ມື້ໜຶ່ງ ເມື່ອປີ 2004 ທ້າວ ຮຸ່ງ ພົມມະຈັກ ແລະ ໝູ່ຂອງລາວສອງຄົນ ໄດ້ພາກັນອອກໄປ ເຂດຊົນນະບົດ ຢູ່ໃກ້ໆກັບຄຸ້ມບ້ານຂອງພວກເຂົາເຈົ້າ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງລາວ ເພື່ອໄປຊອກຫາເສດເຫຼັກ ໄປຂາຍ ຊຶ່ງເປັນທາງນຶ່ງ ທີ່ພວກເຂົາເຈົ້າ ສາມາດ ສົມທົບເຂົ້າໃນລາຍໄດ້ ທີ່ບໍ່ຄ່ອຍຫຼາຍປານໃດ ຂອງຄອບຄົວຊາວໃຮ່ຊາວນາ. ພວກເຂົາ ເຈົ້າໄດ້ພົບເຫັນ ຊິ້ນສ່ວນຂອງເຫຼັກທີ່ຝັງຢູ່ເຄິ່ງນຶ່ງໃນດິນ ແລະ ກໍໄດ້ເລີ່ມຕົ້ນຂຸດມັນ ຂຶ້ນມາ.
ໝູ່ຄູ່ທັງສາມຄົນ ຈື່ໄດ້ວ່າ ມັນເປັນຊິ້ນສ່ວນກະສອບຂອງລູກລະເບີດເກົ່າ ແລະໄດ້ຕີລາຄາ ວ່າ ມັນບໍ່ເປັນອັນຕະລາຍອີກຕໍ່ໄປ. ພວກເຂົາເຈົ້າຕີລາຄາຜິດ.
ໂດຍຮູ້ເທົ່າບໍ່ເຖິງການ ພໍ່ຂອງລູກ 5 ຄົນ ເບິ່ງຄືວ່າໄດ້ເຮັດໃຫ້ ລະເບີດລູກວ່ານ ທີ່ຮູ້ຈັກ ກັນຢູ່ໃນລາວ ວ່າ “ລະເບີດບອມບີ້” ນັ້ນ ແຕກ ສະເກັດຂອງລະເບີດ ໄດ້ທະລຸຮ່າງກາຍ ຂອງລາວ ແລະ ພວກໝູ່ຄູ່ຂອງລາວສອງຄົນນຳ. ພວກເຂົາສອງຄົນເສຍຊີວິດໃນທັນທີ ສ່ວນທ້າວຮຸ່ງ ໄດ້ສູນເສຍຕາເບື້ອງນຶ່ງ ແລະ ສູນເສຍແຂນທັງສອງຂ້າງ.
ໜຶ່ງທົດສະວັດຕໍ່ມາ ເຫດການດັ່ງກ່າວ ແມ່ນຍັງຄົງເປັນທີ່ແຈ່ມແຈ້ງຢູ່ ສຳລັບທ້າວຮຸ່ງ ໃນ ຂະນະທີ່ຄອບຄົວຂອງລາວຊຸກຊົນໃນການປະເຊີນໜ້າກັບຊີວິດການເປັນຢູ່ ໃນແຕ່ລະວັນ ອັນເປັນການເຕືອນລາວຢູ່ສະເໝີ. ຄອບຄົວ ແລະ ພວກເພື່ອນມິດຂອງລາວ ໄດ້ປຸ້ມລຸມ ກັນ ໃຫ້ການຊ່ອຍເຫຼືອຈ່າຍຄ່າ ໂຮງໝໍໃຫ້ ຊຶ່ງທ້າວຮຸ່ງບໍ່ມີເງິນຈະຈ່າຍເລີຍ. ພັນລະຍາ ຂອງລາວ ໃນປັດຈຸບັນນີ້ ແມ່ນກາງຕໍ່ການອູ້ມຊູຂອງພວກຄົນໃນໝູ່ບ້ານ ເພື່ອຊ່ອຍເຫຼືອ ຄອບຄົວຂອງລາວ ເຮັດນາ ແລະ ລູກສາວກົກຂອງລາວ ສ່ວນໃຫຍ່ໃຊ້ເວລາ ເບິ່ງແຍງ ໃນເລື່ອງຄວາມຈຳເປັນຕ່າງໆ ຂອງພໍ່ຜູ້ພິການ.