Top Ad

header ads

ເພື່ອຜູ້ຊົມໃຊ້ ລັດເລີ່ມກວດກາຄຸນນະພາບນ້ຳມັນເຊື້ອໄຟ


   ຍ້ອນ​ເຫັນ​ໄດ້​ຄວາມ​ສຳ­ຄັນ​ຂອງ ສິນ­ຄ້າ​ທີ່​ໄດ້​ມາດ­ຕະ­ຖານເພື່ອ​ປົກ​ປ້ອງ​ປະ ຊາ​ຊົນ​ກໍ​ຄື​ຜູ້​ຊົມ­ໃຊ້ ທັງ​ຫຼີກ​ລ້ຽງ​ບັນ­ຫາ ການ​ນຳ​ເຂົ້າ ແລະ​ຈຳ­ໜ່າຍ​ນ້ຳ­ມັນ​ເຊື້ອ​ໄຟ​ບໍ່​ມີ​ຄຸນ​ນະ​ພາບ

ລັດ​ຈິ່ງ​ສ້າງ​ເງື່ອນ­ໄຂ​ໃໝ່​ດ້ວຍ​ການ​ເປີດ​ການ​ກວດ­ກາ​ນ້ຳ­ມັນ ເຊື້ອ​ໄຟ​ຢູ່​ດ່ານ​ຂົວ​ມິດ­ຕະ­ພາບ​ລາວ-ໄທ 1 ເພື່ອ​ເຮັດ​ໜ້າ­ທີ່​ໃນ​ຈຸດ​ນີ້​ໂດຍ​ສະ­ເພາະ ແລະ​ຈະ​ນຳ​ໜ່ວຍ​ເຄື່ອນ​ທີ່​ລົງ​ກວດ­ກາ​ສູ່​ບ່ອນ​ອື່ນ​ເປັນ​ແຕ່​ລະ​ໄລ­ຍະ​ນັບ​ຈາກ​ນີ້.
   ທ່ານ ວຽງ​ທອງ ວົງ​ທະ­ວິ​ໄລ ຫົວ ໜ້າ​ກົມ​ມາດ­ຕະ­ຖານ ແລະ​ວັດ­ແທກ​ກະ ຊວງ​ວິ­ທະ­ຍາ­ສາດ ແລະ​ເຕັກ​ໂນ​ໂລ​ຊີ ໄດ້ ກ່າວ​ລາຍ​ງານ​ໃນ​ພິ­ທີ​ເປີດ​ການ​ກວດ­ກາ ຄຸນ​ນະ​ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ວ່າ: ກົມ​ມາດ ຕະ​ຖານ ແລະ​ວັດ­ແທກ ໄດ້​ສົມ­ທົບ​ກັບ​ບັນ ດາ​ພາກ­ສ່ວນ​ກ່ຽວ­ຂ້ອງ​ສ້າງ​ນິ­ຕິ​ກຳ, ບຸກ​ຄະ­ລາ​ກອນ ແລະ​ພື້ນ­ຖານ​ໂຄງ​ລ່າງ ຂອງ​ຫ້ອງ​ທົດ​ລອງ​ໃນ​ການ​ກວດ​ຄຸນ​ນະ​ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ຕອບ ສະ­ໜອງ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ​ໃນ​ການ​ແກ້​ໄຂ​ບັນ­ຫາ​ປະ­ກົດ​ການ​ຫຍໍ້­ທໍ້ ແລະ​ປົກ​ປ້ອງ​ຜູ້​ຊົມ­ໃຊ້, ເຮັດ ໃຫ້​ນ້ຳ­ມັນ​ເຊື້ອ​ໄຟ​ຢູ່ ສປປ ລາວ ມີ​ຄຸນ​ນະ​ພາບ​ຕາມ​ມາດ­ຕະ­ຖານ​ແຫ່ງ​ຊາດ​ກໍ​ຄື​ສາ­ກົນ ເນື່ອງ​ຈາກ​ໃນ​ຊຸມ​ປີ­ຜ່ານ­ມາ​ນີ້​ໄດ້​ເກີດມີ​ການ​ຮ້ອງ​ຮຽນ​ຈາກ​ພໍ່​ແມ່​ປະ­ຊາ­ຊົນ, ມີ​ສາຍ​ດ່ວນ​ຕໍ່​ສະ­ພາ​ແຫ່ງ​ຊາດ, ຕໍ່​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ລວມ​ເຖິງ​ຜູ້ ປະ­ກອບ​ການ​ພາ­ຫະ­ນະ​ກໍ​ໄດ້​ສົ່ງ​ຂ່າວ​ຫາ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ຄຸນ​ນະ​ພາບ​ຕ່ຳ​ບໍ່​ໄດ້​ມາດ­ຕະ­ຖານ​ມາ​ຈຳ­ໜ່າຍ.
   ດັ່ງ­ນັ້ນ ສູນ​ການ​ກວດ­ກາ​ຄຸນ​ນະ​ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ດັ່ງ­ກ່າວ​ນີ້ ແມ່ນ​ຈະ​ກວດ​ນັບ​ແຕ່​ເອ­ກະ­ສານ​ຢັ້ງ­ຢືນ​ຄຸນ​ນະ​ພາບ​ນ້ຳມັນ​ເຊື້ອ​ໄຟ​ທີ່​ນຳ​ເຂົ້າ, ເກັບ​ຕົວ­ຢ່າງ​ຈາກ​ລົດ​ບັນ­ທຸກ​ນ້ຳ­ມັນ ເພື່ອ​ກວດ​ຄຸນ​ນະ​ພາບ​ເບື້ອງ​ຕົ້ນ​ຢູ່​ດ່ານ​ນຳ​ເຂົ້າ ແລ້ວ​ຈະ​ມີ​ການ​ກວດ ຄຸນ​ນະ​ພາບ​ລະ­ອຽດ​ຢູ່​ຫ້ອງ​ທົດ​ລອງ​ຂອງ​ສູນ​ຢັ້ງ­ຢືນ​ມາດ­ຕະ­ຖານ ແລະ​ກວດ­ກາ​ຄຸນ​ນະ​ພາບ​ແຫ່ງ​ຊາດ. ນອກ­ຈາກ​ນີ້ ຍັງ​ຈະ​ດຳ­ເນີນ​ການ​ກວດ­ກາ​ຄຸນ​ນະ​ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ຢູ່​ຕາມ​ແຕ່​ລະ​ສາງ, ປ້ຳ​ຈຳ­ໜ່າຍ​ນ້ຳ­ມັນ​ເປັນ​ແຕ່​ລະ​ໄລ­ຍະ​ອີກ.
    ທ່ານ​ຫົວ­ໜ້າ​ກົມ​ກ່າວ​ວ່າ: ສູນ​ກວດ­ກາ​ຄຸນ​ນະ​ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ດັ່ງ­ກ່າວ​ນີ້ ນອກ­ຈາກ​ກວດ­ກາ​ກັບ​ທີ່​ແລ້ວ​ຍັງ​ມີ​ລົດ ກວດ​ຄຸນ​ນະ​ພາບ​ເຄື່ອນ​ທີ່​ໄວ້​ບໍ­ລິ­ການ ຕາມ​ການ​ຮ້ອງ​ຮຽນ​ຂອງ​ປະ­ຊາ­ຊົນ​ຜູ້​ຊົມ ໃຊ້​ອີກ​ດ້ວຍ.
    ພິ­ທີ​ເປີດ​ສູນ​ການ​ກວດ­ກາ​ຄຸນ​ນະ ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ປະ­ຈຳ​ດ່ານ​ຂົວ​ມິດ ຕະ​ພາບ​ລາວ-ໄທ 1 ໄດ້​ຈັດ​ຂຶ້ນ​ໃນ​ວັນ ທີ 1 ສິງ­ຫາ​ນີ້ ໂດຍ​ການ​ເປັນ​ກຽດ​ເຂົ້າ ຮ່ວມ​ຂອງ ທ່ານ ບໍ່​ວຽງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ, ປະ­ທານ​ສະ­ພາ​ວິ­ທະ­ຍາ ສາດ​ແຫ່ງ​ຊາດ, ບັນ­ດາ​ຜູ້­ຕາງ­ໜ້າ​ກະ ຊວງ, ກົມ ແລະ​ບໍ­ລິ­ສັດ​ຕ່າງໆ​ເຂົ້າ​ຮ່ວມ.


 ທີີິ່ມາ ເສດຖະກິດສັງຄົມ

Ad