Top Ad

header ads

ຕະເວນຂ່າວ ແຂວງ ຈໍາປາສັກ ຢຶດສິນຄ້າ ທີ່ບໍ່ມີຄຸນນະພາບ ມີຜົນຮ້າຍແຮງຕໍ່ຜູ້ໃຊ້

ສໍາລັບ ສິນຄ້າທີ່ຂາຍ ໃນລາວ ກໍ່ຊ່ວຍກັນລະມັດລັວັງແນ່ ເລື່ອງກັບຜົນຂ້າງຄຽງ
ຕາມຂ່າວ 5-816 ນີ້ໃຫ້ຮູ້ວ່າ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ກັກຢຶດສິນຄ້າ ປະເພດເຄື່ອງສຳອາງໃຊ້ແລ້ວໜ້າຂາວ, ຢູ່ປະເທດເພື່ອນບ້ານເອີ້ນ ຄຣີມໜ້າຂາວ ທີ່ຫ້າມນຳເຂົ້າ ແລະ ຫ້າມຈຳໜ່າຍ ເກືອບ 500 ຊຸດ

ເຊິ່ງມີຜູ້ລັກລອບນຳເຂົ້າມາທາງດ່ານສາກົນວັງເຕົ່າ-ຊ່ອງເມັກ ຊາຍແດນລາວ-ໄທ ເພາະປະສົມ Gentamicin
ເຊິ່ງເປັນຍາປະຕິຊີວະນະ ຖ້າໃຊ້ໃນໄລຍະທຳອິດໜ້າຈະຂາວ ສິວບໍ່ມີ ແຕ່ເມື່ອໃຊ້ດົນໆ ໜ້າຈະຂາວໃສຈົນເຫັນເສັ້ນເລືອດ ເຊິ່ງເປັນແລ້ວຮັກສາຍາກທີ່ສຸດ, ດັ່ງນັ້ນຈິ່ງແຈ້ງມາເພື່ອໃຫ້ທຸກຄົນຮັບຊາບ ແລະ ຫ້າມໃຊ້
ຢ່າງໃດກໍ່ຕາມ ສໍາລັບສິນຄ້າທີ່ ເຂົ້າມາຈໍາໜ່າຍຊະຊາຍ ຫຼືມີການ ໂຄສະນາແອບອ້າງກໍ່ໃຫ້ທຸກທ່ານ ກວດສອບ ລວມເຖິງໃສ່ໃຈ ຕໍ່່ຄົນໃນປົກຄອງແນ່ ເພາະ ປັນຫາ ສະພາບດັ່ງກ່າວນີ້ແມ່ນ ເປັນປັນຫາທີ່ພົ້ນເດັ່ນໃນສັງຄົມ ຂະນະນີ້ ບາງກຸ່ມບຸກຄົນ ກໍ່ນໍາເຂົ້າມາຂາຍ ໂດຍບໍ່ຮູ້ ຕໍ່ຜົນຂ້າງຄຽງທີ່ຈະເປັນຜົນເສຍແກ່ຕົນເອງ

Ad