Top Ad

header ads

ລັດ­ຖະ­ບານ ລົງຕິດ­ຕາມໂຄງ­ການປູກໄມ້ເປັນສິນ­ຄ້າ

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ພ້ອມຄະນະລົງຕິດຕາມ ແລະ ຢ້ຽມຢາມໂຄງການປູກໄມ້ຂອງບໍລິສັດ ບົວລະພາກະສິກຳປ່າໄມ້ ຈຳກັດ ວັນທີ 24 ສິງຫາ 2016 ທີ່ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍຕ້ອນຮັບຂອງທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດ ບົວລະພາກະສຳກຳປ່າໄມ້ ພ້ອມດ້ວຍຄະນະທີ່ປຶກສາ ແລະ ພະນັກງານກ່ຽວຂ້ອງ.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບລວມຂອງບໍລິສັດ ທ່ານ ຈະເລີນ ເຢຍປາວເຮີ ໄດ້ມີຄຳເຫັນຊີ້ນຳໃຫ້ບໍລິສັດສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດກິດຈະກຳຂອງບໍລິສັດໃນໄລຍະຜ່ານມາ ແລະ ແຜນທິດທາງໃນຕໍ່ໜ້າ ເພື່ອລາຍງານໃຫ້ກະຊວງກ່ຽວຂ້ອງໄດ້ຮັບຊາບອີກເທື່ອໜຶ່ງ ລວມທັງສົ່ງໃຫ້ກອງເລຂາຂອງໂຄສົກລັດຖະບານເພື່ອຄວາມວ່ອງໄວ ເຊິ່ງຈະໄດ້ລາຍງານໃຫ້ລັດຖະບານໃນການໃຫ້ທິດແກ້ໄຂ.
ທ່ານໂຄສົກລັດຖະບານກ່າວອີກວ່າ: ສຳລັບຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເຊິ່ງບໍ່ລວມເອົາໄມ້ປູກ ໃນກໍລະນີໄມ້ປູກລັດຖະບານຈະໄດ້ຫາລືກັນອີກເທື່ອໜຶ່ງ ເພື່ອຈະອອກນິຕິກຳໃນການແກ້ໄຂ ເປັນຕົ້ນແມ່ນການຢັ້ງຢຶນຜະລິດຕະພັນສຳເລັດຮູບທີ່ຜ່ານການປຸງແຕ່ງເພື່ອສົ່ງອອກ ເຊິ່ງລັດຖະບານຈະໄດ້ກຳນົດລະອຽດອັນໃດໄມ້ປູກ ແລະ ໄມ້ທຳມະຊາດ.



ແຫຼ່ງທີ່ມາ ສຳນັກຂ່າວສານປະເທດລາວ
Ad