Top Ad

header ads

ລັດຖະມົນຕີ ກະຊວງ ກວຕ ເນັ້ນພັດທະນາຄົນ ຄວບຄູ່ກັບເຕັກໂນໂລຊີ


ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍ ມາດຕະຖານ, ກົດໝາຍວ່າດ້ວຍ ການວັດແທກ, ວຽກງານມາດ ຕະຖານ ແລະ ວັດແທກຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງ ເຂົ້າພາກພື້ນ ເຊິ່ງຈັດຂຶ້ນ ໃນກາງເດືອນຜ່ານມານີ້ ທີ່ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມ ຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາບໍລິສັດ, ໂຮງຈັກໂຮງງານ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.
ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ແຂວງສະຫວັນນະເຂດ ເປັນແຂວງໜຶ່ງ ທີ່ມີໜໍ່ແໜງການຜະລິດ ກະສິ ກຳ-ປູກຝັງ ແລະ ອຸດສາຫະກຳ ເກີດຂຶ້ນຢ່າງຫລວງຫລາຍ ດັ່ງນັ້ນ, ຖ້າຢາກແຂ່ງຂັນກັບ ບັນດາປະເທດໄດ້ນັ້ນ ເຮົາຈະຕ້ອງໄດ້ຍົກສູງ ການຜະລິດໄປສູ່ຄຸນນະພາບ ໂດຍການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອໃຫ້ຮັບປະກັນ ໄດ້ທັງປະລິມານ ແລະ ຄຸນນະພາບ. ອີກບັນຫາໜຶ່ງທີ່ສຳຄັນ ແມ່ນຕ້ອງໄດ້ມີການ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ຢ່າງຮອບດ້ານ ບໍ່ວ່າຈະເປັນທາງດ້ານ ເຕັກໂນໂລຊີໃນຍຸກປະຈຸບັນ, ພາສາຕ່າງປະເທດ ແລະ ມີຄວາມຮູ້ທາງດ້ານກົດໝາຍ ທີ່ກ່ຽວຂ້ອງຕື່ມອີກ.
ສປປ ລາວ ເຮົາໄດ້ເຂົ້າເປັນສະມາຊິກ ອົງການການຄ້າໂລກ (WTO) ແຕ່ປີ 2013 ເປັນຕົ້ນມາ ແລະ ເຂົ້າຮ່ວມ ປະຊາຄົມເສດຖະກິດອາຊຽນ ໃນປີ 2015 ເຊິ່ງເຫັນວ່າ ເກີດມີການໄຫລວຽນ ຂອງຜະລິດຕະພັນສິນຄ້າ ແລະ ການບໍລິການ ລະຫວ່າງ ບັນດາປະເທດສະມາຊິກ ດ້ວຍກັນຢ່າງເສລີ ທັງລະດັບພາກພື້ນ ກໍຄືສາກົນ ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ປົກປ້ອງຜົນປະໂຫຍດ ພາຍໃນປະເທດຕົນ ແລະ ຫລາຍປະເທດ ທີ່ໃຊ້ເຄື່ອງມື ທີ່ບໍ່ແມ່ນການຫລຸດ ຜ່ອນອັດຕາພາສີ ໂດຍນຳໃຊ້ມາດຕະຖານ ແລະ ການປະເມີນຄວາມສອດຄ່ອງ ເພື່ອປົກປ້ອງຜູ້ຊົມໃຊ້ ຈາກດ້ານການຮັກສາຄວາມປອດໄພ ທາງດ້ານສຸຂະພາບ ການອະນຸລັກສິ່ງແວດລ້ອມ ສະນັ້ນ, ມັນເປັນສິ່ງຈະແຈ້ງແລ້ວວ່າ ບົດບາດດ້ານ ມາດຕະຖານຄຸນນະພາບ ແລະ ວັດແທກ ແມ່ນນັບມື້ນັບເພີ່ມຂຶ້ນ ໃນເວທີພາກພື້ນ ແລະ ສາກົນ


CR ສະນັກຂ່າວສານ ປະເທດລາວ
Ad