Top Ad

header ads

ອຸຕຸເຕືອນກັນຍາ-ພະຈິກ ຈະມີຝົນຕົກໜັກ ແລະນ້ຳຖ້ວມ

   ເນື່ອງຈາກ ສະພາບອາກາດໃນ ປີ 2016 ແມ່ນມີລັກສະນະຄ້າຍຄືກັບ ປີ 1998 ຊຶ່ງໃນປີ 1998 ພາຍຸໝຸນ ເຂດຮ້ອນໄດ້ເຄື່ອນທີ່ເຂົ້າພາກໃຕ້ຂອງ ສປປ ລາວ ຈຳນວນ 3 ຫົວ ໃນໄລຍະທ້າຍເດືອນກັນຍາ, ຕຸລາ ແລະເດືອນພະຈິກ ປີນີ້
ຮອດປະຈຸບັນຈຳນວນພາຍຸໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອເກີດຂຶ້ນແລ້ວພຽງແຕ່ 10 ຫົວ ເຫັນວ່າຫຼຸດເກນປົກກະຕິຫຼາຍ (ເກນປົກກະຕິ 25-27 ຫົວຕໍ່ປີ) ສະນັ້ນ ໃນໄລຍະເດືອນກັນຍາ, ຕຸລາ ແລະເດືອນ ພະຈິກ 2016 ອາດຈະມີພາຍຸເຂດຮ້ອນ ເກີດຂຶ້ນຫຼາຍຫົວມີໂອກາດສູງທີ່ຈະເຄື່ອນ ທີ່ຜ່ານປະເທດເຮົາ ຊຶ່ງຈະເຮັດໃຫ້ມີຝົນ ຕົກໜັກ ແລະເກີດມີສະພາບນ້ຳຖ້ວມໃນບາງທ້ອງຖິ່ນ.
     ວັນທີ 26 ສິງຫາຜ່ານມາ ທີ່ກົມອຸຕຸນິຍົມ ແລະອຸທົກກະສາດໄດ້ມີກອງປະຊຸມກ່ຽວກັບລົມມໍລະສຸມລະດູຝົນປະຈຳ ປີ 2016 ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມ ອຸຕຸນິຍົມ ແລະອຸທົກກະສາດ, ມີບັນດາ ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ ຕ່າງໆ ພ້ອມດ້ວຍບັນດາສື່ມວນຊົນເຂົ້າ ຮ່ວມ.
     ຂ່າວໃຫ້ຮູ້ໃນກອງປະຊຸມດັ່ງກ່າວແຈ້ງວ່າສະພາບອາກາດປະຈຳເດືອນ ສິງຫາ 2016 ພາຍຸໝຸນເຂດຮ້ອນນິດາຫົວທີ 4 ປະຈຳປີ 2016 ໄດ້ເຄື່ອນ ທີ່ເຂົ້າແຄມຝັ່ງພາກໃຕ້ຂອງ ສປ ຈີນ ໃນ ໄລຍະອາທິດທຳອິດຂອງເດືອນສິງຫາ ແລະເອື້ອອຳນວຍໃຫ້ມໍລະສຸມຕາເວັນ ຕົກສຽງໃຕ້ພັດປົກຄຸມທົ່ວທຸກພາກຂອງ ສປປ ລາວ ດ້ວຍກຳລັງປານກາງ ຊຶ່ງ ເຮັດໃຫ້ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງໃນແຕ່ລະ ພາກ ແລະຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້, ມາຮອດອາທິດທີ 3 ຂອງເດືອນພາ ຍຸໝຸນເຂດຮ້ອນດຽນມູຫົວທີ 8 ໄດ້ເຄື່ອນທີ່ເຂົ້າຝັ່ງພາກເໜືອຂອງ ສສ ຫວຽດນາມໃນວັນທີ 19 ສິງຫາ ແລະຜ່ານແຂວງ ຫົວພັນ ແລະຜົ້ງສາລີຂອງລາວຕະຫຼອດ ໄລຍະການເຄື່ອນຍ້າຍຂອງພາຍຸຫົວດັ່ງກ່າວໄດ້ເກີດມີຝົນຕົກໃນລະດັບປານກາງຫາຕົກໜັກເປັນບໍລິເວນກວ້າງ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາພາກກາງ ແລະເກີດມີນ້ຳຖ້ວມ ໄຫຼຊຸແຮງ, ນ້ຳຖ້ວມຍື່ງ ແລະດິນເຈື່ອນຢູ່ບັນດາແຂວງດັ່ງກ່າວ.
     ກົມອຸຕຸນິຍົມ ແລະອຸທົກກະສາດຍັງ ຄາດຄະເນສະພາບອາກາດໃນໄລຍະເດືອນກັນຍາ, ຕຸລາ ແລະເດືອນພະຈິກ 2016 ວ່າ: ໄລຍະເດືອນກັນຍາ ແລະ 3 ອາທິດທຳອິດຂອງເດືອນຕຸລາ ຮ່ອງຄວາມດັນ ອາກາດຕ່ຳຈະເຄື່ອນທີ່ພັດຜ່ານເຂດ ພາກກາງລົງຫາພາກໃຕ້ຂອງ ສປປ ລາວ ປ່ອງເຂົ້າໃສ່ລົມພະຍຸໝຸນເຂດຮ້ອນທີ່ກໍ່ຕົວເຂດທະເລຈີນໃຕ້ສົມທົບກັບກະແສລົມມໍລະສຸມຈະມີກຳລັງແຮງ ຊຶ່ງເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະຕົກໜັກຫາໜັກຫຼາຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກໃຕ້ ຊຶ່ງປະລິມານນ້ຳຝົນຈະ ໃກ້ຄຽງ ຫຼື ລື່ນເກນປົກກະຕິ, ສຳລັບເດືອນພະຈິກປະລິມານນ້ຳຝົນຈະຫຼຸດເກນປົກກະຕິຢູ່ເຂດພາກເໜືອ ສ່ວນພາກກາງ ແລະພາກໃຕ້ຈະຢູ່ໃນເກນປົກກະຕິ ຫຼື ລື່ນເລັກນ້ອຍ.
    ດັ່ງນັ້ນ ໃນໄລຍະເດືອນກັນຍາ, ຕຸລາແລະເດືອນພະຈິກ 2016 ອາດຈະມີພາ ຍຸໝຸນເຂດຮ້ອນກໍ່ຕົວຢູ່ເຂດມະຫາສະ ໝຸດປາຊີຟິກເໜືອດ້ານຕາເວັນຕົກ ຫຼື ເຂດທະເລຈີນໃຕ້ ແລະມີໂອກາດສູງທີ່ຈະເຄື່ອນທີ່ຜ່ານເຂດພາກເໜືອ ແລະພາກກາງ ຂອງ ສປປ ລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມເປັນບໍລິເວນກວ້າງ ແລະຕົກ ໜັກຫາໜັກຫຼາຍຢູ່ບາງທ້ອງຖິ່ນຈະກໍ່ ໃຫ້ລະດັບນ້ຳບາງສາຂາຂອງແມ່ນ້ຳຂຶ້ນ ໄວອາດເກີນເຂດລະວັງໄພ ຫຼື ເຂດອັນ ຕະລາຍຈະເກີດມີດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳປ່າໄຫຼຸຊຸແຮງ ແລະນ້ຳຖ້ວມຍື່ງຢູ່ບາງທ້ອງຖິ່ນຂອງແຂວງພາກເໜືອຕອນໃຕ້ ລົງຫາພາກກາງ ແລະພາກໃຕ້.

ທີ່ມາ ເສດຖະກິດສັງຄົມ
Ad