Top Ad

header ads

ອ່າວເປີເຊຍລະອຸ! ສະຫະລັດຍິງລູກປືນແທ້ເຕືອນເຮືອອີຫລ່ານ

ສໍານັກຂ່າວຕ່າງປະເທດລາຍງານຈາກກຣຸງວໍຊິງຕັນ ປະເທດສະຫະລັດອາເມຣິກາ ເມືອ່ວັນທີ່ 25 ສິງຫາ ວ່າ ທ່ານ ປີເຕີ ຄຸກ ໂມສກະຊວງປ້ອງກັນປະເທດສະຫະລັດ ປະກາດວັນພະຫັດວ່າເກີດການປະເຊີນໝ້າລະຫວ່າງເຮືອໄວໂຈມຕີລໍາໜຶ່ງຂອງກອງກໍາລັງພິທັກປະຕິວັດອີຫລ່ານ (ໄອອາຣ໌ຈີຊີ) ກັບເຮືອລາດຕະເວນ “ຢູເອສເອສ ວອສ” ແລະ “ຢູເອສເອສ ເທມເປສ” ບໍລິເວນນ່ານໍ້າສາກົນທາງເໜືອຂອງອ່າວເປີເຊຍ ເມື່ອວັນພຸດທີ່ຜ່ານມາ ໂດຍຄຸກຢືນຢັນວ່າເຮືອຂອງໄອອາຈີຊີແລ່ນເຂົ້າມາຫາເຮືອກວດກາຂອງສະຫະລັດທັງສອງລໍາດ້ວຍຄວາມໄວ ແລະ ຢຸດຢູ່ຫ່າງອອກໄປບໍ່ເຖິງ 200 ຫລາ. 
ສະຖານະການດັ່ງກ່າວສ້າງແຮງກົດດັນ ແລະ ສົ່ງຜົນໃຫ້ລູກເຮືອເຖິງເຮືອສະຄວລ ຕົກຢູ່ໃນສະຖານະຕ້ອງປ້ອງກັນຕົວເອງ ຈຶ່ງຕັດສິນໃຈໃຊ້ປືນ .50 ຄາລິເບີຍິງເຕືອນອອກໄປ 3 ນັດ ຫຼັງທັງເຕືອນດ້ວຍການຍິງພຸໄຟ ປະກາດຜ່ານໂທລະໂຄ່ງ ແລະ ພະຍາຍາມຕິດຕໍ່ດ້ວຍສັນຍານວິທະຍຸບໍ່ໄດ້ຜົນ ໂດຍໂຄສົກເພນຕາກອນຢືນຢັນວ່າພາວະທີ່ເກີດຂຶ້ນບີບບັງຄັບໃຫ້ຕ້ອງມີການໃຊ້ລູກປືນແທ້ ເພື່ອຄລາຍຄວາມຕຶດຄຽດຂອງເຫດການເຜີຍອີກວ່າທີ່ຈິງໄອອາຣ໌ຈີຊີສົ່ງເຮືອໄວເຂົ້າມາ 3 ລໍາ ແຕ່ມີພຽງລໍາດຽວທີ່ເຂົ້າມາໃກ້.
ກ່ອນໜ້ານີ້ເຫດການນີ້ບໍ່ດົນ ເຮືອຢູເອສເອສ ເທມເປສ ປະເຊີນໜ້າກວດຈາກຂອງໄອອາຣ໌ຈີຊີ 3 ລໍາທີ່ແລ່ນເຂົ້າມາໃກ້ໃນໄລຍະ 600 ຫລາ ເຊິ່ງສ່ຽງເຮັດໃຫ້ເກີດການຕຳກັນ ແລະ ເຮືອ “ຢູເອສເອສ ສະເຕົາ” ເຊິ່ງເປັນເຮືອພິຄາດຊັ້ນອາລີ-ເບີກ ແລະເຮືອພິຄາດຕິດລະບົບຂີບນາວຸທະນໍາວິຖີ ແລະລອຍລຳຢູາໃນເຂດນ່ານນ້ຳສາກົນຂອງອ່າວເປີເຊຍ ຜະເຊີນໜ້າກັບເຮືອໄວໂຈມຕີລຳໜຶ່ງຂອງໄອອາຈີຊີໃນວັນດຽວກັນດ້ວຍ
ທັງນີ້ເຫດການທັງສາມຄັ້ງໃນອ່າວເປີເຊຍເກີດຂຶ້ນພຽງວັນດຽວຫຼັງການປະເຊີນໜ້າໃນເຂດໜ່ານໍ້າສາກົນຂອງຊ່ອງແດບຮໍມຸດ ລະຫວ່າງເຮືອກວດການ 4 ລໍາຂອງໄອອາຣ໌ຈີຊີ ກັບເຮືອ “ຢູເອສເອສ ນິດເຊ” (ດີດີຈີ-94) ເຊິ່ງເປັນເຮືອພິຄາດຊັ້ນອາລີ-ເບີກ ແລະເຮືອະິຄາດຕິດຂີປະນາວຸດນຳວິຖີ “ຢູເອັສເອັສ ເມສັນ” ໂດຍລູກເຮືອຂອງເຮືອນິດເຊຍິງພົນໄຟເປັນສັນຍາເຕືອນ ຫຼັງເຮືອທັງ 4 ລໍາຂອງກອງທັບອີຫລ່ານສະແດງທ່າທີໃນເຊິ່ງ “ຄຸກຄາມ”.
ຢ່າງໃດກໍ່ຕາມ ພລ.ອ.ຮຸສເຊັນ ເດຫກາຫ ລມວ.ກະຊວງປ້ອງກັນປະເທດຂອງອີຫລ່ານ ເວົ້າເຖິງເຫດການທີ່ເກີດຂຶ້ນທັງໝົດພຽງວ່າ ຫາກເຮືອຂອງສະຫະລັດສຽດໃກ້ອານາເຂດໜ່ານໍ້າສາກົນຂອງອີຫຣ່ານ ແນ່ນອນຕ້ອງໄດ້ຮັບການເຕືອນ ແລະ ຫາກລະເມີດເຂົ້າມາຕ້ອງເກີດການປະເຊີນໜ້າຢູ່ແລ້ວ.

ແຫຼ່ງຂ່າວ: ເດລິນິວ
Ad