Top Ad

header ads

ຮອງປະທານປະເທດຕ້ອນຮັບທູດ ແບນຊິກ ອຳລາ

ຂປລ. ຕອນບ່າຍວັນທີ 26 ສິງຫາ 2016 ນີ້, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ Marc Michielsen ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກແບນຊິກ ປະຈຳລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງທ່ານ Marc Michielsen ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ແບນຊິກ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ພ້ອມທັງ, ສະແດງຄວາມເຊື່ອໝັ້ນວ່າ ພາຍຫລັງທີ່ທ່ານທູດ ເດີນທາງກັບຄືນປະເທດແລ້ວ ທ່ານຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມື ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ແບນຊິກ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.ພ້ອມທັງ ອວຍພອນໃຫ້ທ່ານທູດ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດໃໝ່.
ໃນໂອກາດດຽວກັນ, ທ່ານ Marc Michielsen ໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງທ່ານ ຮອງປະທານປະເທດ ທີ່ໄດ້ສະຫລະເວລາອັນມີຄຸນຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາການນຳພັກ-ລັດ ຂອງລາວ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ອຳນວຍຄວາມສະດວກທຸກຢ່າງ ໃນຕະຫລອດໄລຍະການປະຕິບັດໜ້າທີ່ຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ.


ທີ່ມາຂອງຂ່າວ Pathedlao Lao
Ad