Top Ad

header ads

ການຍິງທົດລອງ ລູກສອນໄຟຂີປະນາວຸດ ສ້າງຄວາມແຕກແຍກ ຢູ່ໃນເອເຊຍ


ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຍັງຄົງຢູ່ໃນສະພາບທີ່ແຕກແຍກກັນ ກ່ຽວກັບວ່າ ຈະຕອບໂຕ້ ການເກາະຜິດ ດ້ວຍການທົດລອງຍິງລູກສອນໄຟ ຂີປະນາວຸດ ທີ່ເພີ້ມຂຶ້ນ ຂອງເກົາຫຼີເໜືອ ແນວໃດ ໃນຂະນະດຽວກັນ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ກໍສືບຕໍ່ ປະເຊີນໜ້າກັບການຄັດຄ້ານ ຢູ່ໃນປະເທດ ແລະ ຢູ່ຕ່າງປະເທດ ສຳລັບ ການສະແຫວງ ຫານະໂຍບາຍດ້ານທະຫານ ທີ່ຮ້າຍແຮງຂຶ້ນນີ້.


ລະບົບຕໍ່ຕ້ານລູກສອນໄຟຂີປະນາວຸດ ຫຼື Terminal High Altitude Area Defense (THAAD) ໄດ້ຖືກຍິງຂຶ້ນ ໃນລະຫວ່າງ ການທົດສອບສະກັດກັ້ນລູກສອນໄຟ ຢ່າງສຳເລັດຜົນ ໃນຮູບພາບທີ່ບໍ່ໄດ້ກຳນົດເວລາ ສະໜອງໂດຍ ກະຊວງປ້ອງກັນປະເທດ ສະຫະລັດ.
ສະພາຄວາມໝັ້ນຄົງດັ່ງກ່າວທີ່ມີ ສະມາຊິກຈາກ 15 ປະເທດ ໃນວັນພຸດວານນີ້ ໄດ້ພົບ ປະກັນ ຕາມການຮຽກຮ້ອງຂອງ ຍີ່ປຸ່ນ ແລະ ສະຫະລັດ ຫຼັງຈາກທີ່ເກົາຫຼີເໜືອ ໄດ້ຍິງ ລູກສອນໄຟຂີປະນາວຸດ ສອງລູກຂຶ້ນໄປ ເມື່ອຕອນເຊົ້າຂອງມື້ນັ້ນ ທີ່ໄດ້ຕົກລົງຢູ່ໃນ ຫຼື ຢູ່ໃກ້ກັບ ນ່ານນ້ຳທີ່ຄວບຄຸມໂດຍຍີ່ປຸ່ນ.
ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ອົງການສະຫະປະຊາຊາດ ທ່ານ Koro Bessho ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ “ມັນເປັນທີ່ແນ່ນອນ ວ່າເປັນເລື່ອງສຳຄັນ ບັນຫາສຳຄັນ ສຳລັບ ຄວາມໝັ້ນຄົງ ແລະ ຄວາມປອດໄພ ຂອງຂົງເຂດພວກເຮົາ.”

ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່່ນ ທ່ານນາງ Tomomi Inada ໂອ້ລົມກັບບັນດານັກຂ່າວ ຢູ່ທີ່ບ້ານພັກຂອງ ນາຍົກລັດຖະມົນຕີ ທ່ານ Shinzo Abe ໃນນະຄອນຫຼວງ Tokyo, ວັນທີ 3 ສິງຫາ 2016.
ທ່ານ Stephane Dujarric ໂຄສົກຂອງທ່ານ Ban Ki-moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້ເອີ້ນການລ່ວງລ້ຳ ເຂົ້າໄປໃນນ່ານນ້ຳຂອງຍີ່ປຸ່ນນັ້ນວ່າ ເປັນ “ບັນຫາທີ່ກະເທືອນຢ່າງເລິກ.”
ທ່ານ Dujarric ເວົ້າວ່າ “ຂ້າພະເຈົ້າຄິດວ່າ ທ່ານເລຂາທິການໃຫຍ່ ຈະກ່າວຊ້ຳອີກ ແລະ ຮຽກຮ້ອງຄືນໃໝ່ອີກ ຕໍ່ ເກົາຫຼີເໜືອ ໃຫ້ຍຸຕິກິດຈະກຳໃດໆເຊັ່ນນັ້ນ ຊຶ່ງເຫັນໄດ້ ຢ່າງຈະແຈ້ງວ່າ ບໍ່ເປັນສິ່ງທີ່ເຮັດໃຫ້ເກີດການລຸດຜ່ອນຄວາມເຄັ່ງຕຶງຢູ່ໃນແຫຼມເກົາຫຼີ.”
Ad