Top Ad

header ads

ສະຫວັນນະເຂດເລັ່ງຟື້ນຟູປົວແປງລະບົບຕາຂ່າຍໄຟຟ້າທີ່ໄດ້ຮັບຜົນກະທົບຈາກພະຍຸຫວ່າງແລ້ວນີ້



  ປັດຈຸບັນບໍລິສັດວັດທະນາການໄຟຟ້າໄດ້ເລັ່ງດໍາເນີນການຟື້ນຟູ ແລະ ປົວແປງລະບົບຕາຂ່າຍໄຟຟ້າ 22 ກິໂລໂວນແຕ່ສະຖານີໜອງເດີ່ນຫາທາງເລກ 9 ທີ່ໄດ້ຮັບຜົນກະທົບຈາກພາຍຸພັດຜ່ານໃນວັນທີ 18 ກໍລະກົດ 2016 ນີ້ອັນໄດ້ເຮັດໃຫ້ລະບົບຕາຂ່າຍໄຟຟ້າດັ່ງກ່າວເປ່ເພເສຍຫາຍໜັກ. ສົ່ງຜົນໃຫ້ການສະໜອງໄຟຟ້າເຂົ້າເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຮັບຜົນກະທົບໜັກ.
            ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ຈາກການສໍາຫລວດຜົນເສຍຫາຍຂອງລະບົບຕາຂ່າຍໄຟ

ຟ້າດັ່ງກ່າວແມ່ນຕ້ອງໄດ້ກໍ່ສ້າງຄືນໃໝ່ທັງລະບົບນັ້ນແຕ່ສະຖານີໄຟຟ້າໜອງເດີ່ນຫາທາງເລກ 9 ໂດຍມີເສົາໄຟຫັກທັງໝົດຈໍານວນ 50 ຕົ້ນທີ່ຕ້ອງໄດ້ມີການປ່ຽນຖ່າຍໂດຍຈະມີຜົນເສຍຫາຍຫລາຍກວ່າ 3 ຕື້
ກີບ ແລະ ນອກຈາກລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ ດັ່ງກ່າວໄດ້ຮັບຜົນເສຍຫາຍໜັກແລ້ວ ກໍຍັງມີລະບົບສາຍສົ່ງໄຟຟ້າແຕ່ຫລັກກິໂລແມັດທີ 7 ຫາກິໂລແມັດທີ 10 ໄດ້ຮັບຜົນເສຍຫາຍເຊັ່ນກັນເຊິ່ງມີເສົາໄຟຫັກຈໍານວນ 20 ກວ່າຕົ້ນ ແລະ ເສົາໄຟເຍືອງທາງຈໍານວນໜຶ່ງພ້ອມເຮືອນປະຊາຊົນ ແລະ ອາຄານຂອງບໍລິສັດສະຫວັນເວກັດຈໍານວນໜຶ່ງໄດ້ຮັບຄວາມເສຍຫາຍເຊັ່ນກັນ.


ທີ່ມາ http://laophatthananews.blogspot.com/2016/08/blog-post_27.html
Ad