Top Ad

header ads

ເກົາຫຼີເໜືອບໍ່ສົນໃຈຕໍ່ຖະແຫຼງການປະນາມຂອງສະຫະປະຊາຊາດ

ທາງການເກົາຫຼີເໜືອຕອບໂຕ້ກັບຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທີ່ອອກຖະແຫຼງການປະນາມເກົາຫຼີເໜືອທົດລອງຍິງຂີປະນາວຸດຈາກເຮືອດຳນໍ້າລ່າສຸດ ໂດຍຂູ່ວ່າຈະດຳເນີນການໃນຂັ້ນຕໍ່ໄປເພື່ອໄປສູ່ມະຫາອຳນາດທາງການທະຫານແບບເຕັມຮູບແບບ.

ໂຄສົກກະຊວງການຕ່າງປະເທດເກົາຫຼີເໜືອຖະແຫຼງວ່າ ຖະແຫຼງການຂອງສະຫະປະຊາຊາດມາຈາກສະຫະລັດ ອາເມຣິກາ ແລະ ກ່າວວ່າສະຫະລັດ ອາເມຣິກາກຳລັງຮຸກຮານກຽດຕິພູມ ແລະ ການຄົງຢູ່ຂອງເກົາຫຼີເໜືອ ທາງການເກົາຫຼີເໜືອລະບຸຕື່ມອີກວ່າປະສົບຄວາມສຳເລັດຢ່າງຍິ່ງຈາກຄວາມຄືບໜ້າໃນການຫຼຸດໄພຮຸກຮານທາງທະຫານຈາກສະຫະລັດ ອາເມຣິກາ ແລະ ມະຫາສະໝຸດປາຊີຟິກ.
Ad