Top Ad

header ads

ລັດຖະບານພິຈາລະນາ ແລະ ຄົ້ນຄ້ວາບັນຫາສໍາຄັນທີ່ຮີບດ່ວນສໍາຄັນຂອງຊາດ


ຂປລ.ກອງປະຊຸມລັດຖະບານສະໄໝສາມັນ ຄົບຄະນະປະຈໍາເດືອນສິງຫາ 2016 ໄດ້ດໍາເນີນມາແຕ່ວັນທີ 25-26 ສິງຫາ ນີ້ ເພື່ອພິຈາລະນາ ແລະ ຄົ້ນຄ້ວາບັນຫາສໍາຄັນທີ່ຮີບດ່ວນຕ່າງໆ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ, ພ້ອມດ້ວຍແຂກຖືກເຊິນເຂົ້າຮ່ວມ. 
ກອງປະຊຸມລັດຖະບານໃນຄັ້ງນີ້, ໄດ້ພ້ອມກັນສຸມໃສ່ພິຈາລະນາ ແລະ ຜ່ານບັນດາເນື້ອໃນສໍາຄັນຮີບດ່ວນຈໍານວນໜຶ່ງ ເປັນຕົ້ນແມ່ນໄດ້ພິຈາລະນາ ແລະ ຜ່ານໂດຍຫລັກການ 3 ຮ່າງກົດໝາຍປັບປຸງ ຄື: ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍສື່ມວນຊົນ ແລະ ກົດໝາຍວ່າດ້ວຍລັດ ຖະບານສະບັບປັບປຸງ ເຊິ່ງຜ່ານການພິຈາລະນາປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຂອງທ່ານສະ ມາຊິກລັດຖະບານ ກອງປະຊຸມໄດ້ມອບໃຫ້ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ, ຈະແຈ້ງສອດຄ່ອງ ແລະ ຮັດກຸມເພື່ອໃຫ້ທັນນໍາສະເໜີ ຕໍ່ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ່ 1 ຂອງສະພາແຫ່ງຊາດຊຸດທີ 8 ໃນເດືອນຕຸລານີ້, ພ້ອມນີ້ ກອງປະຊຸມໄດ້ຮັບຮອງເອົາບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ສົກປີ 2015-2016 ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະແຜນເງິນຕາສົກປີ 2017 ກ່ຽວກັບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນສົກປີ 2015-2016 ກອງປະຊຸມສັງເກດຕີລາຄາວ່າ ເຖິງສະພາບແວດລ້ອມສາກົນຈະຜັນແປ ເປັນຕົ້ນແມ່ນສະພາບເສດຖະກິດການເງິນຂອງໂລກມີ ການຜັນແປບໍ່ອໍານວຍຄວາມສະດວກປານໃດຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາບວກໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະ ກິດສັງຄົມ ຂອງປະເທດເຮົາແຕ່ຍ້ອນພັກ-ລັດ ໄດ້ເອົາໃຈໃສ່ຊີ້ນໍາ, ຄຸ້ມຄອງ ແລະ ປະຊາຊົນບັນດາເຜົ່າ ກໍຄື ຜູ້ປະກອບການທຸກພາກສ່ວນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເສີມຂະຫຍາຍມູນເຊື້ອຂອງຊາດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາບັນລຸຜົນທີ່ໜ້າຊື່ນຊົມ ຈັງຫວະການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດບັນລຸໄດ້ 6,9% ລວມຍ້ອນຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນຄາດວ່າຈະບັນລຸໄດ້ 2.026 ໂດລາສະຫະລັດ ແລະ ອື່ນໆ ເຖິງຢ່າງໃດກໍຕາມການປະຕິບັດຕົວເລກຄາດໝາຍຕ່າງໆໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາຍັງບໍ່ທັນບັນລຸໄດ້ຕາມຄາດຫມາຍສູ້ຊົນທີ່ວາງໄວ້, ກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງ ຄົມ, ຮ່າງແຜນງົບປະມານ ແລະ ຮ່າງແຜນເງິນຕາໃນປີ 2017 ນັ້ນ ຜ່ານການພິຈາລະນາ ກອງປະຊຸມໄດ້ເຫັນດີຮັບຮອງໂດຍຫລັກການ, ທິດທາງ, ຄາດໝາຍສູ້ຊົນທີ່ກະຊວງກ່ຽວຂ້ອງສະເໜີ ໃນນີ້ສູ້ຊົນໃຫ້ ລວມຍອດຜະລິດຕະພັນພາຍໃນ GDP ບໍ່ໃຫ້ຫລຸດ 7-7,3% ແລະ ອື່ນໆ ກອງປະຊຸມເຫັນດີມອບໃຫ້ກະ ຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ນໍາໄປປັບປຸງຄົບຖ້ວນສົມບູນຕື່ມ ແລ້ວນໍາສະເໜີ ຜ່ານກອງປະຊຸມສະໄໝສາມັນເທື່ອທີ່ໜຶ່ງ ຂອງສະພາແຫ່ງຊາດຊຸດທີ 8 ພິຈາລະນາຕົກລົງໃນເດືອນຕຸລາ 2016 ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາໂດຍຫລັກການຕໍ່ຮ່າງນະໂຍບາຍທີ່ດິນແຫ່ງຊາດ ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາຫັນຂອງສະມາຊິກລັດຖະບານ ແລ້ວນໍາສະເໜີຕໍ່ທ່ານ ນາຍົກລັດຖະມົນຕີ, ຮອງນາ ຍົກລັດຖະມົນຕີ ພິຈາລະນາຕື່ມ ກ່ອນຈະນໍາສະເໜີຂໍທິດຊີ້ນໍາຈາກການນໍາຂັ້ນເທິງ ເພື່ອຂໍອະນຸມັດປະ ກາດໃຊ້; ກອງປະຊຸມຍັງມີຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນບັນດາເຜົ່ເປັນຕົ້ນບັນດາແຂວງພາກເໜືອທີ່ຖືກຜົນກະທົບຈາກໄພທໍາມະຊາດນໍ້າຖ້ວມໃນມໍ່ໆນີ້ ແລະ ການແຜ່ລະບາດຂອງສັດຕູພືດ(ຕັກກະແຕນຝຸງ) ສະນັ້ນ, ໃນຕອນທ້າຍກອງປະຊຸມທ່ານ ນາຍົກລັດຖະມົນຕີ ຈຶ່ງຊີ້ນໍາໃຫ້ທຸກໆກະຊວງ, ອົງການທຽບເທົ່າ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ໃນທົ່ວປະເທດ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນຈັດຕັ້ງປະ ຕິບັດສອງໜ້າທີ່ຍຸດທະສາດໃຫ້ດີ ກໍຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງຂອງປະເທດຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນທ້າຍປີ 2016 ກໍຄືວຽກງານຈຸດສຸມສໍາຄັນ, ເຄັ່ງຮ້ອນໃນເດືອນກັນຍາ 2016 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ໃນນີ້ໃຫ້ກະຊວງການຕ່າງປະເທດ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ແລະ ຈັດຕັ້ງກອງປະຊຸມສຸດຍອດອາ ຊຽນ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ພ້ອມທັງການກະກຽມຕ້ອນຮັບບັນດາປາມຸກລັດ ເພື່ອນມິດທີ່ຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃຫ້ບັນລຸໄດ້ຕາມຄາດຫມາຍ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ລົງສົມທົບກັບບັນດາອໍານາດການປົກຄອງ ແຂວງພາກເໜືອ ລົງສໍາຫລວດກວດກາພື້ນທີ່ໆໄດ້ຮັບຜົນກະ ທົບ ແລະ ສັງລວມຜົນເສຍຫາຍ ເພື່ອຊ່ວຍເຫລືອສຸກເສີນເບື້ອງຕົ້ນແກ່ປະຊາຊົນຜູ້ປະສົບໄພ, ກວດກາ ແລະ ສ້ອມແປງຖະໜົນຫົນທາງ, ຂົວ, ລະບົບຊົນລະປະທານ, ໂຮງຮຽນ, ສຸກສາລາທີ່ເປເພ ໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ສາມາດນໍາໃຊ້ໄດ້ ພ້ອມກັນນັ້ນ ຕ້ອງກະກຽມສະໜອງແນວພັນເຂົ້າ, ພືດຜັກໃຫ້ປະຊາຊົນ ແລະ ຊຸກຍູ້ໃຫ້ເຂົາເຈົ້າເຮັດການຜະລິດນາຕາວ ສໍາລັບບ່ອນທີ່ມີເງື່ອນໄຂ ແລະ ປູກພືດທົດແທນ, ສະໜອງຢາປົວພະຍາດ ແລະ ປິ່ນປົວຜູ້ເຈັບເປັນ, ພ້ອມທັງເຝົ້າລະວັງໂລກລະບາດທີ່ຈະຕາມມາ 
ເພື່ອໃຫ້ຊີວິດການເປັນຢູ່ ແລະ ການຜະລິດຂອງພໍ່ແມ່ປະຊາຊົນ ຟື້ນຟູສູ່ສະພາບປົກກະຕິໂດຍໄວ ຖ້າພົບບັນຫາຫຍຸ້ງຍາກໃດທີ່ເກີນກວ່າຂະແໜງການ ແລະ ທ້ອງຖິ່ນຈະຮັບໄດ້ ໃຫ້ຮີບຮ້ອນລາຍງານລັດຖະບານ 
ເພື່ອມີມາດຕະການແກ້ໄຂໃຫ້ທັນການ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດຢ່າງເປັນປະຈໍາ ແລ້ວແຈ້ງເຕືອນລ່ວງໜ້າທາງວິທະ ຍຸ ແລະ ໂທລະພາບ ໃຫ້ປະຊາຊົນທົ່ວປະເທດໄດ້ຮັບຊາບຢ່າງທັນການ ເພື່ອຈະໄດ້ກະກຽມຮັບມື ແລະ ຫລຸດຜ່ອນບໍ່ໃຫ້ເກີດຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ພີ່ນ້ອງປະຊາຊົນ, ໃຫ້ກະຊວງສາທາ ລະນະສຸກ ກຽມພ້ອມຮອບດ້ານໃນການກະກຽມແພດໝໍ ໃນໄລຍະສປປ ລາວເຮົາເປັນປະທານອາຊຽນໃນກໍລະນີເຈັບເປັນສຸກເສີນຂອງບັນດາການນໍາ ແລະ ແຂກທີ່ມາຮ່ວມກອງປະຊຸມ ພ້ອມທັງສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ເຝົ້າລະວັງພະຍາດຕິດຕໍ່ ທີ່ອາດຈະເກີດຂຶ້ນໃນລະດູຝົນນີ້, ໃຫ້ກະຊວງ, ອົງການທຽບເທົ່າ ແລະ ທ້ອງຖິ່ນເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມລັດຖະ ບານຢ່າງຕັ້ງໜ້າ, ໃຫ້ຄະນະຮັບຜິດຊອບປັບປຸງກົດໝາຍ ເລັ່ງລັດປັບປຸງບັນດາຮ່າງກົດໝາຍທີ່ກອງປະຊຸມລັດຖະບານໄດ້ຮັບຮອງເອົາ ແລະ ສົ່ງໃຫ້ສະພາແຫ່ງຊາດທັນຕາມເວລາໃນເດືອນຕຸລາ 2016 ພ້ອມກັນນັ້ນ ກໍໃຫ້ເລີ່ມກະກຽມບັນດາຮ່າງກົດໝາຍທີ່ໄດ້ກໍານົດໄວ້ໃນແຜນປະຈໍາປີ ເພື່ອສະເໜີຕໍ່ສະພາແຫ່ງຊາດໃນເດືອນເມສາ 2017 ໂດຍໃຫ້ເອົາໃຈໃສ່ຖອດຖອນບົດຮຽນຈາກການຜ່ານຮ່າງກົດໝາຍ ໃນກອງປະຊຸມເທື່ອນີ້ ເພື່ອຍົກສູງຄຸນນະພາບການພິຈາລະນາຮ່າງກົດໝາຍຂຶ້ນສູ່ລະດັບໃໝ່ ທີ່ມີປະສິດທິຜົນສູງ, ໃຫ້ກະ ຊວງສຶກສາທິການ ແລະ ກິລາ ກະກຽມເງື່ອນໄຂໃຫ້ແກ່ການເປີດສົກຮຽນໃໝ່ສົກປີ 2016-2017 ໃຫ້ດໍາເນີນໄປຕາມແຜນການ ແລະ ຕາມຫລັກສູດການຮຽນ-ການສອນ ເພື່ອເຮັດແນວໃດສ້າງໃຫ້ລູກຫລານ ແລະ ຊາວໜຸ່ມພວກເຮົາມີຄວາມຮູ້ຄວາມສາມາດ ພ້ອມທັງປູກຈິດສໍານຶກໃຫ້ເຂົາເຈົ້າ ມີແນວຄິດຮັກຊາດ, ຮັກລະບອບໃໝ່ຂອງພວກເຮົາ, ຕີຖອຍປະກົດການຫຍໍ້ທໍ້ໃນຂະແໜງສຶກສາ ເຊັ່ນ: ປະກົດການຈ້າງເຂົ້າຮຽນ, ຈ້າງເຮັດຄະແນນ ແລະ ໃບປະກາດ ທີ່ຈະເຮັດໃຫ້ຄຸນນະພາບຂອງຊັບພະຍາກອນມະນຸດເຊື່ອມຖອຍ ແລະ ຂາດຄວາມສາມາດແຂ່ງຂັນ ໃນເງື່ອນໄຂການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ນັບມື້ນັບກ້ວາງຂວາງ, ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາປຸກລະດົມໃນທົ່ວສັງຄົມຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນໃນທ້າຍປີນີ້ເຮັດແນວໃດເພື່ອຮັບປະກັນຄວາມປະທັບໃຈໃນການຕ້ອນຮັບ, ການເປັນເຈົ້າພາບທີ່ດີ ແລະ ຍົກບົດບາດອິດທິພົນຂອງລາວເຮົາ ໃຫ້ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ກອງປະຊຸມລັດຖະບານປະຈໍາເດືອນກັນຍາ ແມ່ນກອງປະຊຸມເປີດກ້ວາງຮ່ວມກັບບັນດາເຈົ້າແຂວງ ເພື່ອຮັບຮອງເອົາແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2017 ໂດຍສະເພາະແມ່ນ ການຈັດສັນງົບປະມານປົກກະຕິ ແລະ ງົບປະມານລົງທຶນຂອງລັດ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ເພື່ອສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ.



ແຫຼ່ງທີ່ມາ ສຳນັກຂ່າວສານປະເທດລາວ
Ad