Top Ad

header ads

ລັດເລີ່ມເກັບພາສີ-ອາກອນນຳເຂົ້ານ້ຳມັນເຊື້ອໄຟທຸກປະເພດ

 ເນື່ອງ​ຈາກ​ໃນ​ໄລ­ຍະ​ຜ່ານ​ມາ ລັດຖະ​ບານ​ໄດ້​ຍົກ­ເວັ້ນ​ພາ­ສີ-ອາ­ກອນ​ນຳ​ເຂົ້ານ້ຳ­ມັນ​ເຊື້ອ​ໄຟ​ເພື່ອ​ເປັນ​ການ​ປະ­ກອບສ່ວນ​ເຂົ້າ​ໃນ​ການພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ
ໂດຍ​ສະ­ເພາະ​ແມ່ນ​ການ­ຈັດ­ຕັ້ງ ປະ­ຕິ­ບັດ​ບັນ­ດາ​ໂຄງ­ການ​ກໍ່­ສ້າງ​ພື້ນ­ຖານໂຄງ​ລ່າງ, ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ ແລະວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະ­ຫງົບ​ໄດ້​ດີ​ສົມ­ຄວນ ແຕ່​ຄຽງ​ຄູ່​ກັນ​ນັ້ນ ຍັງ​ໄດ້​ກາຍ­ເປັນ​ຊ່ອງ​ຫວ່າງ​ໃຫຍ່​ໃຫ້​ແກ່ການ​ລັກ­ລອບ​ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ຂາຍຕາມ​ທ້ອງ​ຕະ­ຫຼາດ​ໃນ​ທົ່ວ​ປະ­ເທດ ສະນັ້ນ ນັບ​ແຕ່​ນີ້​ເປັນ­ຕົ້ນ​ໄປ​ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ທຸກ​ປະ­ເພດ​ຕ້ອງ​ໄດ້​ເສຍ​ພາ­ສີ ອາ­ກອນ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ ໝາຍ​ແຫ່ງ ສປປ ລາວ ເພື່ອ​ຮັບ­ປະ­ກັນ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ຂອງ​ລັດ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ແລະ​ໂປ່ງ​ໃສ.
   ທ່ານ ຈະ­ເລີນ ເຢຍ​ປາວ​ເຮີ ລັດ​ຖະມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ​ລັດ​ຖະ ມົນ­ຕີ, ໂຄ­ສົກ​ລັດ­ຖະ­ບານ ໄດ້​ຖະ­ແຫຼງ ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 4 ສິງ­ຫາ ນີ້​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງໃນ​ການ​ຍົກ­ເວັ້ນ​ພາ­ສີ​ອາ­ກອນ​ນຳ​ເຂົ້ານ້ຳ­ມັນ​ເຊື້ອ​ໄຟ​ທົ່ວ​ປະ­ເພດ​ແມ່ນ​ໄດ້​ປະ ກອບ​ສ່ວນ​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ ຖະ​ກິດ-ສັງ­ຄົມ ໂດຍ​ສະ­ເພາະ​ແມ່ນ​ການ ຈັດ​ຕັ້ງປະ­ຕິ­ບັດ​ບັນ­ດາ​ໂຄງ­ການ​ກໍ່­ສ້າງພື້ນ­ຖານ​ໂຄງ​ລ່າງ​ຈຳ­ນວນ​ໜຶ່ງ, ໂຄງການ​ຊ່ວຍ­ເຫຼືອ​ລ້າ ແລະ​ວຽກ​ງານ​ປ້ອງ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແຕ່​ໃນ ເວ­ລາ​ດຽວ​ກັນ ນັ້ນ ກໍ​ໄດ້ເປັນ​ຊ່ອງ​ຫວ່າງ​ໃຫຍ່​ໃຫ້​ແກ່​ການ​ລັກ­ລອບ​ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ມາ​ຂາຍ​ຕາມ​ທ້ອງ​ຕະ­ຫຼາດ ເຮັດ ໃຫ້­ການ​ຄຸ້ມ​ຄອງ​ພົບ​ຄວາມ​ຫຍຸ້ງ­ຍາກ ທັງເປັນ​ການ​ສູນ​ເສຍ​ລາຍ​ຮັບ​ງົບ­ປະ­ມານ​ຂອງ ລັດ­ຖະ­ບານ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເປັນຕົ້ນ ການ​ອະ­ນຸ­ມັດ​ຍົກ­ເວັ້ນ​ພາ­ສີ-ອາ­ກອນ ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ທຸກ​ປະ­ເພດ ໃນ ຂອບ​ເຂດ​ທົ່ວ​ປະ­ເທດ​ມາ​ຮອດ​ວັນ​ທີ 20 ພຶດ­ສະ­ພາ 2016 ມີ​ທັງ​ໝົດ 1,49 ຕື້​ລິດເປັນ​ມູນ​ຄ່າ ທັງ​ໝົດ 1.495 ຕື້​ກີບ ຕາມ ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ປະ­ຈຸ​ບັນ.
    ດ້ວຍ​ເຫດ​ນັ້ນ ກອງ​ປະ­ຊຸມ​ນາ­ຍົກ-ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ທີ່​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 1-2 ສິງ­ຫາ​ຜ່ານ​ມາ ໄດ້​ຕົກ­ລົງ​ກັນວ່າ: ໃນ­ຕໍ່­ໜ້າ​ນີ້​ໃຫ້​ຢຸດ­ຕິ​ການ​ອະ­ນຸ­ຍາດ ຍົກ­ເວັ້ນ​ພາ­ສີ-ອາ­ກອນ​ນຳ​ເຂົ້າ​ນ້ຳ­ມັນເຊື້ອ​ໄຟ​ທຸກ​ປະ­ເພດ ລວມ​ທັງ​ຮັບ​ໃຊ້​ໂຄງການ​ຊ່ວຍ­ເຫຼືອ​ລ້າ ແລະ​ວຽກ​ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ຈຸດປະ­ສົງ​ຂອງ​ການ​ຢຸດ­ຕິ​ການ​ຍົກ­ເວັ້ນ​ພາ ສີ-ອາ­ກອນ ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ທຸກ​ປະ ເພດ​ແມ່ນ​ເພື່ອ​ເຮັດ​ໃຫ້­ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ທຸກ​ປະ­ເພດ​ຖືກ­ຕ້ອງ​ຕາມ​ກົດໝາຍ, ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ, ຮັບ­ປະ­ກັນ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ຂອງ​ລັດ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນແລະ​ໂປ່ງ​ໃສ, ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງພັກ, ກົດ­ໝາຍ, ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ​ຂອງ ລັດ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ, ເຂັ້ມ​ງວດ ແລະ​ສັກ­ສິດ, ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້­ການ ບໍ­ລິ­ຫານ​ປະ­ເທດ​ຂອງ​ລັດ­ຖະ­ບານ ເວົ້າລວມ ເວົ້າ​ສະ­ເພາະ ແມ່ນ​ການ​ບໍ­ລິ­ຫານ ຂອງ​ຄະ­ນະ​ລັດ­ຖະ­ບານ​ຊຸດ​ທີ 8 ໃຫ້​ເຂົ້າສູ່​ກົດ­ໝາຍ​ເທື່ອ​ລະ​ກ້າວ, ມີ​ຄວາມ​ເປັນ ເອ­ກະ​ພາບ​ສູງ, ໜັກ​ແໜ້ນ, ເຂັ້ມ­ແຂງ ແລະ​ໂປ່ງ​ໃສ.
    ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແມ່ນ​ເລີ່ມ​ແຕ່​ນີ້ເປັນ­ຕົ້ນ​ໄປ​ຈະ​ບໍ່​ອະ­ນຸ­ຍາດ​ຍົກ­ເວັ້ນ​ພາສີ-ອາ­ກອນ​ນຳ​ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ທຸກ ປະ­ເພດ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ສຳ­ລັບໂຄງ­ການ​ທີ່​ໄດ້​ຮັບ​ການ​ຍົກ­ເວັ້ນ​ໃນ​ໄລ ຍະ​ຜ່ານ​ມາ​ແມ່ນ​ຈະ​ໄດ້​ດຳ­ເນີນ​ການ ກວດ­ກາ ແລະ​ເຈລະ­ຈາ​ຄືນ­ໃໝ່ ເພື່ອ​ເຮັດແນວ­ໃດ​ໃຫ້​ທຸກໆ​ໂຄງ­ການ​ຕ້ອງ​ຫັນ​ເຂົ້າສູ່​ກົດ­ໝາຍ, ລະ­ບຽບ​ການ ແລະ​ໃຫ້​ຈັດ
ຕັ້ງ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ຢ່າງ​ເຄັ່ງ​ຄັດ.
   ທັງ​ນີ້ ໃຫ້​ບັນ­ດາ​ກະ­ຊວງ​ທີ່​ກ່ຽວ­ຂ້ອງເປັນ­ຕົ້ນ​ກະ­ຊວງ​ການ​ເງິນ, ກະ­ຊວງ​ແຜນການ ແລະ​ການ​ລົງ­ທຶນ, ກະ­ຊວງ​ອຸດ ສາ​ຫະ​ກຳ ແລະ​ການ​ຄ້າ, ກະ­ຊວງ​ພະ­ລັງງານ ແລະ​ບໍ່​ແຮ່ ແລະ​ພາກ­ສ່ວນ​ທີ່​ກ່ຽວ ຂ້ອງ​ຈົ່ງ​ດຳ­ເນີນ​ການ​ກວດ­ກາ​ຄືນ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ໂຄງ­ການ​ທີ່​ໄດ້​ຮັບ ການ​ອະ­ນຸ­ມັດ​ຍົກ­ເວັ້ນ​ພາ­ສີ-ອາ­ກອນ​ນຳ ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ທຸກ​ປະ­ເພດ​ທີ່​ຜ່ານມາ​ວ່າ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ​ເທົ່າ ໃດ, ຍັງ​ເທົ່າ­ໃດ ແລະ​ຈະ​ແກ້​ໄຂ​ແນວ­ໃດ ໃຫ້​ສອດ­ຄ່ອງ​ແລ້ວ​ລາຍ​ງານ​ໃຫ້​ລັດ­ຖະ­ບານ, ນາ­ຍົກ-ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເພື່ອ​ພິ­ຈາ­ລະ­ນາ​ໃນ​ໄວໆ​ນີ້ ພ້ອມ​ທັງ​ໃຫ້ຮີບ​ຮ້ອນ​ກວດ­ກາ ແລະ​ປັບ­ປຸງ​ບັນ­ດາ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ນຳ ເຂົ້າ​ນ້ຳ­ມັນ​ເຊື້ອ​ໄຟ​ທຸກ​ປະ­ເພດ​ໃຫ້​ສອດຄ່ອງ​ກັບ​ກົດ­ໝາຍ ເພື່ອ​ເປັນ​ເອ­ກະ​ພາບ ກັນ ແລະ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ­ຈັດ­ຕັ້ງ ປະ­ຕິ­ບັດ.

Ad