Top Ad

header ads

ລັກວາງລະເບີດປາສົ່ງຜົນໃຫ້ໂຕເອງ ແລະ ໝູ່ເສຍຊີວິດ



ເກີດເຫດລະເບີດແຕກຍ້ອນການລັກລອບວາງລະເບີດຫາປາທີ່ຜິດຕໍ່ລະບຽບກົດໝາຍເປັນເຫດເຮັດໃຫ້ໂຕເອງພ້ອມໝູ່ທີ່ໄປນຳເສຍຊີວິດ.ເຫດການຄັ້ງນີ້ເກີດຂຶ້ນໃນເວລາ 3 ໂມງເຊົ້າຂອງວັນທີ 26 ກໍລະກົດ 2016 ຢູ່ທີ່ບ້ານຫົວປາຂໍ້ ກຸ່ມ I ເມືອງຈຳປາສັກ. ອີງຕາມການລາຍງານຂອງນາຍບ້ານໆຫົວປາຂໍ້ ໃຫ້ການວ່າ : ທ້າວ ໂລ້,ທ້າວ ຈ່ອຍ,ທ້າວ ໂລຍ ທັງສາມຄົນໄດ້ລົງຫາປາໃນເວລາກາງຄືນຂ້ອນແຈ້ງຕອນເຊົ້າຂອງມື້ນັ້ນ ໂດຍພາກັນລັກວາງລະເບີດເພື່ອເອົາປາ ແລະ ກໍ່ເປັນເວລາທີ່ມວນຊົນບໍ່ຄ່ອຍມີໃຜເຫັນ ທັງສາມຈິ່ງໄດ້ໂອກາດອອກໄປວາງລະເບີດຫາປາແບບຜິດກົດໝາຍຢູ່ຕາມແຄມຝັ່ງແມ່ນ້ຳຂອງ ເພື່ອຈະຫວັງເອົາປາທີ່ພວກມັນເລາະຫາກິນຕາມແຄມຝັ່ງແມ່ນ້ຳຂອງ. ແຕ່ບັງເອີນມື້ນັ້ນ ລະເບີດພັດບໍ່ແຕກ ແລ້ວຈິ່ງຄ່ອຍຊາວເອົາລະເບີດຂຶ້ນມາໃສ່ເຮືອ ແລ້ວຈາກນັ້ນກໍ່ບັງເອີນເກີດລະເບີດຂຶ້ນມາຢ່າງກະທັນຫັນຈິ່ງເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ,ບາດເຈັບ 1 ຄົນ ຜູ້ເສຍຊີວິດ 2 ຄົນ ຊື່ທ້າວ ໂລ້ ພູມວິເສດ ອາຍຸ 36 ປີ ອາຊີບກຳມະກອນ ບ້ານຫົວປາຂໍ້ ສ່ວນຜູ້ທີ 2 ແມ່ນທ້າວ ຈ່ອຍ ອາຍຸ 31 ປີ ອາຊີບກຳມະກອນ ບ້ານຫົວປາຂໍ້ ຜູ້ທີ່ຖືກ ບາດເຈັບສາຫັດ ໄດ້ນຳສົ່ງໄປໂຮງໝໍແຂວງຈຳປາສັກ ຊື່ທ້າວ ໂລຍ ອາຍຸ 16 ປີ ບ້ານຫົວປາຂໍ້. ສຳລັບຈຸດເກີດເຫດຄາດວ່າຢູ່ຫາງດອນຫົວປາຂໍ້ ຫົວບ້ານຂອນແກ່ນ ສ່ວນຊະນິດລະເບີດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນສອບສວນຢູ່ເພື່ອ ຊອກຫາສາເຫດຂອງການກະທຳດັ່ງກ່າວ.

ຂ່າວ-ພາບ:ສີຈັນ ອຸດົມໄຊ ຖວທເມືອງ
Ad