Top Ad

header ads

ຈຳປາສັກດິນແດນມໍະດົກໂລກ ບໍ່ຄວນພາດໄປທ່ຽວຊົມ



   ຈຳປາສັກແມ່ນແຂວງໜຶ່ງ ຂອງລາວທີ່ໃຫຍ່ ແລະມີຄວາມອຸດົມສົມບູນໄປດ້ວຍສະຖານທີ່ທ່ອງທ່ຽວອັນໂດດເດັ່ນຢູ່ຫຼາຍແຫ່ງ ຊຶ່ງໃນນັ້ນເດັ່ນກວ່າໝູ່ກໍແມ່ນຜາສາດຫີນວັດພູທີ່ໄດ້ຖືກຮັບຮອງເປັນມໍລະດົກໂລກຈາກອົງການຢູເນສໂກຜາສາດຫີນວັດພູ
ໄດ້ສ່ອງແສງໃຫ້ພວກເຮົາເຫັນເຖິງຄວາມຈະເລີນຮຸ່ງເຮືອງ ທາງດ້ານວັດທະນະທຳໃນສະໄໝກ່ອນ, ເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະໜ້າອັດສະຈັນໃຈຫຼາຍສຳລັບຍຸກປະຈຸບັນ ຊຶ່ງຕັ້ງຢູ່ຫ່າງຈາກຕົວເມືອງປາກເຊໄປປະມານ 40 ກິໂລແມັດ.
     ຜາສາດຫີນວັດພູເປັນສະຖານທີ່ສຳຄັນເກົ່າແກ່ ແລະເປັນສະຖາປັດຕະຍະກຳກ່ອນຍຸກອັງກໍວັດໃນໄລຍະສະຕະວັດທີ 7-12 ທັງເປັນສູນກາງ ທາງດ້ານວັດທະນະທຳຂອງຂົງເຂດທົ່ງພຽງແຂວງຈຳປາສັກໂດຍ ມີຈອມພູເກົ້າເປັນຈຸດສຸມ ຊຶ່ງກວມເອົາເນື້ອທີ່ກວ່າ 400 ເຮັກຕາ, ຢູ່ພາຍໃນບໍລິເວນນີ້ປະກອບດ້ວຍວັດວາອາຮາມ, ອ່າງເກັບນ້ຳ (ໜອງນ້ຳບູຮານ), ຮ່ອງລະບາຍນ້ຳ, ແຫຼ່ງຕັດຫີນຖະໜົນບູຮານທີ່ເຊື່ອມຕໍ່ໄປຫາອັງກໍວັດລວມທັງຮ່ອງຮອຍຂອງເມືອງບູຮານອັນມີຊື່ວ່າເມືອງເສດຖາປຸຣະໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ,​ ນອກນັ້ນກໍຍັງມີແຫຼ່ງທີ່ຕັ້ງຊຸມ ຊົນແຫ່ງທີ 2 ອີກຢູ່ທາງຕອນໃຕ້ຂອງ ຜາສາດຫີນວັດພູ ຊຶ່ງລວມມີໂຮງນາງ ສີດາ, ໂຮງ ທ້າວ ເຕົ່າ ແລະວັດໂຕະໂຫມະຢູ່ເບື້ອງຕາເວັນອອກຝັ່ງແມ່ນ້ຳຂອງໃນເດືອນສາມເພັງຂອງເດືອນລາວທຸກໆປີ, ຈະມີປະຊາຊົນຈາກທຸກສາລະທິດໄດ້ພາກັນເດີນທາງມາກາບໄຫວ້ສັກກາລະບູຊາໃນ ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກແຫ່ງນີ້ ຊຶ່ງເພິ່ນໄດ້ເປີດບໍລິການໃຫ້ເຂົ້າໄປທ່ຽວຊົມ-ກາບໄຫວ້ໃນທຸກໆມື້ ໂດຍເລີ່ມແຕ່ເວລາ 8:00-16:30 ໂມງສະເພາະປີ 2016 ນີ້ ເຫັນວ່າໄດ້ມີປະຊາຊົນຈາກຫຼາຍແຫ່ງ ຊຶ່ງໃນນັ້ນນັບທັງນັກ ທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ພາກັນຫຼັ່ງໄຫຼມາຮ່ວມສະເຫຼີມສະຫຼອງງານນະມັດສະການຜາສາດຫີນວັດພູຈຳປາສັກຄົບຮອບ 15 ປີ ເປັນຈຳນວນຫຼວງຫຼາຍ ແລະ ຫຼາຍກວ່າທຸກໆປີທີ່ຜ່ານມາ, ບັນຍາກາດໃນການສະເຫຼີມສະຫຼອງໃນປີ ນີ້ເຫັນວ່າຄຶກຄື້ນກວ່າເກົ່າ, ຖ້າຄິດສະເລ່ຍແລ້ວແຕ່ລະປີຈະມີປະຊາຊົນ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາທ່ຽວຊົມປະມານ 3.000-4000 ຄົນ.
     ຜາສາດຫີນວັດພູຈຳປາສັກ ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນທາງປະຫວັດສາດ ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມຈະເລີນກ້າວໜ້າໃນສະໄໝກ່ອນ, ເປັນຜາສາດຫີນທີ່ ສ້າງຂຶ້ນມາດ້ວຍສີມືແຮງງານຂອງຄົນບູຮານໃນສະໄໝກ່ອນເປັນເວລາພັນກວ່າປີມາແລ້ວ ສະນັ້ນຜາສາດຫີນວັດພູ ຈິ່ງເປັນສະຖານທີ່ທ່ອງທ່ຽວອັນສຳຄັນ ແລະໜ້າອັດສະຈັນ ໃນຍຸກປະຈຸບັນ ຈິ່ງເຮັດໃຫ້ບັນດານັກທ່ອງທ່ຽວໄດ້ພາກັນຫຼັ່ງໄຫຼເຂົ້າມາທ່ຽວຊົມ ແລະກາບໄຫວ້ເປັນປະຈຳເພື່ອສຶກສາຮຽນຮູ້ເຖິງປະຫວັດຄວາມເປັນມາຂອງຜາສາດຫີນວັດພູແຫ່ງນີ້.
    ຢ່າງໃດກໍ່ຕາມ ເພື່ອເປັນການປັບປຸງ ແລະພັດທະນາວຽກງານການທ່ອງທ່ຽວໃຫ້ມີຄວາມໂດດເດັ່ນຂຶ້ນກວ່າເກົ່າຄວນໃຫ້ປະຊາຊົນໄດ້ມີສ່ວນຮ່ວມບໍ່ວ່າທາງດ້ານການຄຸ້ມຄອງການປົກປັກຮັກສາຕ່າງໆເຊັ່ນ: ຄວນປຸກສ້າງສະຖານທີ່ພັກຜ່ອນ- ແຮມຄືນຕື່ມອີກຢູ່ບໍລິເວນດ້ານນອກ ຂອງຜາສາດຫີນວັດພູ, ປຸກສ້າງຫ້ອງວາງສະແດງຜະລິດຕະພັນເຄື່ອງຫັດຖະກຳທີ່ເປັນເອກະລັກຂອງບັນດາເຜົ່າຕ່າງໆ ທັງນີ້ ກໍເພື່ອເປັນການສົ່ງເສີມວິຊາອາຊີບຂອງປະຊາຊົນ, ເຮັດໃຫ້ປະຊາຊົນຢູ່ເຂດນີ້ໄດ້ມີວຽກເຮັດງານທຳ ແລະມີລາຍຮັບເພີ່ມມາໃຫ້ຄອບຄົວເຂົາເຈົ້າໄດ້ມີຢູ່ມີກິນກ້າວໄປສູ່ຄອບຄົວທີ່ສົມບູນແບບເພື່ອຫຼຸດພົ້ນອອກຈາກຄວາມທຸຍາກເທື່ອລະກ້າວ.  
    ເອົາເປັນວ່າຖ້າທ່ານໃດຫາກໄດ້ ໄປເມືອງປາກເຊ ແຂວງຈຳປາສັກ ກໍຢ່າລືມໄປທ່ຽວຊົມ ແລະກາບໄຫວ້ຜາສາດຫີນວັດພູຈຳປາສັກກໍແລ້ວກັນເຊື່ອແນ່ວ່າທ່ານຈະໄດ້ສຳຜັດກັບບັນຍາກາດທີ່ສົດຊື່ນແຈ່ມໃສດ້ວຍການສູບດົມກິ່ນອາຍຕົ້ນໄມ້ໃບຫຍ້າຈາກສາຍລົມໄດ້ພັດໂຊຍມາຕະຫຼອດເວລາ ນອກຈາກນັ້ນແລ້ວ, ທ່ານຍັງ ຈະໄດ້ທ່ຽວຊົມໂຮງນາງສີດາ, ໂຮງທ້າວ ເຕົ່າ, ວັດວາອາຮາມຕ່າງໆ ແລະຮ່ອງຮອຍທາງປະຫວັດສາດຂອງເມືອງບູຮານໃນຍຸກເລີ່ມຕົ້ນຂອງອານາຈັກຂະແມນຳອີກດ້ວຍ.
ເໝືອນກາບກອນທີ່ວ່າ:
    ໃຜໄດ້ໄປເຂດແຄວ້ນແດນຖິ່ນເມືອງປາກເຊ ຢ່າລືມໄປແວ່ຊົມຜາສາດຫີນອັນລືກ້ອງສັງຄົມໄດ້ຍໍຍ້ອງຖືກຮັບຮອງໃຫ້ໂດດເດັ່ນ ເປັນມໍລະດົກໂລກຄ່າລົ້ນຄົນເຮົາໄດ້ທ່ຽວຊົມແທ້ແລ້ວ.
     ສົມພະໄທຍາມທ່ຽວຫຼິ້ນເຂດຖິ່ນ ດິນຮັ່ງມີອຸດົມດີວັດທະນະທຳ ທີ່ຊາລືນາມກ້ອງພາກັນມາຢ່ອງຢື້ຊົມທິວອັນໂດດເດັ່ນສາຍລົມເຢັນມາພັດຕ້ອງໃບຕອງໄດ້ແກວ່ງໄກວອອນຊອນເດ.   


ທີ່ມາ ເສດຖະກິດ ສັງຄົມ
Ad