Top Ad

header ads

ຊ່ວຍກວດສອບດ່ວນ ! ຊາວບ້ານໂນນຂີ້ເຫລັກເດືອດຮ້ອນຍ້ອນກິ່ນຂິວຈາກໂຮງງານແຫ່ງໜຶ່ງ



 ຊາວບ້ານໂນ້ນຂີ້ເຫລັກຫລາຍຄອບຄົວພວມພະເຊີນກັບມົນລະພິດທີ່ບໍ່ດີຕໍ່ສຸຂະພາບຢ່າງແຮງຫລັງຈາກມີກິ່ນຂິວຂອງສານເຄມີອອກມາຈາກໂຮງງານແຫ່ງໜຶ່ງໃນເຂດດັ່ງກ່າວຂະນະທີ່ປະຊາຊົນບອກເປັນສຽງດຽວວ່າຜ່ານມາເຄີຍສະເໜີອໍານາດການປົກຄອງບ້ານເພື່ອຊ່ວຍແກ້ໄຂກິ່ນຂິວດັ່ງກ່າວຫລາຍຄັ້ງແຕ່ບໍ່ໄດ້ຮັບຜົນຈຶ່ງຕ້ອງຫັນມາເພິ່ງສື່ມວນຊົນເພື່ອສະເໜີຫາພາກສ່ວນກ່ຽວຂ້ອງໄດ້ລົງມາກວດສອບ ແລະ ມີວິທີແກ້ໄຂຄວາມເດືອດ ຮ້ອນດັ່ງກ່າວໂດຍໄວ.
           ເມື່ອມໍ່ໆມານີ້ນັກຂ່າວພວກເຮົາໄດ້ລົງໄປສັງເກດເບິ່ງບໍລິເວນພາຍນອກຂອງໂຮງງານ
ແຫ່ງນີ້ຊຶ່ງຕັ້ງຢູ່ບໍ່ຫ່າງຈາກຊຸມຊົນປານໃດເຫັນວ່າມີເນື້ອທີກວ້າງຂວາງສົມຄວນມີຮົ້ວເຫລັກ ແລະ ຊີມັງອ້ອມຢ່າງແໜ້ນໜາມີອາຄານໃຫຍ່ໜຶ່ງຫລັງ ແລະ ມີ 4 ທໍ່ລະບາຍຄວັນອອກຈາກອາຄານເມື່ອສອບຖາມປະຊາຊົນທີ່ອາໄສຢູ່ບໍລິເວນໃກ້ຄຽງຮູ້ວ່າ: ໂຮງງານແຫ່ງນີ້ຕັ້ງມາຫລາຍປີແລ້ວແຕ່ບໍ່ຮູ້ວ່າ
ໂຮງງານຊື່ຫຍັງແຕ່ມີກໍາມະກອນຈໍານວນໜຶ່ງທີ່ເຄີຍເຮັດວຽກຢູ່ໂຮງງານແຫ່ງນີ້ບອກວ່າເປັນໂຮງງານຫລອມເອົາໂລຫະຈາກສິ່ງເສດເຫລືອຂີ້ເຫຍື້ອເອເລັກໂຕຣນິກ ແລະ ມີກິ່ນຂິວອອກມາຈາກໂຮງງານເປັນໄລຍະໂດຍສະເພາະໃນຍາມອາກາດຄື້ມຍິ່ງມີກິ່ນຂິວຮຸນແຮງຫລາຍເຊິ່ງເຮັດໃຫ້ເກີດອາການວິນຫົວ ແລະ ປວດຮາກ ແລະ ຈາກບັນຫາທີ່ເກີດຂຶ້ນ ປະຊາຊົນຕ່າງສະແດງຄວາມເປັນຫວ່ງວ່າຖ້າຫາກປະປ່ອຍໄປດົນກໍຍິ່ງຈະສົ່ງຜົນກະທົບອັນຕະລາຍຕໍ່ສຸຂະພາບຂອງພວກເຂົາຫລາຍຂຶ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງໄດ້ລົງໄປກວດກາ ແລະ ແກ້ໄຂສິ່ງທີ່ບໍ່ດີຕໍ່ສິ່ງແວດ ລ້ອມ ແລະ ສັງຄົມດັ່ງກ່າວນີ້ໂດຍໄວ.

           ໃນໄລຍະຜ່ານມາສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສົ່ງເສີມການລົງທຶນໃນຂະ   ແໜງອຸດສະຫະກໍາປຸງແຕ່ງໄປຄຽງຄູ່ກັບການຄຸ້ມຄອງບັນດາຫົວໜ່ວຍທຸລະກິດໂຮງຈັກໂຮງງານອຸດສະຫະກໍາຕ່າງໆ ຕ້ອງດໍາເນີນຕາມລະບຽບກົດໝາຍທັງຮັບປະກັນດ້ານຄວາມປອດໄພຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ. ພ້ອມທັງໄດ້ດໍາເນີນມາດຕະການຕ່າງໆຢ່າງເຂັ້ມງວດຕໍ່ຫົວໜ່ວຍທຸລະກິດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບໍ່ປະຕິບັດຕາມລະບຽບຫລັກການທີ່ພາກສ່ວນກ່ຽວຂ້ອງກໍານົດໄວ້ດັ່ງກໍລະນີລັດຖະບານໄດ້ສັ່ງໂຈະການເຄື່ອນໄຫວຂອງໂຮງງານຂີ້ເຫຍື້ອເອເລັກໂຕຣນິກຂອງຕ່າງປະເທດແຫ່ງໜຶ່ງໃນເຂດນິຄົມອຸດສະຫະກໍາໂນນທອງເມືອງໄຊທານີນະຄອນ ຫລວງວຽງຈັນເມື່ອກາງປີ 2016 ນີ້ຍ້ອນໂຮງງານດັ່ງກ່າວສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມມາແລ້ວ. 
Ad