Top Ad

header ads

ບົດຮຽນສໍາລັບໄວໜຸ່ມຂ້າກັນຕາຍຍ້ອນຄວາມຮັກ


 ໃນຊ່ວງໄລຍະຕົ້ນເດືອນມິຖຸນາ 2016 ໄດ້ມີເຫດການເສົ້າເກີດຂຶ້ນຢູ່ບ້ານນາເມືອງເມືອງ ຊໍາເໜືອແຂວງຫົວພັນ ຄືມີປະຊາຊົນໄປພົບເຫັນສົບຂອງຍິງສາວຄົນໜຶ່ງຢູ່ປ່າໃກ້ເຂດບ້ານດັ່ງກ່າວ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ລົງກວດສອບຈຸດເກີດເຫດ ແລະ ຮູ້ວ່າຜູ້ຕາຍຊື່ນາງ ຕຸກຕາ ອາຍຸ 20 ປີຢູ່ບ້ານນາເມືອງສະພາບສົບແມ່ນມີຮ່ອງຮອຍຊໍ້າບໍລິເວນຄໍ ແລະ ຢູ່ໃນປາກມີເສດໃບໄມ້ຊຶ່ງເປັນຫລັກຖານສໍາຄັນທີ່ພາໃຫ້ເຈົ້າໜ້າທີ່ຢືນຢັນວ່າສົບຍິງຄົນນີ້ຖືກຄາດຕະກໍາ ຈຶ່ງໄດ້ເລັ່ງດໍາເນີນການສືບ ສວນ-ສອບສວນ ເພື່ອຕິດຕາມຫາຄົນຮ້າຍມາດໍາເນີນຄະດີ ແລະ ໃນທີ່ສຸດກໍສາມາດຈັບຕົວຄາດຕະ ກອນທີ່ລົງມືກໍເຫດດັ່ງກ່າວໄດ້ໃນທ້າຍເດືອນດຽວກັນ ຊື່ທ້າວ ຂັນຕະນາ ອາຍຸ 21 ປີຢູ່ບ້ານດຽວກັນ ແລະ ເປັນຄົນຮັກຂອງຜູ້ຕາຍ.
            ຄະດີມີຢູ່ວ່າ: ທ້າວ ຂັນຕະນາ ແລະ ນາງ ຕຸກຕາ ແມ່ນເລີ່ມມັກຮັກກັນແຕ່ປີ 2014 ເປັນຕົ້ນມາ ແລະ ພາຍຫລັງພໍ່ແມ່ຂອງນາງຕຸກຕາຮູ້ວ່າທັງສອງໄດ້ພົວພັນກັນແບບຊູ້ສາວ ຈຶ່ງໄດ້ຫ້າມ ແລະ ກ່າວເຕືອນຍ້ອນວ່າທັງສອງຍັງເປັນນັກຮຽນຢູ່ຈົນມາຮອດວັນທີ 11 ມິຖຸນາຜ່ານມານີ້ນາງຕຸກຕາ ໄດ້ໂທລະສັບຫາທ້າວ ຂັນຕະນາ ເພື່ອນັດພົບກັນທີ່ແຄມຫ້ວຍຊຶ່ງຢູ່ຫ່າງຈາກບ້ານປະມານໜຶ່ງກິໂລ ແມັດ ແລະ ໃນການພົບກັນຄັ້ງນີ້ນາງ ຕຸກຕາ ໄດ້ບອກເລີກການພົວພັນກັບທ້າວ ຂັນຕະນາ ຈຶ່ງເກີດຄວາມໂມໂຫແລ້ວເອົາມືບີບຄໍ ແລະ ໃຊ້ກໍາປັ້ນຕີທ້ອງນາງ ຕຸກຕາ ຢ່າງແຮງຈົນລົ້ມລົງຫລັງຈາກນັ້ນໄດ້ເອົາມືອັດປາກນາງ ຕຸກຕາ ຈົນເສຍຊີວິດ ແລະ ໄດ້ອູ້ມເອົາສົບເຂົ້າໄປຖີ້ມໃນປ່າຫ່າງຈາກຈຸດເກີດເຫດປະມານ 30 ແມັດພ້ອມທັງເອົາໃບໄມ້ມາຢໍ້າຈົນແລກແລ້ວຢັດໃສ່ປາກຂອງຜູ້ຕາຍເຮັດຄືວ່າເປັນການຂ້າຕົວຕາຍເພື່ອອໍາພາງຄະດີ ແລະ ເອົາໂທລະສັບມືຖືຂອງຜູ້ຕາຍໄປເຜົາໄຟຖີ້ມແລ້ວກໍກັບຄືນເມືອເຮືອນຈົນມາຮອດວັນທີ 24 ມິຖຸນາ 2016 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.  


ແຫູ່ງທີ່ມາ ໜັງສືພິມ ປກສ
Ad