Top Ad

header ads

ລາວຫາລືຄວາມພ້ອມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ


 ໃນວັນທີ 19 ສິງຫານີ້ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະ ກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 2829 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນວັນທີ 6-8 ກັນຍານີ້ ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເພື່ອກວດກາຄືນຄວາມຄືບໜ້າໃນການກະກຽມບັນດາໜ້າວຽກຕ່າງໆຂອງແຕ່ລະອະນຸກຳມະການພ້ອມທັງປຶກສາຫາລືບັນຫາທີ່ຄົງຄ້າງຂໍ້ສະເໜີ ແລະ ຂໍ້ຫຍຸ້ງຍາກດ້ານຕ່າງໆ ເພື່ອພ້ອມກັນແກ້ໄຂ ແນໃສ່ໃຫ້ຮັບປະກັນການດຳເນີນກອງປະຊຸມສຸດຍອດອາຊຽນຄັ້ງທີ 2829 ແລະ ກອງປະຊຸມສຸດຍອດອື່ນໆປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ໂດຍສະເພາະວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບເນື້ອໃນພະລາທິການສະຖານທີ່ພິທີການ ແລະ ອື່ນໆ. ໂອກາດນີ້ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງບັນດາຄະນະກຳມະການທີ່ໄດ້ຕົກລົງກັນໃຫ້ສຳເລັດສ່ວນງົບປະມານແມ່ນໃຫ້ຮີບຮ້ອນສະໜອງໃຫ້ພຽງພໍກັບບັນດາວຽກງານ ໂດຍສຸມໃສ່ວຽກງານທີ່ມີຄວາມຈຳເປັນຮີບດ່ວນຕ້ອງໄດ້ປະຕິບັດກ່ອນບົນຈິດໃຈປະຢັດມັດທະຍັດ ແລະ ສົມເຫດສົມຜົນຕາມທີ່ໄດ້ກຳນົດໃນແຜນການງົບປະມານ. ສຳຄັນແມ່ນອຳນາດການປົກຄອງທຸກຂັ້ນ ນັບແຕ່ນີ້ໄປຕ້ອງເອົາໃຈໃສ່ປຸກລະດົມ ແລະ ສ້າງຂະບວນການໃຫ້ພະນັກງານປະຊາຊົນເປັນເຈົ້າການໃນການຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມສະອາດງາມຕາ ແລະ ການປະດັບປະດາຕ່າງໆ. ພ້ອມດຽວກັນນີ້ ຕ້ອງໄດ້ມີການໂຄສະນາເຜີຍແຜ່ດ້ວຍຫລາຍຮູບແບບຜ່ານສື່ຕ່າງໆ ເປັນຕົ້ນໂທລະພາບວິທະຍຸ ແລະ ສື່ສິ່ງພິມຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການຮ່ວມກັນເຮັດໃຫ້ກອງປະຊຸມຄັ້ງສຳຄັນນີ້ດຳເນີນໄປດ້ວຍຜົນສຳ ເລັດຈົບງາມ.

ທີ່ມາ http://laophatthananews.blogspot.com/2016/08/blog-post_52.html
Ad