Top Ad

header ads

ທ່ານລັດຖະມົນຕີຊີ້ນຳໂຍທາ ຫົວພັນ ໃຫ້ຖືກຈັນຍາບັນວັດມາດຖານວຽກ

ທ່ານລັດຖະມົນຕີກະຊວງໂຍທາ ທິການ ແລະຂົນສົ່ງໄດ້ໃຫ້ທິດຊີ້ນຳຂະແໜງການໃນແຂວງຫົວພັນໃຫ້ເອົາໃຈ ໃສ່ວຽກງານວິຊາສະເພາະຖືສຳຄັນຈັນ ຍາບັນໃນວິຊາຊີບເປັນໄມ້ຫຼາວັດແທກວັດຄຸນນະພາບຂອງວຽກງານໃຫ້ໄດ້ ມາດຖານຮັບປະກັນເຕັກນິກການອອກ ແບບກໍ່ສ້າງຕ່າງໆ ເພື່ອສາມາດຊົມໃຊ້ ໄດ້ຍາວນານ.

    ໂດຍ ທ່ານ ບຸນຈັນ ສິນທະວົງ ລັດ ຖະມົນຕີກະຊວງໂຍທາທິການ ແລະຂົນ ສົ່ງພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນໃນວັນທີ 24 ສິງ ຫາ 2016 ນີ້ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບຈາກທ່ານ ພອນສຸກ ອິນທະວົງ   ຫົວໜ້າພະແນກໂຍທາທິການ ແລະຂົນ ສົ່ງແຂວງພ້ອມດ້ວຍຄະນະ.
  ໃນການຢ້ຽມຢາມ ແລະເຮັດວຽກຄັ້ງ ນີ້ທ່ານໄດ້ຮັບການລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານໂຍທາທິ ການ ແລະຂົນສົ່ງໂດຍຍົກໃຫ້ເຫັນສະພາບ ພົ້ນເດັ່ນ ແລະດ້ານຕັ້ງໜ້າໃນໜຶ່ງປີຜ່ານ  ມາເປັນຕົ້ນແມ່ນວຽກງານຄຸ້ມຄອງທາງ ບົກ-ທາງນ້ຳມາຮອດປະຈຸບັນມີຄວາມ ຍາວຂອງເສັ້ນທາງທັງໝົດ 5.517 ກິໂລແມັດ, ໃນນີ້ທາງປູຢາງ 530 ກິໂລ ແມັດ, ທາງປູແຮ່ 741 ກິໂລແມັດ ແລະທາງດິນແດງທຳມະຊາດ 4.245 ກິໂລ ແມັດ, ວຽກງານຄຸ້ມຄອງເຄາຫາ-ຜັງ ເມືອງ ແລະສິ່ງແວດລ້ອມໄດ້ອອກແບບປັບປຸງຜັງເມືອງວຽງໄຊສຳເລັດ 25%, ອອກແບບແຜນຜັງເມືອງ 3 ສ້າງໄດ້ 4 ກຸ່ມບ້ານຄື: ກຸ່ມບ້ານລານຊຽງ, ກຸ່ມບ້ານນ້ຳເນີນເມືອງຫົວເມືອງ,ກຸ່ມບ້ານປ່າຮ່າງ ແລະກຸ່ມບ້ານສົບຮາວ ເມືອງສົບເບົາສຳເລັດ 100%, ຕິດຕາການກໍ່ສ້າງນ້ຳປະປາຢູ່ເມືອງຊຽງຄໍ້ ແລະເມືອງແອດສຳເລັດ 95% ແລະວຽກ ງານອື່ນໆອີກ.
    ໂອກາດນີ້ທ່ານລັດຖະມົນຕີຍັງໄດ້ ເໜັ້ນໜັກໃຫ້ຄະນະພັກອຳນາດການປົກ ຄອງທຸກຂັ້ນໂດຍສະເພາະພະແນກການ ທີ່ກ່ຽວຂ້ອງຈົ່ງພ້ອມກັນຍົກສູງສະຕິເປັນເຈົ້າໃນການພັດທະນາພື້ນຖານໂຄງລ່າງ ຕາມທິດສີຂຽວຍືນຍົງເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ປັບປຸງ ລະບົບກົງຈັກໃຫ້ໜັກແໜ້ນ ໂປ່ງໃສ, ພື້ນ ຖານໂຄງລ່າງຕ້ອງມີການເຊື່ອມຈອດ ກັບສາກົນ, ນັກວິຊາການທຸກຂັ້ນຕ້ອງຖືຈັນຍາບັນຫຼັກວິຊາການເພື່ອໃຫ້ໄດ້ມາດ ຕະຖານ ແລະເຕັກນິກການອອກແບບ ການກໍ່ສ້າງຕ້ອງຖືກຕາມພູມສັນຖານ ຂອງແຂວງ, ຕ້ອງເຂັ້ມງວດໃນການປະ ຕິບັດການເງິນຈັດຊື້ຈັດຈ່າຍຢ່າງເປັນ ລະບົບຕໍ່ເນື່ອງ, ເອົາໃຈໃສ່ປົກປັກຮັກ ສາ, ຕິດຕາມການປັບປຸງ ແລະກໍ່ສ້າງ ເສັ້ນທາງຫຼວງແຫ່ງຊາດທີ່ກຳລັງກໍ່ສ້າງ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ ວາງໄວ້.
    ໂອກາດທີ່ທ່ານລັດຖະມົນຕີມາຢ້ຽມ ຢາມຄັ້ງນີ້ທ່ານຍັງໄດ້ໄປຕິດຕາມເບິ່ງບັນດາໂຄງການກໍ່ສ້າງຕ່າງໆຢູ່ 3 ເມືອງລຽບມ່າເຊັ່ນ: ໂຄງການກໍ່ສ້າງຂົວຂ້າມ ນ້ຳແອດ, ຂົວຂ້າມນ້ຳມ່າເມືອງແອດ, ຕິດຕາມກວດກາເບິ່ງຈຸດກໍ່ສ້າງຂົວຂ້າມນ້ຳມ່າເມືອງຊຽງຄໍ້, ໂຄງການກໍ່ສ້າງ ແລະປັບປຸງທາງເລກ 6B ແລະຂົວຂ້າມນ້ຳມ່າຈຸດເມືອງສົບເບົາ ແລະຕິດຕາມເບິ່ງໂຄງການກໍ່ສ້າງ ແລະປັບປຸງທາງ ເລກ 6A ສົບເບົາ-ຫາງລ້ອງ ແລະຈຸດ ເກີດໄຟພິບັດຕ່າງໆຢູ່ 3 ເມືອງຕື່ມອີກ.



ທີມາ ເສດຖະກິດສັງຄົມ
Ad