Top Ad

header ads

ຈໍາປາສັກແລ້ວສາເຫດພາໃຫ້ນັກຮຽນໃຈແຕກ: ສັ່ງອອກມາດຕະການບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມ-ບັນເທີງ

ບັນຫາການບໍ່ປະຕິບັດລະບຽບຂອງຮ້ານກິນດື່ມບັນເທີງເປັນຕົ້ນ: ເປີດຮ້ານກາຍເວລາທີ່ທາງການກໍານົດ, ການອະນຸຍາດໃຫ້ຜູ້ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ, ການໃຊ້ສຽງດັງເກີນຂອບເຂດ... ໄດ້ເປັນປາກົດການຫຍໍ້ທໍ້ໜຶ່ງທີ່ສັງຄົມຢາກໃຫ້ມີການແກ້ໄຂ. ຫຼ້າສຸດເຈົ້າໜ້າທີ່ຕໍາຫຼວດໄ້ອອກມາກ່າວວ່າ: ໃນສົກປີ 2016-2017ນີ້ຈະໄດ້ຕິດຕາມກວດກາຄຸ້ມຄອງທຸລະກິດກິນດື່ມບັນເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ; ຈະສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມຄອງບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມບັນເທີງຢ່າງເດັດຂາດ.
ຕໍ່ບັນຫານີ້, ທ່ານ ສີວອນ ວັງກອນວິໄລ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ(ຖວທ)ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດກາຄຸ້ມຄອງບັນດາຫົວໜ່ວຍທຸລະກິດຮ້ານກິນດື່ມບັນເທີງຄາຣາໂອເກະ ແລະ ຮ້ານອາຫານໃຫ້ມີການເຄື່ອນໄຫວຕາມລະບຽບການທີ່ກໍານົດໄວ້ຄື: ການບໍລິການຂອງຮ້ານຕ້ອງປະຕິບັດໂມງເວລາຮອດ 23:30 ໂມງຕ້ອງໄດ້ປິດການບໍລິການທຸກຢ່າງ, ຫ້າມຜູ້ທີ່ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ ແລະ ເຮັດການບໍລິການຢູ່ໃນສະຖານທີ່. ການນຸ່ງຖືໃນແຕ່ລະຮ້ານແມ່ນໃຫ້ສຸພາບມີລັກສະນະຊາດ. ການຮ້ອງການລໍາແມ່ນຕ້ອງປະຕິບັດຕາມລະບຽບ,ໂດຍອະນຸຍາດໃຫ້ຮ້ອງເພງຕ່າງປະເທດ 30% ນອກນັ້ນແມ່ນເພງ-ລໍາລາວ. ໃນປັດຈຸບັນຮ້ານກິນດື່ມບັນເທີງທີ່ຢູ່ໃນຄວາມຮັບຜິດຊອບຂອງແຂວງມີຈໍານວນ 9 ຮ້ານ, ນອກນັ້ນແມ່ນໄດ້ມອບໃຫ້ບັນດາເມືອງຮັບຜິດຊອບ ແລະ ຂໍໃຫ້ຜູ້ປະກອບການດ້ານທຸລະກິດດັ່ງກ່າວຈົ່ງໄດ້ເປັນເຈົ້າການໃນການປະຕິບັດລະບຽບການທີ່ກໍານົດອອກຢ່າງເຂັ້ມງວດ.
ສໍາລັບປະຊາຊົນຢູ່ໃກ້ກັບຮ້ານກິນດື່ມບັນເທີງໃນເທດສະບານເມືອງປາກເຊທ່ານໜຶ່ງກ່າວວ່າ: ຖ້າຫາກຮ້ານກິນດື່ມບັນເທີງປິດການບໍລິການຖືກຕ້ອງຕາມເວລາທີ່ທາງການກໍານົດໄວ້ກໍ່ຈະເປັນການດີເພື່ອຫຼີກເວັ້ນສຽງເນືອງນັນລົບກວນໃນເວລານອນ.ຜ່ານມາສັງເກດເຫັນວ່າເວລາປະມານ 1-2 ໂມງນັກທ່ອງທ່ຽວສ່ວນໃຫຍ່ທີ່ເປັນໄວລຸ້ນ ຍັງໃຊ້ສຽງເວົ້າດັງ, ທັງຂັບຂີ່ລົດໄວ. ຕໍ່ບັນຫາດັ່ງກ່າວຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຊ່ວຍແກ້ໄຂເພື່ອຄວາມເປັນລະບຽບຂອງສັງຄົມ.
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຫົວໜ້າຊີ້ນໍາແກ້ໄຂປາກົດການຫຍໍ້ທໍ້ຂັ້ນແຂວງກ່າວວ່າ: ໃນການເຄື່ອນໄຫວກວດກາຮ້ານກິນດື່ມບັນເທີງຂອງເຈົ້າໜ້າທີ່ເຫັນວ່າຍັງມີບາງຫົວໜ່ວຍທຸລະກິດຖືເບົາຕໍ່ລະບຽບການທີ່ກໍານົດໄວ້ເຊັ່ນ: ປິດຮ້ານເກີນເວລາທີ່ກໍານົດ, ເປີດສຽງເພງແຮງລົບກວນຜູ້ທີ່ຢູ່ໃກ້ຄຽງ, ຜູ້ມີອາຍຸຕໍ່າກ່ວາ 18 ປີຍັງເຂົ້າມາໃຊ້ບໍລິການໃນຮ້ານກິນດື່ມບັນເທີງຂອງຕົນ. ຕໍ່ກັບບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ກໍ່ໄດ້ມີການສຶກສາອົບຮົມກ່າວເຕືອນເຈົ້າຂອງກິດຈະການໃຫ້ປະຕິບັດຕາມລະບຽບການຢ່າງຖືກຕ້ອງ ຫຼື ຖ້າຫາກຝ່າຝືນກໍ່ຈະມີການປັບໃໝ ແລະ ປິດກິດຈະການ.
ໃນຕົ້ນເດືອນສິງຫາ 2016 ເຈົ້າໜ້າທີ່ໄດ້ລົງກວດກາຮ້ານກິນດື່ມຢູ່ຕາມຈຸດຕ່າງໆເປັນຕົ້ນ: ກຸ່ມບ້ານທີ V ຂອງເມືອງປາກເຊມີຮ້ານກິນດື່ມຕັ້ງລຽບຕາມເສັ້ນທາງ 13 ໃຕ້ໃກ້ກັບວິທະຍາໄລເຕັກນິກວິຊາຊີບມີຮ້ານກິນດື່ມບັນເທີງ 11 ຮ້ານໃນຈຸດນີ້ເຫັນວ່າມີຄວາມສັບສົນ, ໂດຍສະເພາະແມ່ນຊາວໜຸ່ມໄວໜຸ່ມມາໃຊ້ບໍລິການທັງເວັນ ແລະ ຄືນເປັນຈໍານວນຫຼາຍ. ບາງຄັ້ງກໍ່ມີການອາລະວາດຕີກັນພາໃຫ້ມີຄວາມສ່ຽງກ່ຽວກັບບັນຫາອື່ນໆຈະເປັນໄພຕາມມາ. ໃນຈຸດນີ້ເດັ່ນກ່ວາໝູ່ແມ່ນຮ້ານ ນາໂນ ເປັນບ່ອນນິຍົມຂອງຊາວໜຸ່ມ. ໂດຍສະເພາະວັນເສົາ-ອາທິດແມ່ນຈະມີລູກຄ້າຫຼາຍເຂົ້າມາຮ້ອງເພງຄາຣາໂອເກະ,ດື່ມເບຍມ່ວນຊື່ນອື່ນໆ.ໃນນີ້ຜ່ານການກວດກາຕົວຈິງພົບເຫັນຜູ້ມີອາຍຸຕໍ່າກ່ວາ 18 ປີເຂົ້າມາໃຊ້ບໍລິການ. ສ່ວນຢູ່ບ້ານຫຼັກ 11 ເມືອງບາຈຽງຈະເລີນສຸກ ມີຮ້ານກິນດື່ມທັງໝົດ 19 ຮ້ານ. ກວດກາພົບເຫັນຍິງສາວເປັນຄົນຕ່າງແຂວງເຂົ້າມາເຮັດວຽກບໍລິການເປັນຈໍານວນຫຼາຍເຊິ່ງເຈົ້າໜ້າທີ່ກໍ່ໄດ້ມີການສອບຖາມກ່ຽວກັບປະຫວັດຂອງຜູ້ມາເຄື່ອນໄຫວ, ພ້ອມທັງອອກໜັງສືອະນຸຍາດພັກເຊົາຕາມລະບຽບການ.
ທ່ານ ພັນໂທ ຄໍາສິງ ພົນສະຫວັດ ກ່າວຕື່ມວ່າ: ໃນສົກປີ 2016-2017 ນີ້ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ຕິດຕາມກວດກາຄຸ້ມຄອງທຸລະກິດກິນດື່ມບັນເທີງ, ຄາຣາໂອເກະ ແລະ ຮ້ານອາຫານຢ່າງເປັນເຈົ້າການ. ຕັ້ງໜ້າໃນການສຶກສາອົບຮົມ, ນໍາເອົາລະບຽບກົດໝາຍມາເຜີຍແຜ່ໃຫ້ຜູ້ປະກອບການຮັບຮູ້ນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເພື່ອຫຼີກເວັ້ນບໍ່ໃຫ້ສັງຄົມມີຜົນກະທົບ. ສົມທົບກັບອະທິການບໍດີ, ອໍານວຍການສະຖາບັນການສຶກສາ, ໂຮງຮຽນເພື່ອວາງມາດຕະການຄຸ້ມຄ້ອງບໍ່ໃຫ້ນັກຮຽນນັກສຶກສານຸ່ງເຄື່ອງແບບເຂົ້າຮ້ານກິນດື່ມບັນເທີງຢ່າງເດັດຂາດ.




ທີ່ມາ ສຳນັກຂ່າວສານປະເທດລາວ
Ad