Top Ad

header ads

ມາເລເຊຍ ປະເທດທີ່ບໍ່ຄວນພາດໄປທ່ຽວ

 ມາເລເຊຍຖືເປັນປະເທດໜຶ່ງ ຂອງອາຊຽນທີ່ມີຄວາມສວຍງາມເລີດລໍ້າບໍ່ວ່າຈະເປັນທາງທໍາມະຊາດດ້ວຍຝັ່ງທະເລຂຽວສະອາດງາມຕາ, ປ່າດົງດິບທີ່ກວ້າງໃຫຍ່ໄພສານ, ຕຶກອາຄານເຮືອນຊານບ້ານຊ່ອງຫຼາຍແຫ່ງທີ່ເຕັມໄປດ້ວຍສະຖາປັດຕະຍະກໍາແບບຢູໂຣບ ແລະອື່ນໆເວົ້າໄດ້ວ່າເປັນປະເທດທີ່ບໍ່ຄວນພາດໄປທ່ອງທ່ຽວຢ່າງເດັດຂາດ.

     ສໍາລັບ ຈຸດທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍກວ່າໝູ່ຂອງປະເທດດັ່ງກ່າວແມ່ນນະຄອນຫຼວງກົວລາລໍາເປີ (Kualumpua) ເພາະມີສະຖາປັດຕະຍະກໍາທີ່ຫຼາກຫຼາຍ ເຊັ່ນ: ຕຶກແຝດ Petronas ຊຶ່ງແມ່ນໜຶ່ງໃນບັນດາຕຶກທີ່ສູງທີ່ສຸດໃນໂລກ 403 ແມັດ, ລວມມີ 88 ຊັ້ນໄດ້ຮັບ ການກໍ່ສ້າງຕາມສະຖາປັດຕະຍະກໍາອິສະຣາມ, ນອກນີ້ຍັງມີສະໜາມຫຼວງເອກະລາດ, ພະລາຊະວັງຖໍ້າ ບາຕູຂອງຊາວຮິນດູ (ວັດແຫ່ງສາສະໜາຮິນດູໃຫຍ່ກວ່າໝູ່ຢູ່ເອເຊຍຕາເວັນອອກສ່ຽງໃຕ້), ຫໍພິພິທະພັນມາລະກາ ຊຶ່ງແມ່ນບ່ອນຮັກສາບັນດາຮ່ອງຮອຍປະຫວັດສາດຂອງປະເທດ, ຢູ່ທາງທິດຕາເວັນອອກຂອງຄຸ້ມເມືອງເກົ່າມາລະກາແມ່ນສູນການຄ້າທີ່ໄດ້ຮັບການກໍ່ສ້າງດ້ວຍສະຖາປັດຕະຍະກໍາແບບຢູໂຣບໃນເມື່ອກ່ອນ, ສ່ວນທາງທິດຕາເວັນຕົກແມ່ນຖະໜົນຄ້າຂາຍສິນຄ້າຢ່າງຄັບຄາໜາແໜ້ນຂອງຊາວຈີນ, ຈາກການປະສານຢ່າງກົມກຽວລະຫວ່າງວັດທະນະທໍາຂອງຊາວທ້ອງຖິ່ນ ແລະວັດທະນະທໍາຂອງບັນດາປະເທດຄື: ຈີນ, ໂປຕຸເກດ, ອັງກິດ… ໄດ້ສ້າງຄວາມງາມເປັນພິເສດແກ່ມາລະກາສົ່ງຜົນໃຫ້ປີ 2008 ມາລະກາ ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກທາງວັດທະນະທໍາຂອງໂລກ.
     ອີກຈຸດທີ່ນັກທ່ອງທ່ຽວນິຍົມຄື: ເຂດຕາກອາກາດ Golden Palm Tree ຕັ້ງຢູ່ທາງທິດຕາເວັນຕົກ ຂອງແຫຼມມາເລເຊຍແມ່ນໂຮງຊີ ວະພາບທະເລສວຍງາມທີ່ບັນລຸມາດຕະຖານ 5 ດາວ ຊຶ່ງປະກອບມີ ເຮືອນວິນລາຫຼູຫຼາ 392 ຫຼັງໄດ້ຮັບການກໍ່ສ້າງແບບເຮືອນຮ້ານ, ພິ ເສດໃນທຸກໆປີຈະມີການແຂ່ງຂັນຂີ່ລົດຢູ່ສະໜາມແຂ່ງຂັນ Sepang International Circuit ດ້ວຍລົດທີ່ມີຄວາມໄວສູງເຖິງ 300 ກ/ມ ຕໍ່ຊົ່ວໂມງ, ອັນສາມາດດຶງດູດນັກທ່ອງທ່ຽວໄປຢ້ຽມຢາມມາເລເຊຍນັບມື້ ນັບຫຼາຍຂຶ້ນ.
     ຢ່າງໃດກໍຕາມ ໃນແຕ່ລະປີມາເລເຊຍແມ່ນໄດ້ມີແຜນໂຄສະນາການທ່ອງທ່ຽວຕະຫຼອດປີຄື: ລາຍການ Weeding fair, ງານຕະຫຼາດນັດ ການທ່ອງທ່ຽວ, ກອງປະຊຸມສໍາມະນາກ່ຽວກັບການທ່ອງທ່ຽວ, ການຮ່ວມມືກັບບັນດາບໍລິສັດທ່ອງທ່ຽວ, ໂຄສະນາງານບຸນໃຫຍ່ໆປະຈໍາປີ ຂອງປະເທດໂຄສະນາບັນດາເຮືອນແກ້ວສູງສຸດໃນໂລກ, ເຂດຊານກໍາແພງ, ບັນດາປ່າໄມ້ທີ່ກວ້າງໃຫຍ່ໄພສານຄຽງຂ້າງຫຼັງຄາເຮືອນນ້ອຍທີ່ ໄດ້ຮັບການກໍ່ສ້າງຕາມຮູບແບບອິສະຣາມ, ບັນດາໂຮງແຮມ, ເຮືອນພັກທີ່ຕັ້ງຢູ່ແຄມຝັ່ງທະເລທີ່ສວຍງາມແບບທໍາມະຊາດ, ພ້ອມກັບບັນດາກິດຈະກໍາທີ່ໄດ້ຮັບການກໍ່ສ້າງໃໝ່ນັ້ນ ແລະອື່ນໆ, ສົ່ງຜົນໃຫ້ປະເທດມາເລເຊຍກາຍເປັນປະເທດທີ່ສາມາດດຶງດູດນັກທ່ອງທ່ຽວມາທ່ຽວ ຫຼາຍຂຶ້ນໃນທຸກໆປີ.


Ad