Top Ad

header ads

ນາຍົກລັດຖະມົນຕີກຳປູເຈຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

  ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ລາວ-ກຳປູເຈຍ ເນື່ອງໃນໂອກາດທີ່ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13ໃນລະຫວ່າງວັນທີ 6-7 ສິງຫາ 2016ທີ່ ນະຄອນຫຼວງວຽງຈັນ.
          ໃນວັນທີ 6 ສິງຫາ 2016ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ມີການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມ ເດັດ ເຕໂຈ ຮຸນ ເເຊນ,ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນໂອກາດດັ່ງກ່າວສອງຝ່າຍໄດ້
ຕີລາຄາການພົວພັນ ຮ່ວມມືແມ່ນມີບາດກ້າວຂະຫຍາຍຕົວແລະແຕກດອກອອກຜົນຢ່າງຕໍ່ເນື່ອງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ, ການແລກປ່ຽນການສ້າງຕັ້ງສະຖານກົງສຸນໃຫຍ່ ເຊິ່ງກັນ ແລະ ກັນ;ສອງຝ່າຍໄດ້ຕົກລົງເປັນເອກກະພາບໃຊ້ປຶ້ມຜ່ານແດນເພື່ອເດີນທາງໄປປະເທດກັນ ແລະ ກັນ ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດສືບຕໍ່ກະກຽມຂັ້ນຕອນຕ່າງໆໃນການເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽກກຣຽນ ໃນທ້າຍປີນີ້ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການປັກຫຼັກໝາຍຊາຍແດນລະຫວ່າງປະເທດ ຢູ່ບໍລິເວນ 4 ຈຸດ ທີ່ຍັງບໍ່ທັນປະຕິບັດສຳເລັດບັນຫາການໂອນນັກໂທດ ລະຫວ່າງ ສອງປະເທດ ສອງຝ່າຍຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງດຳເນີນວຽກງານ ກ່ຽວກັບການໂອນນັກໂທດ ໃຫ້ສຳເລັດໂດຍໄວ ເພື່ອປະຕິບັດນະໂຍບາຍທາງດ້ານມະນຸດສະທຳຮ່ວມກັນວຽກງານການສ້າງທາງເຊື່ອມຈອດ ລະຫວ່າງສອງປະເທດ ໂດຍການກໍ່ສ້າງເສັ້ນທາງ ແລະ ຂົວເຊລຳເພົາ-ຕຸນເລຣໍເປີ ທີ່ມີຄວາມຍາວ 145 ເເມັດ ແລະ ເສັ້ນທາງເຊື່ອມຕໍ່ແຕ່ ເມືອງມູນລະປະໂມກ ຫາ ຂົວເຊລຳເພົາ ເຊິ່ງມີຄວາມຍາວ 72 ກິໂລເເມັດ ເພື່ອສ້າງເງືອນໄຂສະດວກທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັ້ບມື້ນັບເຕີບໃຫຍ່ຂະຫຍາຍຕົວຫຍິ່ງໆຂຶ້ນ. ນອກຈາກນັ້ນສອງຝ່າຍເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນນີ້ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກຳປູເຈຍ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະ ການປະກອບສ່ວນສຳຄັນໃນການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລັະດັບລັດຖະມົນ ຕີອື່ນໆ ທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນສປປ ລາວ ຈົນໄດ້ຮັບຜົນສຳເລັດອັນຈົບງາມ ແລະ ຕີລາຄາສູງຕໍ່ຄວາມໝັ້ນໝາຍ ລັດຖະບານກຳປູເຈຍທີ່ຈະສືບຕໍ່ປະກອບສ່ວນໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອຮັບປະກັນຜົນສຳເລັດຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໃນຕົ້ນເດືອນກັນຍາ ທີ່ຈະມາເຖິງນີ້.

          ໃນວັນດຽວກັນສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນ ໄດ້ເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13 ແລະ ຂຶ້ນຮັບລາງວັນຄວາມສຳເລັດແຫ່ງອາ ຊຽນ ແລະ ເຂົ້າຢ້ຽມຂ່ຳນັບພະນະທ່ານ ບຸນຍັງ ວໍລະຈິດປະທານປະເທດ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວທ່ານປະທາປະທດ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະບໍນຣົມມະນຽດ ໂນໂຣດົມ ສີຫາໂມນີພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍສະແດງຄວາມປິຕິຍິນດີທີ່ ສົມເດັດ ຮຸນ ເເຊນ ເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13ທ່ານປະທານປະເທດລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກຳປູເຈຍ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະ ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລັະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງຊຶ່ງມີຜົນສຳເລັດຢ່າງຈົບງາມ ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ກຳປູ ເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນສົ່ງເສີມການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຫຼັງຈາກນັ້ນສົມເດັດ ຮຸນ ເເຊນ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ເຖິງ ທ່ານ ບຸນຍັງ ວໍລະຈິດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້.


Ad