Top Ad

header ads

ຄົນຮ້າຍຈັບຕົວປະກັນທະນາຄານຣັດເຊຍ

ສໍານັກງານຂ່າວຕ່າງປະເທດລາຍງານຈາກກຣຸງມອສໂກ ປະເທດຣັດເຊຍ ເມື່ອວັນທີ່ 25 ສິງຫາ ວ່າຊື່ມວນຊົນຂອງຣັດເຊຍລາຍງານວ່າ ຄົນຮ້າຍເປັນຊາຍອ້າງວ່າມີລະເບີດໄດ້ບຸກເຂົ້າໄປໃນທະນາຄານຊີຕີ້ແບ້ງ ສາຂາໃຈກາງກຣຸງມອສໂກເມື່ອແລງວັນພຸດທີ່ຜ່ານມາ ພ້ອມຈັບໂຕປະກັນໄວ້ 4 ຄົນ ລາຍງານຂ່າວລະບຸວ່າ ຄົນຮ້າຍເປັນຊາຍອາຍຸ 55 ປີ ເຄີຍເປັນນັກທຸລະກິດແຕ່ປະສົບບັນຫາລົ້ມລະລາຍ ເຊີ່ງໃນຊ່ວງຫຼາຍປີທີ່ຜ່ານມາ ເຄີຍຮ້ອງຂໍໄປທາງລັດຖະບານໃຫ້ດໍາເນີນການຊ່ວຍເຫຼືອໃຫ້ຜູ້ປະສົບບັນຫາລົ້ມລະລາຍ.
ໃນຄລິບວິດີໂອທີ່ເຜີຍແພ່ຜ່ານສະຖານີໂທລະທັດຂອງລັດ ທີ່ສະແດງໃຫ້ເຫັນວ່າຊາຍຜູ້ນັ້ນເຂົ້າມາໃນທະນາຄານພ້ອມກັບມີກ່ອງເຊິ່ງມີສະກ໋ອດສີເຫຼືອງຫ້ອຍລົງມາຈາກຄໍຕິດໄວ້ ເຂົາອ້າງວ່າເປັນລະເບີດ ແຕ່ຕໍາຫຼວດກວດສອບພາຍຫຼັງແລ້ວບອກວ່າບໍ່ແມ່ນ ຊາຍຜູ້ນີ້ຍັງບອກອີກວ່າ ບໍ່ໄດ້ຕ້ອງການທີ່ຈະປຸ້ນທະນາຄານ ແຕ່ຕ້ອງການຍຶດທະນາຄານ.
ສໍາລັບໂຕປະກັນ 4 ຄົນມີທັງພະນັກງານຂອງທະນາຄານ ແລະ ລູກຄ້າໄດ້ຮັບການປ່ອຍຕົວໃນເວລາຕໍ່ມາ ໂດຍບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ ໜຶ່ງໃນຕົວປະກັນນັ້ນຄື ທ່ານ ເກລບ ໄບອັນສະກີ ຮອງບັນນາທິກາຂອງສໍານັກຂ່າວທາສ ເຊິ່ງເປີດເຜີຍດ້ວຍວ່າ ຄົນຮ້າຍເບິ່ງທ່າທາງຈະບໍ່ແມ່ນອາຊະຍາກຳ ແຕ່ຄືກັບຄົນທີ່ສີ້ນຫວັງຫຼາຍກວ່າ ເບິ່ງທ່າທາງຕື່ນຢ້ານກົວ ເວົ້າຂໍໂທຫຼາຍຄັ້ງ ແລະ ສູບຢາຈັດ ເຊິ່ງຊ່ວງເກີດເຫດ ຕໍາຫຼວດໄດ້ປິດຖະໜົນໂດຍຮອບທະນາຄານແລ້ວ ສຸດທ້າຍຄົນຮ້າຍຍອມມອບຕົວຕໍ່ເຈົ້າໜ້າທີ່ຕໍາຫຼວດໃນອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ.

ແຫຼ່ງຂ່າວ: ເດລິນິວ
Ad