Top Ad

header ads

ບໍ່ມີຄວາມຈິງເດີ້!!! ທີມີຂ່າວວ່າ ອົງການປົກຄອງ ນວ. ໄດ້ສັ່ງຍົກເລີກຮ້ານນໍ້າອາຫານແຄມຂອງ ບ້ານສີຖານເໜືອ


ບໍ່ມີຄວາມຈິງເດີ້!!! ທີມີຂ່າວຈາກໜັງສືພີມ "ລາວພັດທະນາ" ສະບັບລົງວັນທີ່ 10/8/2016 ທີ່ວ່າ ອົງການປົກຄອງ ນວ. ໄດ້ສັ່ງຍົກເລີກຮ້ານນໍ້າອາຫານແຄມຂອງ ບ້ານສີຖານເໜືອ ແລະ ມີ website "kidork.com" ອອກຂ່າວວ່າ ທ່ານເຈົ້າເມືອງໆສີໂຄດຕະບອງ ສັງໃຫ້ປິດຮ້ານອາຫານແຄມຂອງ ບໍ່ໃຫ້ຂາຍອີກ ຍ້ອນສາເຫດຕ່າງໆ...ໃນທຳນອງນີ້.
*ຄວາມຈິງແລ້ວ ພວກການນໍາເພີ່ນບໍ່ໄດ້ສັ່ງຫຍັງເດີ້. ແມ່ນ ພວກເຮົາ ບໍລິສັດຟ້າວັດທະນາ ນີ້ເອງ ໄດ້ຕື້ນຕົວສະມັກໃຈດ້ວຍຈິດອາສາ ປະຕີບັດ 4 ບຸກທະລຸ ຂອງ ມະຕິ IX, X ແລະ 6 ສ ຂອງ ນວ. ມະຕິຕົກລົງທີ່ 3 ລົງວັນທີ່ 25 ກັນຍາ 2015 ຂອງ ນວ. ແລະ ເພື່ອເປັນເຈົ້າພາບທີ່ດີຜູ້ໜຶ່ງ ເພື່ອຊົມເຊີຍ ຂໍ່ານັບກອງປະຊຸມໃຫ່ຍຂອງຊາດໃນມໍ່ໆນີ້.
ພວກເຮົາໄດ້ຍົກອອກໂຕະຕັ່ງທັງໝົດ ເພື່ອປັດກວດຖູລ້າງຄັ້ງໃຫ່ຽ ສະຖານທີ່ດັ່ງກ່າວ ໃຫ້ສະອາດງາມຕາຂື້ນອີກ ແລະ ຈະໄດ້ຈັດລະບຽບໃໝ່ໃຫ້ຮ້ານອາຫານເຂົ້າສູ່ລະບົບຄຸ້ມຄອງໃໝ່ທີ່ດີກວ່າ.
ຮ້ານອາຫານໄດ້ເປີດບໍລິການຄືນໃໝ່ແລ້ວແຕ່ ວັນທີ່ 5/8/2016 ເປັນຕົ້ນໄປ.
ຮູບທີ່1. ຖ່າຍໃນວັນທີ່ 3/8/2016. ຫຼັງມື້ອານາໄມ 2 ມື້.
ຮູບທີ່ 2 ແລະ 3. ຖ່າຍໃນວັນທີ່ 8 ແລະ 10/8/2016




ແຫຼ່ງຂ່າວ  Mekong Zone ພັດທະນາທ່ອງທ່ຽວແຄມຂອງ
Ad