ແໜງ​ໜຶ່ງ​ທີ່​ສຳ­ຄັນ​ເພາະ​ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ສູງ​ເປັນ​ອັບ​ດັບ​ສອງ​ຂອງ​ປະ­ເທດຮອງ​ຈາກ​ຂະ­ແໜງ​ບໍ່​ແຮ່, ໂດຍ​ໃນ 5 ປີ​ມາ​ນີ້ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 2 ຕື້​ກວ່າ​ໂດ​ລາ​ສະ­ຫະ­ລັດ​ຈາກ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ­ຢາມ​ລາວ​ທັງ​ໝົດ 18 ລ້ານ​ກວ່າ​ຄົນ.

    ອີງ​ຕາມ​ເອ­ກະ­ສານ​ທີ່​ລາຍ​ງານ​ໂດຍ​ທ່ານ ບົວ​ເງິນ ຊາ​ພູ ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຖວ​ທ ຕໍ່​ກອງ​ປະ­ຊຸມ ຖວ​ທ ທົ່ວ ປະ­ເທດ​ທີ່​ຈັດ​ຂຶ້ນ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ລັດ­ຖະ­ບານ​ໄດ້​ເອົາ ໃຈ​ໃສ່​ພັດ­ທະ­ນາ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ແລະ​ສ້າງ ເງື່ອນ­ໄຂ​ຕ່າງໆ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ຕາມ​ການ​ລາຍ​ງານ​ສະ­ຖິ­ຕິ​ນັບ​ແຕ່​ປີ 2011-2015 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ​ສູງ​ເຖິງ 18,67 ລ້ານ​ຄົນ, ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 2,87 ຕື້​ໂດ​ລາ​ສະ­ຫະ­ລັດ, ສະ­ເລ່ຍ​ໃນ​ແຕ່​ລະ​ປີ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ​ປະ­ມານ 3,75 ລ້ານ​ຄົນ, ສ້າງ​ລາຍ​ຮັບ​ປະ­ມານ 575,02 ລ້ານ​ໂດ​ລາ, ໂດຍ ອັດ­ຕາ​ສະ­ເລ່ຍ​ເທົ່າ​ກັບ 8,7% ຕໍ່​ປີ.
     ສຳ­ລັບ​ປີ 2011 ໄດ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ 2,72  ລ້ານ​ກວ່າ​ຄົນ, ສ້າງ​ລາຍ​ຮັບ​ໄດ້ 4 ຮ້ອຍ​ກວ່າ​ລ້ານ​ໂດ​ລາ ສະ­ຫະ­ລັດ, ເພີ່ມ​ຂຶ້ນ 7%, ປີ 2012 ມີ 3,33 ລ້ານ​ກວ່າ ຄົນ, ສ້າງ​ລາຍ​ຮັບ​ໄດ້ 5 ຮ້ອຍ​ກວ່າ​ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 7,2%, ປີ 2013 ມີ 3,77 ລ້ານ​ກວ່າ​ຄົນ, ສ້າງ​ລາຍ​ຮັບ ໄດ້​ເກືອບ 6 ຮ້ອຍ​ລ້ານ​ໂດ​ລາ,
ເພີ່ມ​ຂຶ້ນ 8,4%, ປີ 2014 ມີ 4,15 ລ້ານ​ກວ່າ​ຄົນ, ສ້າງ​ລາຍ​ຮັບ​ໄດ້ 6 ຮ້ອຍ​ກວ່າ​ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 7,9% ແລະ ປີ 2015 ມີ​ຈຳ­ນວນ​ນັກ​ທ່ອງ ທ່ຽວ​ເຂົ້າ​ມາ​ລາວ 4,68 ລ້ານ​ກວ່າ​ຄົນ, ສ້າງ​ລາຍ​ຮັບ​ໄດ້ 7 ຮ້ອຍ​ກວ່າ​ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 13%.
     ຈາກ​ການ​ເພີ່ມ​ຂຶ້ນ​ຄື​ແນວ​ນັ້ນ​ໄດ້​ເຮັດ​ໃຫ້​ການ­ທ່ອງ­ທ່ຽວ​ເປັນ​ຂະ­ແໜງ​ທີ່​ສາ­ມາດ​ສ້າງ​ລາຍ​ຮັບ​ສູງ​ເປັນ​ອັນ​ດັບ​ສອງ​ຂອງ​ປະ­ເທດ ຮອງ​ຈາກ​ຂະ­ແໜງ​ບໍ່​ແຮ່, ສະ­ເລ່ຍ​ໄລ­ຍະ​ການ​ພັກ​ເຊົາ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ລາວ ແມ່ນ 7 ວັນ, ລາຍ​ຮັບ ຈາກ​ການ­ທ່ອງ­ທ່ຽວ​ປະ­ກອບ­ສ່ວນ​ເຂົ້າ ໃນ GDP ປະ­ມານ 8,7% ຕໍ່​ປີ, ຊຶ່ງ​ໄດ້ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ເຮົາ​ໃນ​ລະ­ດັບ​ທີ່​ແນ່­ນອນ, ຂະ­ນະ​ທີ່​ຮອດ​ປີ 2020 ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ​ທ່ຽວ​ລາວ 6 ລ້ານ​ຄົນ ແລະ​ຈະ​ສ້າງ​ລາຍ​ຮັບ​ສະ­ເລ່ຍ 953 ລ້ານ​ໂດ​ລາ​ສະ­ຫະ­ລັດ, ຕະ­ຫຼາດ ທ່ອງ​ທ່ຽວ​ທີ່​ສຳ­ຄັນ​ແມ່ນ​ຈາກ​ຈີນ, ຍີ່­ປຸ່ນ, ສ.ເກົາ­ຫຼີ, ອົດ​ສະ​ຕຣາ​ລີ, ໄທ ແລະ ຫວຽດ­ນາມ, ນອກ­ຈາກ​ນີ້ ຍັງ​ມີ​ນັກ​ທ່ອງ ທ່ຽວ​ທີ່​ມີ​ລາຍ​ຈ່າຍ​ສູງ​ຈາກ​ເອີ​ຣົບ ແລະ ອາ­ເມ­ລິ­ກາ​ເຊັ່ນ: ຝຣັ່ງ, ອັງ­ກິດ, ເຢຍ​ລະ ມັນ ແລະ​ອາ­ເມ­ລິ­ກາ.
     ໂດຍ​ຕົວ​ເລກ ໃນ​ປີ 2014 ທົ່ວ​ປະ­ເທດ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ 1.916 ແຫ່ງ, ໃນ​ນັ້ນ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ ຊາດ 1.093 ແຫ່ງ, ແຫຼ່ງ​ທ່ອງ​ທ່ຽວ​ວັດ ທະ­ນະ​ທຳ 541 ແຫ່ງ ແລະ​ແຫຼ່ງ​ທ່ອງ ທ່ຽວ​ປະ­ຫວັດ­ສາດ 282 ແຫ່ງ, ໄດ້​ສຳ ຫຼວດ​ແລ້ວ 145 ແຫ່ງ, ນອກ​ນີ້​ຍັງ​ມີ ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໄດ້​ຈັດ​ສັນ​ພ້ອມ​ທັງ​ກຳ­ນົດ​ແນວ​ຄວາມ​ຄິດ​ໃນ​ການ​ພັດ­ທະ­ນາ ຈຳ­ນວນ 24 ແຫ່ງ, ມີ​ແຫຼ່ງ​ທ່ອງ​ທ່ຽວ​ມໍ ລະ​ດົກ​ໂລກ 2 ແຫ່ງ, ມີ​ແຫຼ່ງ​ທ່ອງ​ທ່ຽວ​ມໍ­ລະ­ດົກ​ແຫ່ງ​ຊາດ​ທີ່​ສຳ­ນັກ­ງານ​ນາ­ຍົກ​ຮັບ­ຮອງ​ເອົາ​ຈຳ­ນວນ 20 ແຫ່ງ.

ທີ່ມາ ເສດຖະກິດສັງຄົມ
Ad