Top Ad

header ads

ຄະນະປະຈໍາສະພາແຫ່ງຊາດພິຈາລະນາບັນຫາສໍາຄັນປະຈໍາເດືອນສິງຫາ



  ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2016 ໄດ້ຈັດຂຶ້ນແຕ່ວັນທີ 1-3 ສິງຫານີ້ ຢູ່ຫໍສະພາແຫ່ງຊາດເພື່ອພິຈາລະນາບັນຫາສໍາຄັນຈໍານວນໜຶ່ງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດມີບັນດາຫົວໜ້າຄະນະກໍາມາທິການຕ່າງໆ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

          ກອງປະຊຸມຈະໄດ້ຮັບຟັງການລາຍງານກ່ຽວກັບການປັບປຸງຮ່າງລັດຖະບັນຢັດ ຂອງປະທານປະເທດວ່າດ້ວຍພົນລະເມືອງກິດຕິມະສັກລາຍ ງານກ່ຽວກັບການສັງລວມແຜນການຕິດຕາມກວດກາ ຂອງກໍາມາທິການຕ່າງໆລາຍງານຄວາມຄືບໜ້າຂອງການກະກຽມຮ່າງກົດໝາຍຈໍານວນ 14 ສະບັບ ທີ່
ຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ ຂອງສະພາແຫ່ງຊາດຊຸດທີ VIII, ລາຍງານແຜນການສ້າງ ແລະ ປັບປຸງກົດໝາຍປະຈໍາປີ 2017ຮັບຟັງລາຍງານຜົນການຕິດຕາມກວດກາ ຂົງເຂດເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມລາຍງານກ່ຽວກັບການກະກຽມກອງປະຊຸມສາກົນ ແລະ ການແຕ່ງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາລະຫວ່າງ ສະພາແຫ່ງຊາດ ສປປ ລາວ ກັບລັດຖະສະພາຕ່າງປະເທດພິຈາລະນາບົດລາຍງານ ຂອງປະທານສານປະຊາຊົນສູງສຸດ ກ່ຽວກັບພຶດຕິກໍາຂອງລັດຖະກອນຕຸລາການຂອງສານປະຊາຊົນເຂດ 1 ແຂວງໄຊຍະບູລີພິຈາລະນາໜັງສືສະເໜີ ປະທານສານປະຊາຊົນສູງສຸດກ່ຽວກັບການແຕ່ງຕັ້ງຍົກຍ້າຍປະທານສານປະຊາຊົນທ້ອງຖິ່ນ ແລະ ຫົວໜ້າກົມຈັດຕັ້ງພະນັກງານສານປະຊາຊົນສູງສຸດຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຄຸ້ມຄອງພະນັກງານຜ່ານປະຕູດຽວພິຈາ ລະນາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການບໍລິການເອກະສານຜ່ານປະຕູດຽວພິຈາລະນາມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການຄຸ້ມຄອງການນໍາໃຊ້ທຶນຊ່ວຍເຫລືອຫລ້າ ພ້ອມທັງພິຈາລະນາວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນພາຍໃນສະພາແຫ່ງຊາດ ແລະ ພິຈາລະນາບົດລາຍງານການສ້າງແຜນງົບປະມານປະຈໍາປີ 2017.


ທີ່ມາ ລາວພັດທະນາ

Ad