Top Ad

header ads

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວຽງຄຳ, ແຂວງຫລວງພະບາງ

ໃນວັນທີ 5 ສິງຫານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວຽງຄຳ, ແຂວງຫລວງພະບາງ, ຊຶ່ງເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກຕັກກະແຕນທຳລາຍຜົນລະປູກ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກອຳນາດການປົກຄອງເມືອງ ແລະ ປະຊາຊົນ.
ໂອກາດດັ່ງກ່າວ ທ່ານເຈົ້າເມືອງວຽງຄຳ ໄດ້ລາຍງານໃຫ້ທ່ານນາຍົກຊາບວ່າ: ເມືອງວຽງຄຳ ເປັນ 1 ໃນ 4 ເມືອງທີ່ຍັງທຸກຍາກຂອງແຂວງຫລວງພະບາງ, ຕັ້ງຢູ່ຫ່າງຈາກເທດສະບານແຂວງໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 200 ກິໂລແມັດ, ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍປະຊາຊົນມີອາຊີບປູກຝັງລ້ຽງສັດ ເປັນຕົ້ນຕໍ. ໃນຜ່ານມາເມືອງດັ່ງກ່າວ ສາມາດຮັກສາໄດ້ຄວາມສະຫງົບ ແລະ
ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 7,69%, ອັດຕາຄອບຄົວທຸກຍາກ ຍັງເຫລືອ 12,44% ນັບແຕ່ປີ 2015 ເປັນຕົ້ນມາ, ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ແລະ ຄວາມເສຍຫາຍເປັນຈຳນວນຫລວງຫລາຍໃຫ້ແກ່ຜົນລະປູກຈາກການທຳລາຍຂອງຕັກກະແຕນ.
ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ເມືອງວຽງຄຳ ສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ, ພ້ອມໄດ້ຊີ້ນຳໃຫ້ອຳນາດການປົກຄອງເມືອງ, ສະມາຊິກພັກ-ພະນັກງານ, ທະຫານ, ຕະຫລວດຕະຫລອດຮອດປະຊາຊົນທຸກຖ້ວນໜ້າ, ສືບຕໍ່ເອົາ ໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດີ, ພ້ອມໃຫ້ອຳນາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງຈັດການຝຶກອົບຮົມໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງຕັກກະແຕນໃຫ້ມີປະສິດທິຜົນ ແລະ ໃຫ້ໝູນໃຊ້ທ່າແຮງຂອງທ້ອງຖິ່ນເພື່ອຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກສັດຕູພືດດັ່ງກ່າວ ໂດຍການສຸມໃສ່ເຮັດອາຊີບອື່ນແທນ, ເປັນຕົ້ນ ການລ້ຽງສັດ, ຫັດຖະກຳ ແລະ ການສົ່ງເສີມໃຫ້ປະຊາຊົນປູກໄມ້ອຸດສາ ຫະກຳ ແລະ ສິ່ງສຳຄັນແມ່ນຕ້ອງສົ່ງເສີມໃຫ້ປະຊາຊົນໄດ້ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກຢ່າງທົ່ວເຖິງ.
Ad