Top Ad

header ads

ການລະບາດຂອງເຊື້ອໄວຣັດຕັບ A ຢູ່ຊຽງຂວາງກັບສູ່ສະພາບປົກກະຕິແລ້ວ


 ພະແນກສາທາລະນະສຸກແຂວງຊຽງຂວາງໃຫ້ຮູ້ວ່າ: ພາຍຫຼັງມີ ການລະບາດຂອງເຊື້ອໄວ ຣັສຕັບ Aນັບແຕ່ເດືອນ ທັນວາ 2015 ຜ່ານມາມີຈຳນວນຜູ້ຕິດເຊື້ອສະສົມທັນໝົດ 514 ກໍລະນີ້ບໍ່ມີຜູ້ເສຍຊີວິດ ແລະ ມາຮອດວັນທີ 30 ກໍລະກົດນີ້ເຫັນວ່າ: ຈຳນວນຜູ້ຕິດເຊື້ອໄດ້ຫຼຸດລົງເຫຼືອພຽງ 12 ກໍລະນີ້ ແລະ ກ້າວສູ່ສະພາບປົກກະຕິແລ້ວທັງນີ້ກໍຍ້ອນຄວາມເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງ ທ້ອງຖິ່ນໃນການປ້ອງກັນ ແລະ ສະກັດກັນພະຍາດດັ່ງກ່າວດ້ວຍການເອົາໃຈໃສ່ໂຄລະນາປຸກລະດົມໃຫ້ປະຊາຊົນເອົາໃຈໃສ່ປະຕິບັດຕາມຫຼັກການອະນາໄມສາມສະອາດຢ່າງເຂັ້ມງວດເພາະສາເຫດຂອງການຕິດເຊື້ອພະຍາດດັ່ງແມ່ນມາຈາກຂາດການຮັກສາອະນາໄມ,ໂດຍສະເພາະ ແມ່ນການກິນ-ດື່ມ,ເພາະເຊື້ອໄວຣັດຕັບA (ເອ) ເປັນເຊື້ອພະຍາດທີ່ຕິດແປດກັນໄດ້ງ່າຍໂດຍຜ່ານການສຳຜັດ ແລະ ການກິນ-ດື່ມ.

          ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກແນະນຳວ່າ: ນອກຈາກທຸກຄົນໄດ້ເອົາໃຈໃສ່ປ້ອງກັນການລະບາດຂອງພະຍາດດັ່ງກ່າວແລ້ວນັ້ນກໍໃຫ້ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດຕາມລະດູການຄື: ພະຍາດລະບົບທາງເດີນຫາຍໃຈໄຂ້ຫວັດໄຂ້ອອກຕຸ່ມພະຍາດຖອດທ້ອງ ແລະ ພະ ຍາດອື່ນໆດ້ວຍປະຕິບັດຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ,ເນື່ອງຈາກປັດຈຸບັດສະ ພາບອາກາດເລີ່ມມີການປ່ຽນແປງອາດຈະເປັນເງື່ອນໄຂກໍ່ໃຫ້ເກີດພະຍາດລະບາດໄດ້ງ່າຍດັ່ງນັ້ນຍິ່ງຈະຕ້ອງເພີ່ມທະວີເຝົ້າລະວັງ ແລະ. ສະກັດກັ້ນໃຫ້ມີປະສິດທິຜົນ.



ທີ່ມາ ລາວພັດທະນາ
Ad