Top Ad

header ads

ສປປ ລາວ ໃນນາມປະທານອາຊຽນຈະເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ

ສປປ ລາວ ໃນນາມປະທານອາຊຽນຈະເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງດັ່ງນີ້:
ສປປ ລາວ ໃນນາມປະທານອາຊຽນ ປີ 2016 ຈະເປັນ ເຈົ້າພາບ ແລະ ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ຄື: ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 19 ເພື່ອສະເຫລີມສະຫລອງການພົວພັນຄົບຮອບ 25 ປີ, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 18, ກອງປະຊຸມ ສຸດຍອດອາຊຽນບວກສາມ ຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ທຸກໆ 2 ເປັນຄັ້ງທຳອິດ, ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 8, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 14, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 4 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11 ຊຶ່ງຈະຈັດຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 6-8 ກັນຍາ 2016. ໃນໂອກາດນີ້, ຍັງມີກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 8 ອີກດ້ວຍ.
ພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຈະຈັດຂຶ້ນໃນວັນທີ 6 ກັນຍາ 2016 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ຈະໃຫ້ກຽດກ່າວສູນທອນພົດໃນພິທີເປີດກອງປະຊຸມສຸດຍອດໃນຄັ້ງນີ້.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ຈະປຶກສາຫາລື ກ່ຽວກັບ ການຮັດແໜ້ນປະຊາຄົມອາຊຽນ ກໍຄື ການຜັນຂະຫຍາຍວິໄສທັດອາຊຽນ 2025 ແລະ ທິດທາງໃນຕໍ່ໜ້າ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 29 ຈະປຶກ ສາຫາລື ກ່ຽວກັບ ການຮ່ວມມືອາຊຽນກັບພາຍນອກ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ. ສ່ວນບັນດາກອງປະຊຸມສຸດຍອດອາຊຽນກັບຄູ່ເຈລະຈາ ຈະໄດ້ທົບທວນການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ຫນ້າ ແລະ ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ. ກອງປະຊຸມສຸດຍອດອາຊຽນ ບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ຄັ້ງທີ 19 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11 ປະກອບມີຜູ້ນໍາຈາກ 18 ປະເທດເຂົ້າຮ່ວມ (10 ປະເທດອາຊຽນ, ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ລັດເຊຍ, ອົດສະຕາລີ, ນິວຊີແລນ, ອິນເດຍ ແລະ ສະຫະລັດ ອາເມລິກາ) ຈະໄດ້ທົບທວນການຮ່ວມມືໃນໄລຍະຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຕໍ່ຫນ້າ ແລະ ແລກປ່ຽນຄວາມຄິດ ຄວາມເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ.
ກ່ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຈະມີກອງປະຊຸມຂອງຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມສະພາການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 14 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 18 ໃນວັນທີ 3-5 ກັນຍາ 2016.
Ad