Top Ad

header ads

ສານນະຄອນຫລວງຕັດສີນປະຫານຊີວິດຜູ້ຄ້າຢາເສບຕິດ




ສານນະຄອນຫລວງຕັດສີນປະຫານຊີວິດຜູ້ຄ້າຢາເສບຕິດ

ນາງ ໄມຈົວລີ ອາຍຸ 26 ປີຢູ່ບ້ານເຕົາຖ່ານ, ເມືອງໂພນໂຮງ, ແຂວງວຽງຈັນ, ທ້າວ ຕູ້ວື້ ອາຍຸ 35 ປີຢູ່ບ້ານຊຽງດາ, ເມືອງໄຊເສດຖາ ແລະ ທ້າວ ເຢີວື່ ອາຍຸ 21 ປີຢູ່ບ້ານທົ່ງກາງ,ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນປະຫານຊີວິດເມື່ອທ້າຍອາທິດຜ່ານມານີ້, ໃນຂໍ້ຫາຄ້າຂາຍຢາເສບຕິດ.

 ຊຶ່ງຄະດີມີຢູ່ວ່າ: ໃນເດືອນຕຸລາ 2014 ທ້າວ ຕູ້ວື້ ໄດ້ຊື້ຢາບ້າຈໍານວນ 66 ມັດເທົ່າກັບ 132 ພັນເມັດຈາກເຄື່ອຂ່າຍຄ້າຢາເສບຕິດປະເທດໃກ້ຄຽງ, ໂດຍໃຫ້ເອົາມາສົ່ງຢູ່ເສັ້ນທາງ ເຂດບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫລວງວຽງຈັນໂດຍໄດ້ເອົາຢາບ້າດັ່ງກ່າວ ມາຊຸກເຊື່ອງໄວ້ຢູ່ເຮືອນຂອງຕົນທີ່
ບ້ານຊຽງດາ, ເມືອງໄຊເສດຖາ.

ມາຮອດວັນທີ 15 ພະຈິກ 2014 ນາງ ໄມຈົວລີ ຢູ່ບ້ານຫລັກ 52 ເມືອງໂພນໂຮງ, ໄດ້ໂທສັ່ງຊື້ຢາບ້ານໍາທ້າວ ຕູ້ວື້ ຈໍານວນ 50 ມັດ ແລະ ອີກສອງວັນຕໍ່ມາ ນາງ ໄມຈົວລີ ໄດ້ໂທລະສັບຫາທ້າວ ຕູ້ວື້ ໃຫ້ມາຮັບຢູ່ເຂດດົງໂດກ, ແຕ່ທ້າວຕູ້ວື້ ໄດ້ໃຫ້ທ້າວ ເຢີວື່ ຊຶ່ງເປັນນ້ອງຊາຍມາຮັບແທນແລ້ວໂທຫາທ້າວ ຕູ້ວື້ ໃຫ້ເອົາຢາບ້າຈໍານວນທີ່ສັ່ງຊື້ໄປສົ່ງໃຫ້ທີ່ໂຮງແຮມແຫ່ງໜຶ່ງ, ແຕ່ພໍທ້າວ ຕູ້ວື້ ຂີ່ລົດມາຮອດບ່ອນນັດໝາຍກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວພ້ອມຂອງກາງຢາບ້າ 53 ມັດ, ຫລັງຈາກນັ້ນ ກໍໄດ້ນໍາຕົວໄປສືບສວນ-ສອບສວນ ແລະ ໄປກວດຄົ້ນເຮືອນຂອງຜູ້ກ່ຽວກໍພົບຢາບ້າຕື່ມອີກ 13 ມັດ ລວມເປັນ 66 ມັດ, ຈຶ່ງເປັນຫລັກຖານໃຫ້ແກ່ເຈົ້າໜ້າທີ່ໃນການສັ່ງຟ້ອງໄອຍະການ ແລະ ສົ່ງໃຫ້ສານຕັດສິນລົງໂທດຕາມລະບຽບກົດໝາຍ.

ຂ່າວ-ພາບ : ຫນັງສືພິມ ປກສ
Ad