Top Ad

header ads

ສະຫຼຸບ ການ​ແຂ່ງ­ຂັນ​ໂອ​ລິມ​ປີກ​ຂອງ​ນັກ­ກີ­ລາ​ລາວ ທີ່​ບຣາ​ຊິນ

ການ​ແຂ່ງ­ຂັນ​ໂອ​ລິມ​ປິກ 2016 ທີ່​ປະ­ເທດ​ບຣາ​ຊິນ ໄດ້​ປິດ​ສາກ​ລົງ​ເປັນ​ທີ່​ຮຽບ​ຮ້ອຍ ເມື່ອ​ຕອນ​ເຊົ້າ​ຂອງ​ວັນ​ທີ 21 ສິງ­ຫາ 2016 ຜ່ານ​ມາ​ນີ້.
1. ນາງ ແລນ​ລີ້ ພຸດ​ທະ​ວົງ ລົງ​ແຂ່ງ​ກິ­ລາ​ແລ່ນ-ລານ ໃນ​ລາຍ­ການແລ່ນ 100 m ຮອບ​ຄັດ​ເລືອກ ໃນ​ວັນ​ທີ 12 ສິງ­ຫາ 2016 ລາວ​ແລ່ນ​ໃນ heat ທີ 2 ເຊິ່ງ​ລາວ​ສາ­ມາດ​ແລ່ນ​ເຂົ້າ​ເສັ້ນ​ໄຊດ້ວຍ​ເວ­ລາ 12,82 ວິ­ນາ­ທີ ເປັນ​ອັນ​ດັບ​ທີ 7 ຂອງ heat ທີ 2 ແລະ ເປັນ​ອັນ​ດັບ 16 ຂອງ​ການ​ແຂ່ງ­ຂັນ​ລາຍ­ການ​ນີ້ ບໍ່​ສາ­ມາດ​ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ ແຕ່​ລາວ​ສາ­ມາດ​ທຳ­ລາຍ​ສະ­ຖິ­ຕິ​ຂອງ​ຕົນ​ເອງທີ່​ເຄີຍ​ເຮັດ​ໄວ້ 12,89 ວິ­ນາ­ທີ ໃນ​ການ​ແຂ່ງ­ຂັນ​ລາຍ­ການ​ແລ່ນ 100 m ງານ​ມະ​ຫະກຳ​ກິ­ລາມະ­ຫາ­ວິ­ທະ­ຍາ­ໄລອາ​ຊຽນ ຄັ້ງ​ທີ 18 ທີ່​ປະ­ເທດ​ສິງ­ກະ­ໂປ.
2. ນາງ ສິ​ຣິ​ອາ​ຣຸນ ບຸດ​ຈະ­ເລີນ ລົງ​ແຂ່ງ​ກິ­ລາ­ລອຍ­ນ້ຳ ໃນ​ລາຍ­ການ Women’s 50 m freestyle ຮອບ​ຄັດ​ເລືອກ ໃຊ້​ເວ­ລາ 32,55 ວິ­ນາ­ທີ ໄດ້​ອັນ​ດັບ​ທີ 76 ບໍ່​ສາ­ມາດ​ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ ແຕ່​ລາວ​ສາ­ມາດ​ທຳ­ລາຍ​ສະ­ຖິ­ຕິ​ຕົນ​ເອງ​ທີ່​ຜ່ານ​ມາ​ໄດ້​ຄື 33,71 ວິ­ນາ­ທີ.
3. ທ້າວ ອາ​ຣິ​ຍາ ພູນ​ສະ​ຫວັດ ລົງ​ແຂ່ງ​ກິ­ລາ​ລົດ­ຖີບ ໃນ​ລາຍ­ການ Men’s road race ໄລ­ຍະ​ທາງ 256,6 ກິ­ໂລ­ແມັດ ລົງ​ແຂ່ງ​ໃນ​ວັນ​ທີ 06 ສິງ­ຫາ 2016 ແຕ່​ວ່າ​ໜ້າ​ເສຍ­ດາຍ ລາວ​ປັ່ນ​ບໍ່​ຮອດ​ເສັ້ນ​ໄຊຕາມ​ໄລ­ຍະ​ເວ­ລາ​ທີ່​ການ​ແຂ່ງ­ຂັນ​ກຳ­ນົດ​ໄວ້.
4. ທ້າວ ສຸກ​ພະ​ໄຊ ສິດ­ທິ​ສານ ລົງ​ແຂ່ງ​ກິ­ລາ​ເທ​ຄວັນ​ໂດ ໃນ​ລາຍ­ການ Men’s -60 kg ຮອບ​ຄັດ​ເລືອກ (Round of 64) ໃນ​ວັນ​ທີ 06 ສິງ­ຫາ 2016 ພາດ​ທ່າ​ເສຍ​ທີ​ໃຫ້​ຄູ່​ແຂ່ງ​ຈາກ ຈີນ​ໄທ​ເປ ບໍ່​ສາ­ມາດ​ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ.
5. ທ້າວ ສັນ­ຕິ​ສຸກ ອິນ​ທະ​ວົງ ລົງ​ແຂ່ງ​ກິ­ລາ­ລອຍ­ນ້ຳ ໃນ​ລາຍ­ການ Men’s 50 m freestyle ຮອບ​ຄັດ​ເລືອກ ໃຊ້​ເວ­ລາ 26,54 ວິ­ນາ­ທີ ໄດ້​ອັນ​ດັບ​ທີ 69 ບໍ່​ສາ­ມາດ​ຜ່ານ​ເຂົ້າ​ຮອບ​ຕໍ່​ໄປ.
6.  ທ້າວ ອາ​ນຸ​ສອນ ໄຊ​ສາ ລົງ​ແຂ່ງ​ກິ­ລາ​ແລ່ນ-ລານ ໃນ​ລາຍ­ການ Men’s 110 m hurdles ບໍ່​ສາ­ມາດ​ຜ່ານ​ຮອບ​ຄັດເລືອກ (DNS).
ທີມ​ງານ YOULIKELAOS ກໍ​ຂໍ​ສະ­ແດງ​ຄວາມ​ດີ­ໃຈ ແລະ ເປັນ​ກຳ­ລັງ​ໃຈ​ໃຫ້​ກັບ​ທັບ​ນັກ​ກິ­ລາ​ລາວ​ທຸກ​ຄົນ ທີ່​ໄດ້​ເປັນ​ຕົວ​ແທນ​ໃຫ້​ກັບ​ປະ­ເທດ​ລາວ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ກິ­ລາໂອ​ລິມ​ປິກ 2016 ໃນ​ຄັ້ງ​ນີ້. ປະ­ຊາ­ຊົນ​ລາວ​ທຸກ​ຄົນ​ມີ​ຄວາມ​ເອກ­ອ້າງ​ທະນົງ​ໃຈ ແລະ ພາກ­ພູມ​ໃຈ​ທີ່​ເຫັນ​ທຸງ­ຊາດ​ລາວ ໂບກ​ສະ​ບັດ​ຢູ່​ໃນ​ການ​ແຂ່ງ­ຂັນ​ລະ­ດັບ​ສາ­ກົນ.


ແຫລ່ງຂ່າວໄດ້ມາຈາກ : http://www.vientianemai.net
Ad