Top Ad

header ads

ທ່ານໝໍຕົກໃຈ ເມື່ອຊາຍໜຸ່ມຄົນນີ້ປ່ອຍໃຫ້ໂຕລາວເອງທ້ອງໃຫຍ່ຄ້າຍຄືກັບຄົນຖືພາ ເມື່ອທ່ານໝໍເຮັດການຜ່າຕັດເຖິງກັບຊ໋ອກ


ເມື່ອຫຼາຍຄົນເຫັນແລ້ວກໍ່ມີຄຳຖາມໃນໃຈວ່າ ເປັນຫຍັງລາວຈຶ່ງປ່ອຍໃຫ້ໂຕລາວເອງທ້ອງໃຫຍ່ໂດຍທີ່ບໍ່ຄິດຈະໄປຫາໝໍ ໃນລາຍງານໄດ້ລະບຸວ່າ ທ້າວຈາງ ເຊິງ (ນາມສົມມຸດ) ສັງເກດເຫັນຄວາມຜິດປົກກະຕິທີ່ທ້ອງຂອງລາວໃນປີ 2547 ແຕ່ລາວປ່ອຍເອາໄວ້ຈົນເນື້ອງອກຂະຫຍາຍໃຫຍ່ຂຶ້ນເຖິງ 15 ກິໂລກຼາມ ກ່ອນຕັດສິນໃຈໃຫ້ທ່ານໝໍເຮັດການຜ່າຕັດ
ທ່ານໝໍຄົນທີ່ຜ່າຕັດໄດ້ເປີດເຜີຍວ່າ ການຜ່າຕັດນຳເອົາເນື້ອງອກອອກຄັ້ງນີ້ມີຄວາມສຽ່ງສູງຫຼາຍໃຊ້ເວລາຫຼາຍກ່ວາ 6 ຊົ່ວໂມງ ແລະຕ້ອງໃຊ້ທ່ານໝໍທີ່ຊ່ຽວຊານ, ທັງນີ້ ທ້າວຈາງລາວໄດ້ຮັກສາໂຕລາວຢູ່ໃນຫ້ອງໄອຊີຢູ ແລະທ່ານໝໍໄດ້ສັງເກດອາການຢ່າງຕໍ່ເນື່ອງຫຼັງຈາກການຜ່າຕັດກໍລະນີແບບນີ້ເຄີຍເກີດຂຶ້ນໃນປີ 2557 ເມື່ອເດັກຈີນຄົນໜຶ່ງມີເນື້ອງອກຂະໜາດມັນເກືອບເທົ່າໜ່ວຍບານ 2 ໜ່ວຍໃນທ້ອງ ຕ້ອງເຂົ້າຮັບການຜ່າຕັດທີ່ໂຮງໝໍໃນກວ່າງໂຈ ມົນທົນກວາງຕຸງ ໂດຍຄ່າໃຊ້ຈ່າຍການຜ່າຕັດຄັ້ງນັ້ນປະມານ 12,000 ຫຍວນ ຫຼືປະມານ 64,800 ບາດ ມາຈາກການບໍລິຈາກຂອງປະຊາຊົນ ເຊິ່ງສຸດທ້າຍແລ້ວການຜ່າຕັດກໍ່ປະສົບຜົນສຳເລັດເປັນຢ່າງດີ



ຂໍຂອບໃຈທີ່ມາ:​ khaosod ແລະ website News.com.la
Ad