Top Ad

header ads

ສປປ ລາວ ຖືເອົາການຕ້ານແລະ ສະກັດກັ້ນການຄ້າມະນຸດເປັນວຽກງານສຳຄັນ

ປັດຈຸບັນລັດຖະບານ ໄດ້ສຸມໃສ່ ແລະ ຖືເອົາການປ້ອງກັນ ແລະ ສະກັດກັ້ນ ການຄ້າມະນຸດ ເປັນວຽກງານໜຶ່ງທີ່ສໍາຄັນ ໂດຍໄດ້ເລັ່ງໃສ່ ການວາງມາດຕະການ ຈໍານວນໜຶ່ງ ເຊັ່ນ: ການປູກຈິດສໍານຶກ ໃຫ້ສັງຄົມເຫັນໄດ້ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງການຄ້າມະນຸດ ເພື່ອໃຫ້ສັງຄົມ ມີສະຕິລະວັງຕົວ, ປັບປຸງນິຕິກໍາ, ລະບອບ, ລະບຽບ ການກົນໄກ ການຈັດຕັ້ງທີ່ຮັບຜິດຊອບ ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຈະແຈ້ງ-ຮັດກຸມ, ຍົກສູງຄວາມຮັບຜິດຊອບ ຂອງການຈັດຕັ້ງ, ຊຸມຊົນ, ຄອບຄົວ, ບຸກຄົນຕໍ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ປົກປ້ອງ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃຫ້ທັນເວລາໂດຍ ເອົາຜູ້ເຄາະຮ້າຍເປັນໃຈກາງ ເພື່ອຮັບປະກັນ ໃຫ້ເຂົາເຈົ້າໄດ້ຮັບ ການຊ່ວຍເຫລືອອັນຈໍາເປັນ, ຖືເອົາການດໍາເນີນ ຄະດີເປັນສໍາຄັນ, ນໍາຜູ້ກະທໍາຜິດຖານ ການຄ້າມະນຸດມາລົງ ໂທດຕາມກົດໝາຍ ຢ່າງເຂັ້ມງວດລວມທັງທົດ ແທນຄ່າເສຍຫາຍ ທາງແພງໃຫ້ຜູ້ຖືກເຄາະຮ້າຍ. ພ້ອມນີ້, ຕ້ອງໄດ້ສືບຕໍ່ຮ່ວມມືກັບ ບັນດາປະເທດຕ່າງໆ ໃນໂລກ ແລະ ອົງການຈັດຕັ້ງສາກົນ.
ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານ ອົງການກວດກາ ລັດຖະບານທັງເປັນຫົວໜ້າ ອົງການຕ້ານການສໍ້ ລາດບັງ ຫລວງຂັ້ນສູນກາງກ່າວ ໃນງານສະເຫລີມສະຫລອງວັນ ສາກົນຕ້ານການຄ້າມະນຸດ ຄົບຮອບ 16 ປີ ຢູ່ນະຄອນຫລວງວຽງຈັນ, ເມື່ອບໍ່ດົນມານີ້.
ທ່ານ ບຸນທອງ ຈິດມະນີ ກ່າວຕື່ມວ່າ: ບັນຫາການຄ້າມະນຸດ ແມ່ນອາຊະຍາກໍາໜຶ່ງ ທີ່ເກີດຂຶ້ນໃນສັງຄົມ ແລະ ມີລັກສະນະຂ້າມຊາດ, ການຄ້າມະນຸດ ໄດ້ລະເມີດສິດທິ ພື້ນຖານຂອງພົນລະເມືອງ ທີ່ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ ພາຍໃນປະເທດ ກໍຄື ສົນທິສັນຍາທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ທັງສົ່ງຜົນກະທົບຕໍ່ ການພັດທະນາ ເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ.
ປີ 2013 ທົ່ວໂລກມີຜູ້ຍ້າຍຖິ່ນຖານ ລະຫວ່າງປະເທດ ປະມານ 232 ລ້ານຄົນ ໃນນີ້ເກືອບ 5 ລ້ານຄົນ ຈາກອະນຸພາກພື້ນແມ່ນ້ຳຂອງ. ອີງຕາມຂໍ້ມູນຈາກ ອົງການແຮງງານ ສາກົນໃຫ້ຮູ້ວ່າ: ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ມີ 19,5- 22,3 ລ້ານຄົນ ທີ່ຕົກຢູ່ໃນສະພາບ ການເປັນຂ້າທາດ ໃນນີ້ 56% ແມ່ນຢູ່ໃນພາກພື້ນແມ່ນ້ຳຂອງ.


ແຫຼ່ງຂ່າວ Pathedlao lao
Ad