Top Ad

header ads

ບາເລັນເຊຍດຶງມອນໂຕຢາຮ່ວມທັບແລ້ວ



ມາຕິນ ມອນໂຕຢາ ແບັກຂວາເລືອດກະທິງອຳລາ ບາເຊໂລນາ ຍ້າຍໄປຫຼິ້ນກັບ ບາເລັນເຊຍ ຮຽບຮ້ອຍເປັນເວລາ 4 ປີພ້ອມກັບບອກວ່າຈະພະຍາຍາມຊ່ວຍ “ເຈຍໃຫຍ່” ທະລຸເຂົ້າໄປໃນ ແຊມປຽນລີກ ອີກເທື່ອໜຶ່ງ.

ບາເລັນເຊຍ ສະໂມສອນດັງຂອງ ລາ ລີກາ ສະເປນເຊັນສັນຍາດຶງໂຕ ມາຕິນ ມອນໂຕຢາ ແບັກຂວາສະເປນມາຮ່ວມທີມເປັນເວລາ 4 ປີຮຽບຮ້ອຍແລ້ວເມື່ອວັນຈັນທີ່ຜ່ານມາ ຫຼັງຈາກທີ່ນັກເຕະຕົກລົງຍົກເລີກສັນຍາ 2 ປີທີ່ເຫຼືອກັບ ບາເຊໂລນາ ຕົ້ນສັງກັດເກົ່າ.

ມອນໂຕຢາ ລົງຫຼິ້ນໃຫ້ ບາເຊໂລນາ ທັງໝົດ 67 ນັດຍິງໄດ້ 2 ປະຕູຕະຫຼອດເວລາ 5 ປີທີ່ຢູ່ກັບທີມໂດຍການໄດ້ແຊມ ລາ ລີກາ 3 ສະໄໝ, ໂກປາ ເດວ ເລ 2 ສະໄໝ ແລະ ຢູຟາ ແຊມປຽນລີກ 1 ສະໄໝ.

“ບາເລັນເຊຍ ສະແດງຄວາມສົນໃຈໃນໂຕຂ້ອຍເມື່ອປະມານ 2-3 ເດືອນກ່ອນ ພວກເຂົາເປັນສະໂມສອນໃຫຍ່, ເປັນສະໂມສອນທີ່ມີປະຫວັດສາດຂ້ອຍເລີຍຕັດສິນໃຈຍ້າຍມາທີ່ນີ້ ເຮົາພະຍາຍາມຊ່ວຍສະໂມສອນກັບໄປລຸຍກັບ ແຊມປຽນລີກ ອີກເທື່ອໜຶ່ງເຊິ່ງນັ້ນເປັນຈຸດທີ່ເຮົາເຄີຍຢູ່ມາດົນ ຂ້ອຍພ້ອມທີ່ຈະເຮັດວຽກໜັກເພື່ອທີມ ຂ້ອຍໃຫ້ສັນຍາວ່າຂ້ອຍຈະທຸ່ມເທ ແລະ ເສຍສະຫຼະເພື່ອທີມຢ່າງເຕັມທີ່” ມອນໂຕຢາ ກ່າວ.

ທັງນີ້ລະດູການ 2015-2016 ທີ່ຜ່ານມາ ມອນໂຕຢາ ຖືກປ່ອຍໂຕໃຫ້ກັບ ອິນເຕີ ມິລານ ແລະ ເຣອັນ ມາດຣິດ ຢືມໄປໃຊ້ງານ.



ທີ່ມາ ຄິດອອກ
Ad