Top Ad

header ads

ພາກສ່ວນຕ່າງໆ ປະກອບສ່ວນຊ່ວຍເຫຼືອບັນດາແຂວງພາກເໜືອຈາກເຫດນໍ້າຖ້ວມ

ພາກສ່ວນຕ່າງໆຈາກພາກລັດ ແລະ ເອກະຊົນ ໄດ້ນຳເອົາວັດຖຸ ແລະ ປັດໃຈເປັນເງິນ ມອບຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ບັນດາແຂວງຕ່າງໆ ກໍຄືເມືອງ ແລະ ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ເຊິ່ງປະກອບມີ: ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງ ໄປສະນີໂທລະຄົມ ແລະ ການສື່ສານ ມອບພາກສ່ວນລະ 50 ລ້ານກີບ. ນອກນັ້ນ ຍັງມີ ບໍລິສັດ ປຕທ ລາວ ຈຳກັດ ມອບເຂົ້າສານ 400 ຖົງ ແລະ ນ້ຳດື່ມ 200 ແກັດ ມູນຄ່າ 23 ລ້ານກີບ; ບໍລິສັດ ຊີຊີ ( CC ) ໝໍ້ແປງໄຟຟ້າ ຈຳກັດ ມອບປາກະປອງ, ໝີ່, ນ້ຳດື່ມ ແລະ ຢາ ມູນຄ່າ 60,000 ບາດ (ສະກຸນເງິນໄທ); ແລະ ບໍລິສັດ ສັນຕິພາບ ສັງກະສີ ລາວ ມອບສັງກະສີຈຳນວນ 1,000 ແຜ່ນ ມູນຄ່າ 30 ລ້ານກີບ.
ພິທີມອບ-ຮັບ ມີຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ.




Ad