Top Ad

header ads

ອຄ ຄຳມ່ວນ ເປີດບັ້ນດຳເນີນຊີວິດການເມືອງ


 ກອງປະຊຸມກວດກາຕີລາຄາຈັດແບ່ງປະເພດຄຸນນະພາບການຈັດຕັ້ງພັກ ແລະສະມາຊິກພັກຮາກຖານພະແນກອຸດສາຫະກຳ ແລະການຄ້າແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາຜ່ານມາທີ່ພະແນກດັ່ງກ່າວ
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສິງເພັດ ແກ້ວໂສພາ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ທ່ານ ຄຳແດງ ສີບຸນເຮືອງ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະໂຄສະນາອົບຮົມແຂວງ, ກວດກາລັດແຂວງຕະຫຼອດຮອດຄະນະໜ່ວຍພັກອ້ອມຂ້າງ ແລະສະມາຊິກພັກພາຍໃນພະແນກເຂົ້າຮ່ວມ.
     ກອງປະຊຸມບັ້ນດຳເນີນຊີວິດການເມືອງດັ່ງກ່າວດຳເນີນໄປເປັນເວລາ 3 ວັນ, ນັບແຕ່ວັນທີ 2-4 ສິງຫາ 2016 ຈິ່ງຈະສຳເລັດ, ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ເຊື່ອມຊຶມເອກະສານທີ່ສຳຄັນ ເຊັ່ນ: ເອກະສານເລກທີ 02/ກມສພ ວ່າດ້ວຍຂໍ້ຫ້າມຂອງສະມາຊິກພັກ, ເອກະສານວ່າດ້ວຍການຕີລາຄາຈັດແບ່ງປະເພດຄຸນນະພາບການຈັດຕັ້ງພັກ ແລະສະມາຊິກພັກ ພ້ອມທັງຜ່ານໃບສຳຫຼວດຕີລາຄາຕົນເອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໄລຍະຜ່ານມາ ແລະຕີລາຄາຈັດແບ່ງປະເພດຄຸນນະພາບການຈັດຕັ້ງພັກ.
     ທັງນີ້ ກໍເພື່ອເປັນການຢັ້ງຢືນເຖິງບົດບາດການນຳພາຂອງພັກເວົ້າລວມ, ເວົ້າສະເພາະແມ່ນການກວດກາຕີລາຄາການນຳ ຂອງຄະນະໜ່ວຍພັກ, ຄະນະພັກຮາກຖານ, ທັງເປັນການກະຕຸກຊຸກຍູ້ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງປອດໃສຂາວສະອາດຕາມແນວທາງນະໂຍບາຍຂອງພັກວາງອອກ ແລະກໍເປັນການສືບຕໍ່ຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ ແລະມະຕິຄັ້ງທີ IX ຂອງອົງຄະນະພັກແຂວງ ເພື່ອນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດຄວາມຮັບຜິດຊອບຂອງຂະແໜງອຸດສາຫະກຳ ແລະການຄ້າໃຫ້ປາກົດຜົນເປັນຈິງ.

Ad