Top Ad

header ads

ນາຍົກລັດຖະມົນຕີລົງກວດກາຄວາມພ້ອມດ້ານຕ່າງໆໃນການ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ

ຂປລ. ໃນວັນທີ 27 ສິງຫາ ນີ້. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມພ້ອມດ້ານຕ່າງໆໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາ ຊຽນຄັ້ງທີ 28 ແລະ 29 ທີ່ຫໍປະຊຸມແຫ່ງຊາດ ເຊິ່ງທ່ານໄດ້ໄປກວດກາເບິ່ງຫ້ອງທີ່ຈະໃຊ້ໃນພິທີເປີດ-ປິດ ກອງປະຊຸມ, ພິທີເຊັນສັນຍາຕ່າງໆ, ຫ້ອງຮັບຮອງຂອງບັນດາປະມຸກລັດ ແລະ ຫົວໜ້າຄະນະລັດຖະ ບານ, ຫ້ອງປະຊຸມເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດລຸ່ມແມ່ນໍ້າຂອງ, ຫ້ອງອາຫານຂອງບັນດາປະມຸກ ລັດ, ຫົວໜ້າລັດຖະບານ ແລະ ເຕັ້ນສໍາລັບພະນັກງານຮັບໃຊ້ ແລະ ອື່ນໆ, ຈາກນັ້ນ ທ່ານນາຍົກລັດຖະ ມົນຕີ ກໍໄດ້ເດີນທາງໄປກວດກາເບິ່ງສູນຄວບຄຸມ ລະບົບວົງຈອນປິດສາຍດ່ວນ 1191 (GHL-PCC), ພ້ອມທັງໄປກວດກາເບິ່ງສະຖານທີ່ພັກເຊົາ ຂອງບັນດາປະມຸກລັດ ແຂກທີ່ເຮືອນພັກວິນລາອາເຊັມ, ໂຮງ ແຮມແລນມາກ, ໂຮງແຮມດອນຈັນ ແລະ ສະຖານທີ່ອື່ນໆ.
ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າອະນຸ ກໍາມະການພິທີການ ແລະ ສະຖານທີ່ໄດ້ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນການກະກຽມເປັນເຈົ້າພາບກອງ ປະຊຸມສຸດຍອດອາຊຽນໂດຍສະເພາະແມ່ນສະຖານທີ່ຫ້ອງປະຊຸມ, ສະຖານທີ່ພັກເຊົາແມ່ນໄດ້ມີຄວາມພ້ອມ ເຖິງ 90% ສ່ວນທີ່ຍັງເຫລືອແມ່ນປະດັປະດາ ແລະ ຄວາມເປັນລະບຽບຮຽບຮ້ອຍ. ສໍາລັບຢູ່ທີ່ຫໍປະຊຸມ ແຫ່ງຊາດ ເຊິ່ງຈະໃຊ້ເປັນສະຖານທີ່ ເປີດ-ປິດ ແລະ ກອງປະຊຸມສໍາຄັນຕ່າງໆ ກໍແມ່ນມີຄວາມພ້ອມແລ້ວ 90% ຍັງແຕ່ສ່ວນເຫລັກໜ້ອຍ ໂດຍສະເພາະແມ່ນການເກັບຄວາມສະອາດ, ຄວາມເປັນລະບຽບຮຽບ ຮ້ອຍ, ການຈັດໂຕະຕັ່ງໃຫ້ເຂົ້າກັບຄວາມຕ້ອງການຂອງກອງປະຊຸມ, ສ່ວນສະຖານທີ່ພັກເຊົາຂອງໂຮງ ແຮມທີ່ໄດ້ມີການກະກຽມໃຫ້ແຂກທັງໝົດມີຢູ່ 12 ແຫ່ງ ເປັນຕົ້ນໂຮງແຮມເມືອງແທ໋ງ ເຊິ່ງເປັນໂຮງແຮມ ຕັ້ງໃໝ່ກໍໄດ້ມີຄວາມພ້ອມແລ້ວ 100%. ຍັງແຕ່ມີການປັບປຸງຄວາມສະອາດຕາມຖະ ໜົນຫົນທາງຕື່ມອີກ ເລັກໜ້ອຍ. ນອກນີ້ຢູ່ທີ່ເຮືອນພັກວິນລາອາເຊັມ ເຊິ່ງຈະມີບັນດາປະມຸກລັດ 4 ປະເທດ ແລະ ຫົວ ໜ້າຄະນະລັດຖະບານຈໍານວນໜຶ່ງເຂົ້າມາເຊົານັ້ນ ມາຮອດປັດຈຸບັນ ກໍໄດ້ມີການກະກຽມສໍາເລັດໄປແລ້ວ 90%, ສ່ວນທີ່ໂຮງແຮມແລນມາກ ກໍມີຄວາມພ້ອມເກືອບ 100% ຍັງເຫລືອແຕ່ປັບປຸງຫ້ອງບາງສ່ວນ, ການເຮັດອະນາໄມ ແລະ ປະດັບປະດາຈໍານວນໜຶ່ງທີ່ຍັງຄ້າງຄາ ຄາດວ່າຈະໃຫ້ສໍາເລັດໃນວັນທີ 30 ສິງຫາ ນີ້.




ທີ່ມາ Pathedlao Lao 
Ad