ຜົນການສຶກສາຂອງທີມວິໄຈຈາກມະຫາວິທະຍາ ໄລດຸກ ໃນສະຫະລັດອາເມຣິກາລະບຸວ່າ: ເດັກນ້ອຍທີ່ເລືອກກິນອາຫານ ຫຼື ກິນອາຫານຍາກຈະສົ່ງຜົນຕໍ່ການເກີດບັນຫາທາງສຸຂະພາບຈິດເມື່ອໃຫຍ່ຂຶ້ນ. ແຕ່ເດັກນ້ອຍທີ່ເລືອກກິນໃນລະດັບປານກາງກໍ່ອາດກາຍເປັນຄົນມີອາການຊຶມເສົ້າ, ກະວົນກະວາຍ, ມີບັນຫາເລື່ອງສະມາທິເລື່ອຍໆໄປຈົນເຖິງອາການກະຕືລືລົ້ນຜິດປົກກະຕິ ຫຼື ອາການສະມາທິສັ້ນ (Hyperactive ຫຼື ADHD).
ທີມວິໄຈຍັງພົບອີກວ່າຍິ່ງມີອາການເລືອກກິນມີຫຼາຍເທົ່າໃດບັນຫາສຸຂະພາບຈິດທີ່ຈະເກີດຂຶ້ນຕາມມາຍິ່ງມີສູງຂຶ້ນຫຼາຍເທົ່ານັ້ນ. ທ່ານ ວິນລຽມ ໂຄບແລນ ນັກຈິດວິທະຍາຄິນິກຈາກ ມະຫາວິທະຍາໄລດຸກລະບຸວ່າ: ອາການເລືອກກິນອາຫານທີ່ເວົ້າເຖິງໃນການສຶກສາວິໄຈດັ່ງກ່າວນີ້ບໍ່ໄດ້ເປັນພຽງການປະຕິເສດກິນຜັກ ຫຼື ອາຫານບາງຢ່າງເຊິ່ງເປັນປາກົດການທົ່ວໄປຂອງເດັກນ້ອຍສ່ວນໜຶ່ງ. ແຕ່ເປັນກຸ່ມເດັກທີ່ເລືອກກິນອາຫານຈົນເຫຼືອອາຫານແບບທີ່ກິນໄດ້ຈຳກັດຫຼາຍຊະນິດ ຈຶ່ງເຮັດໃຫ້ພໍ່ແມ່ຕ້ອງກຽມອາຫານໃຫ້ແຍກຕ່າງຫາກຈາກຄົນອື່ນໆໃນຄອບຄົວ.
ບັນຫາດັ່ງກ່າວນີ້ຈຳເປັນຕ້ອງໄດ້ຮັບການໃສ່ໃຈເບິ່ງແຍງຈາກຜູ້ເປັນພໍ່ແມ່ ຫຼື ຜູ້ທີ່ລ້ຽງເດັກນ້ອຍຫຼາຍກວ່າບັນຫາເລື່ອງການກິນອາຫານໃຫ້ຄົບໝູ່ ແລະ ການໃຫ້ເດັກນ້ອຍກິນຜັກຕ່າງໆໃນຄາບອາຫານນໍາອີກ. ໂດຍການລາຍງານຜົນການສຶກສາວິໄຈເລື່ອງນີ້ຖືກຕີພິມເຜີຍແຜ່ໃນວາລະສານເມື່ອບໍ່ດົນມານີ້ລະບຸວ່າ: ທີມວິໄຈໃຊ້ວິທີການປະເມີນຮອດເຮືອນສຳລັບເດັກໃນກຸ່ມຕົວຢ່າງຈຳນວນ 917 ຄົນ ອາຍຸລະຫວ່າງ 2-6 ປີ ໂດຍໃຊ້ແບບປະເມີນທາງເດັກນ້ອຍສາດສຳລັບເດັກນ້ອຍກ່ອນໄວຮຽນຄອບຄູ່ໄປກັບການສຳພາດຜູ້ລ້ຽງເດັກເພື່ອເກັບຂໍ້ມູນກ່ຽວກັບພຶດຕິກຳການກິນ ແລະ ອາການທາງຈິດວິທະຍາຂອງເດັກຮ່ວມນຳ.
ຜົນການເກັບ ແລະ ປະເມີນຂໍ້ມູນພົບວ່າ: ປະມານ 1/5 ຂອງກຸ່ມຕົວຢ່າງຈັດໄດ້ວ່າເປັນເດັກເລືອກກິນອາຫານ ໂດຍມີພຶດຕິກຳເລືອກກິນເລື້ອຍໆ ຫຼື ທຸກເທື່ອໃນຈຳນວນເດັກທີ່ເລືອກກິນອາຫານທັງໝົດມີເກືອບ 18% ທີ່ຈັດຢູ່ໃນລະດັບການເລືອກກິນປານກາງ. ໃນຂະນະທີ່ອີກປະມານ 3% ແມ່ນຈັດຢູ່ໃນກຸ່ມມີອາການເລືອກກິນຮ້າຍແຮງ ເຊິ່ງໝາຍຄວາມວ່າອາການເລືອກກິນຂອງເດັກກຸ່ມນີ້ສົ່ງຜົນໃຫ້ເກີດການຈຳກັດການກິນອາຫານຮ່ວມກັບຜູ້ອື່ນໃນຄອບຄົວ.
ທີມວິໄຈຍັງພົບວ່າ: ເດັກນ້ອຍທີ່ສະແດງອາການເລືອກກິນທັງໃນລະດັບປານກາງ ແລະ ລະດັບຮ້າຍແຮງມີທ່າອ່ຽງສຳຄັນຕໍ່ການສະແດງອາການທາງຈິດເຊັ່ນ: ອາການກະວົນກະວາຍໃນການເຂົ້າສັງຄົມ, ອາການຫົດຫູ່, ຊຶມເສົ້າ ແລະ ຄວາມຜິດປົກກະຕິທາງຈິດອື່ນໆ. ສ່ວນກຸ່ມທີ່ເລືອກກິນປານກາງຈະມີທ່າອ່ຽງວ່າຈະເກີດອາການກະວົນກະວາຍ ແລະ ອາການສະມາທິສັ້ນ ແຕ່ບໍ່ພົບຄວາມເຊື່ອມຕໍ່ຂອງພຶດຕິກຳດັ່ງກ່າວຕໍ່ກຸ່ມເດັກທີ່ມີອາການເລືອກກິນຮ້າຍແຮງ ເພາະກຸ່ມຕົວຢ່າງຂອງເດັກນ້ອຍທີ່ມີອາການຮ້າຍນແຮງແມ່ນມີໜ້ອຍເກີນໄປ.
ທັງນີ້ທີມວິໄຈກໍ່ພົບອີກວ່າ: ເມື່ອເດັກນ້ອຍໃຫຍ່ຂຶ້ນ ແລະ ອາການເລືອກກິນເຊົາໄປອາການທາງຈິດທີ່ເກີດຂື້ນກັບບໍ່ໄດ້ຫຼຸດລົງຕາມໄປນໍາກົງກັນຂ້າມຍິ່ງຈະຮ້າຍແຮງຫຼາຍຂຶ້ນເມື່ອເຕີບໃຫຍ່ຂຶ້ນເລື່ອຍໆ. ໂດຍທາງທີມວິໄຈເລືອກເດັກນ້ອຍໃນກຸ່ມຕົວຢ່າງຈຳນວນ 187 ຄົນ ສຳລັບເປັນກຸ່ມທີ່ຕ້ອງຕິດຕາມພຶດຕິກຳຕໍ່ເນື່ອງເປັນເວລາ 2 ປີ ຫຼັງການປະເມີນເທື່ອທໍາອິດ ແລະ ພົບຄວາມຈິງດັ່ງກ່າວ. ລວມທັງມີຂໍ້ບົ່ງບອກວ່າເດັກທີ່ເລືອກກິນຈະມີໂອກາດສະແດງອາການທາງຈິດເພີ່ມຫຼາຍຂຶ້ນເປັນ 2 ເທົ່າຂອງອາການກະວົນກະວາຍທີ່ເກີດຂື້ນໂດຍທົ່ວໄປນຳ.
ທ່ານ ວິນລຽມ ໂຄບແລນ ຍອມຮັບວ່າແມ່ນແຕ່ທີມວິໄຈເອງຍັງປະຫຼາດໃຈທີ່ເຫັນວ່າຫຼັງຈາກ 2 ປີຜ່ານໄປແລ້ວບັນຫາທີ່ຄິດໄວ້ກ່ອນໜ້ານີ້ແມ່ນເພີ່ມສູງຂຶ້ນໃນກຸ່ມເດັກນ້ອຍທີ່ມີອາການເລືອກກິນ ເຖິງວ່າຈະບໍ່ເກີດຂຶ້ນກັບທຸກໆຄົນແຕ່ກໍ່ຫຼາຍພໍທີ່ຈະເຮັດໃຫ້ເຊື່ອໄດ້ວ່າອາການເລືອກກິນອາຫານ ຫຼື ກິນຍາກຂອງເດັກນ້ອຍນັ້ນບໍ່ຄວນຖືກປ່ອຍປະລະເລີິຍ. ແຕ່ຕ້ອງໃຫ້ຄວາມສົນໃຈຕິດຕາມການສະແດງອອກທາງອາລົມຂອງເດັກນ້ອຍເຫຼົ່ານີ້ຢ່າງໃກ້ຊິດເພື່ອແກ້ບັນຫາແຕ່ເບື້ອງຕົ້ນໄປ.